ປົດປ່ອຍຫວຽດນາມໃຕ້

ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ບັນດາສໍານັກສື່ມວນຊົນຫວຽດນາມປະຈໍາລາວ, ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເປັນ​ເອ​ກະ​ພາບ ຄົບ​ຮອບ 50 ປີ (30/4/1975-30/4/2025)

ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ບັນດາສໍານັກສື່ມວນຊົນຫວຽດນາມປະຈໍາລາວ, ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເປັນ​ເອ​ກະ​ພາບ ຄົບ​ຮອບ 50 ປີ (30/4/1975-30/4/2025) ສະຫາຍຕີລາຄາສູງຕໍ່ໄຊ​ຊະ​ນະປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຊາດ ຫວຽດນາມເປັນອັນໜຶ່ງອັນດຽວ ໃນ​ວັນ​ທີ 30/4/1975 ແມ່ນ​ມີ​ຄວາມ​ໝາຍສຳ​ຄັນອັນໃຫຍ່ຫຼວງ​ຕໍ່​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ ສອງ​ຊາດ​ລາວ-ຫວຽ​ດ​ນາມ, ເຊິ່ງເປັນໄຊ ຊະນະຂອງຍຸກສະໄໝທີ່ເລິກເຊິງທີ່ສຸດເຊິ່ງທີ່ສຸດເຊັ່ນ: – ແມ່ນມະຫາໄຊຊະນະ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ນັບພັນປີ ແຫ່ງການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ. ໄຊຊະ ນະດັ່ງກ່າວ ແມ່ນການທັບມ້າງກົງຈັກການທະຫານອັນໃຫຍ່ໂຕ, ເຂັ້ມແຂງ ແລະ ທັນສະໄໝກວ່າໝູ່ໝົດ ຂອງລັດທິລ່າເມືອງຂຶ້ນແບບໃໝ່ໄດ້ຢ່າງສົມບູນ, ປະເທດຊາດທີ່ຖືກແບ່ງເປັນ 2 ພາກ ໄດ້ຮັບການເຕົ້າໂຮມເປັນອັນດຽວກັນ. – ແມ່ນການປະລາໄຊອັນໜັກໜ່ວງທາງດ້ານການທະຫານ ແລະ ການເມືອງທີ່ບໍ່ເຄີຍມີມາກ່ອນຂອງຈັກກະພັດອາເມລິກາ, ເຮັດໃຫ້ກົນອຸບາຍຢາກຫັນເອົາພາກໃຕ້ຫວຽດ ນາມເປັນຫົວເມືອງຂຶ້ນແບບໃໝ່ ແລະ […]