ກອງປະຊຸມຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ຈັດກອງປະຊຸມແລກປ່ຽນຄຳຄິດເຫັນກ່ຽວກັບການຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ເມືອງຄົງເຊໂດນ ແຂວງ ສາລະວັນ.

ໃນວັນທີ 17 ຕຸລາ ປີ 2019 ນີ້ ຢູ່ທີ່ຫ້ອງປະຊຸມສະໂມສອນຂອງເມືອງຄົງເຊໂດນ, ແຂວງ ສາລະວັນ ໄດ້ຈັດກອງປະຊຸມແລກປ່ຽນຄຳຄິດເຫັນກ່ຽວກັບການ

ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ຂື້ນໂດຍເປັນກຽດເປັນປະທານ ຂອງທ່ານ  ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົມຮົມແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າພະແນກການ-ຮອງຫ້ອງການຕ່າງໆອ້ອມຂ້າງເມືອງ ແລະ ອົງການຈັດຕັ້ງມະຫາຊົນ, ເລຂາ-ໜ່ວຍພັກ-ນາຍບ້ານ ຈໍານວນໜື່ງແລະ ຫົວໜ້າ, ຮອງຫົວໜ້າ ພ້ອມທັງພະນັກງານຄະນະໂຄສະນາອົບຮົມເມືອງ ຄົງເຊໂດນ ເຂົ້າຮ່ວມທັງໝົດ 143 ຄົນ, ຍິງ 16 ຄົນ, ໃນພິທີຄັ້ງນີ້ ທ່ານ ບຸນປອນ ອາສາພິພັກ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງໆຄົງເຊໂດນໄດ້ລາຍງານສະພາບການໂດຍຫຍໍ້ຂອງເມືອງການເຄື່ອນໄຫວວຽກງານການເມືອງ-ແນວຄິດ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຢູ່ເມືອງດົງເຊໂດນ .

ຈາກນັ້ນທ່ານ  ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ຍົກໃຫ້ເຫັນຫຼາຍສາຍເຫດ, ຫຼາຍບັນຫາ ແລະ ຫຼາຍປະກົດການທີ່ເກີດຂື້ນກ່ຽວກັບການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ເປັນຕົ້ນກໍ່ແມ່ນປະກົດການຫຍໍ້ທໍ້, ບັນຫາເສດຖະກິດ ແລະ ບັນຫາອື່ນໆ. ນອກຈາກນັ້ນກໍ່ໄດ້ຍົກໃຫ້ເຫັນກ່ຽວກັບການປົກປັກຮັກສາປະເທດຊາດ, ການຕໍ່ສູ້ຂອງຂະບວນການຕ່າງໆໃນແຕ່ລະໄລຍະ ແລະ ການເສຍສະຫຼະຂອງຂອງທ່ານຜູ້ນຳ.

ໃນຕອນທ້າຍຂອງກອງປະຊຸມຄະນະນໍາຈາກຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ນໍາເອົາເຄື່ອງຂອງຈໍຳນວນໜື່ງມາຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວເມືອງຄົງເຊໂດນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ເຊິ່ງປະກອບມີ ເສື້ອຜາ, ນໍ້າດືມ, ໝີ່ແຫ້ງ ແລະ ອື່ນໆ  ເປັນກຽດຂື້ນຮັບໂດຍແມ່ນສະຫາຍເລຂາພັກເມືອງ-ເຈົ້າເມືອງໆຄົງເຊໂດນ.

ດກອງປະຊຸມແລກປ່ຽນຄຳຄິດເຫັນກ່ຽວກັບການຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ເມືອງຄົງເຊໂດນ ແຂວງ ສາລະວັນ.