ກອງປະຊຸມສຳມະນາກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຂະບວນການນັກວິທະຍາສາດໜຸ່ມ ຂອງ ສປປ ລາວ.

ກອງປະຊຸມສຳມະນາກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຂະບວນການນັກວິທະຍາສາດໜຸ່ມ ຂອງ ສປປ ລາວ.

ໃນຕອນເຊົ້າຕອນວັນທີ 11 ກຸມພາ 2020 ທີ່ຜ່ານມາ ຢູ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ( ສຊປລ ) ຮ່ວມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ” ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກສຳຮອງ, ເລຂາຄະນະບໍລິຫານງານ ສຊປລ ບັນດານັກວິທະຍາສາດທີ່ມາຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ມີຊາວໜຸ່ມຈາກສູນກາງ ແລະ ບັນດາກະຊວງອ້ອມຂ້າງສູນກາງ.

ໃນພິທີ ທ່ານ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ກຽດບັນຍາຍກ່ຽວກັບການປະຕິວັດອຸດສາຫະກຳ 4.0, ປະຫວັດຄວາມເປັນມາຂອງການປະຕິວັດອຸດສະຫະກຳ, ຜົນສະທ້ອນ, ກາລະໂອກາດ ແລະ ສິ່ງທ້າທ້າຍສຳລັບ ສປປ ລາວ, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງບັນດາປະເທດໃນໂລກ, ບາດກ້າວການພັດທະນາສູ່ຍຸກອຸດສາຫະກຳ 4.0 ຂອງບັນດາປະເທດອາຊຽນ, ບັນຫາປັດໄຈພື້ນຖານເພື່ອຮອງຮັບອຸດສາຫະກຳ 4.0 ຂອງ ສ ປປລາວ, ມາດຕະການສຳລັບ ສ ປປ ລາວ ເພື່ອຮັບມື ແລະ ພົວພັນເຖີງຂະບວນການ 4 ບຸກຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ. ສິ່ງດັ່ງກ່າວທ່ານໄດ້ຍົກໃຫ້ເຫັນເຖີງໃຫ້ການພັດທະນາເສດຖະກິດ – ສັງຄົມມີຄວາມທັນສະໄໝ ແລະ ວ່ອງໄວຂຶ້ນ ເຊິ່ງເສດຖະກິດຂອງໂລກກ້າວເຂົ້າສູ່ຍົກເສດຖະກິດພູມປັນຍາອຸດສາຫະກຳ, ກະສິກຳ ແລະ ການບໍລິການເຊື່ອມໂຍງເຂົ້າຫາກັນ, ການຄ້າ ແລະ ການບໍລິການທີ່ເຂົ້າເຖິງຜູ້ຊົມໃຊ້ໂດຍກົງ, ການຜະລິດທີ່ຈະນຳໃຊ້ເຕັກໂນໂລຊີກ້າວໜ້າແບບອັດຕະໂນມັດ, ໃຊ້ລະບົບຄຸ້ມຄອງແບບດິຈິຕອນ, ປະຢັດຊັບພະຍາກອນທຳມະຊາດ ແລະ ຫຼຸດຜ່ອນການໃຊ້ແຮງງານຄົນ ແລະ ສາມາດເອົາຮຸ່ນຍົນເຮັດແທນຄົນໄດ້ ນັ້ນກໍຄືການນຳໃຊ້ລະບົບ AI (Artificial Intelligence).

ນອກນັ້ນ, ຍັງຊ່ວຍໃຫ້ລະບົບການເງິນ – ການທະນາຄານມີຄວາມວ່ອງໄວ, ໂປ່ງໃສ ອັນເນື່ອງມາຈາກການຄ້າຂາຍຜ່ານອິນເຕີເນັດ, ການຊໍາລະຜ່ານລະບົບມືຖືດ້ວຍ QR Code, ລະບົບເກັບຮັກສາຂໍ້ມູນແບບຕ່ອງໂສ້ ແລະ ເກີດມີເງິນດິຈິຕອນຫຼາຍຊະນິດເຊັ່ນ: ບິດຄອຍ(Bitcoin), ເອັດແຕຣຸມ(Ethereum), ລິດຄອຍ(Litecoin)…

ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຮູ້ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີຢ່າງກົງໄປກົງມາ ເປັນຕົ້ນການປູກຈິດສຳນຶກທາງດ້ານລະບົບແນວຄິດເປັນບັນຫາພື້ນຖານ, ເພື່ອສົ່ງເສີມດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຄວນມີໂຄງການຮ່ວມມືກັບກະຊວງວິທະຍາສາດແນວໃດ ເພື່ອສ້າງຊາວໜຸ່ມ 4 ບຸກ ຕິດພັນກັບວິທະຍາສາດ ແລະ ເຕັກໂນໂລຊີ, ປະຕິບັດຢ່າງຕັ້ງໜ້າ 6 ແຜນງານມາດຕະການເພື່ອຮັບຮອງຍຸກ 4.0 ແລະ ສ້າງກົນໄກທີ່ດີເພື່ອໃຫ້ຊາວໜຸ່ມສາມາດນຳໄປປະຕິບັດຕົວຈິງ.