ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ດຳເນີນແຕ່ວັນທີ      24-25 ທັນວາ 2020 ທີ່ ຫໍປະຊຸມແຫ່ງຊາດ, ພາຍ​ໃຕ້​ການ​ເປັນ​ປະທານ ຂອງ​ສະຫາຍ ອາ​ລຸນ​ໄຊ ສູນ​ນະລາດ ກຳມະການ​ສຳຮອງ​ສູນ​ກາງ​ພັກ, ເລຂາຄະນະບໍລິຫານງານພັກ, ​ເລຂາ​ຄະນະ​ບໍລິຫານ​ງານ ສຊປລ ​ແລະ ​​ໄດ້​ຮັບ​ກຽດ​ຢ່າງ​ສູງ​ຈາກ​ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ອະ​ດີດ​ການ​ນຳ​ຊາວ​ໜຸ່ມ, ວິິລະຊົນແຫ່ງຊາດ, ນັກສີລະປິນແຫ່ງຊາດກໍໃຫ້ກຽດ​ເຂົ້າຮ່ວມ​ກອງປະຊຸມຄັ້ງນີ້ກອງປະຊຸມໃຫຍ່ຄັ້ງນິ້ມີຜູ້ເຂົ້າຮ່ວມທັງໝົດ 481 ສະຫາຍ, ຍິງ 85 ສະຫາຍ ໃນນີ້ມີຜູ້ແທນສົມບູນທີ່ມາກຈາກແຂວງ, ນະຄອນຫຼວງ, ກະຊວງ, ອົງການ ແລະ ຮາກຖານເຂົ້າຮ່ວມທັງໝົດ 441 ສະຫາຍ, ຍິງ 75 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກຊາວໜຸ່ມລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທັງໜົດ 702.693  ສະຫາຍ.

ກອງປະຊຸມໄດ້ພ້ອມກັນຄົົ້ນຄວ້າ ແລະ ປະກອບຄໍາຄິດ ຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງທີ່ສະເໜີໂດຍ ສະຫາຍ . ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານ ສຊປລ, ເນື້ອໃນລາຍງານການເມືອງ ໄດ້ຕີລາຄາສູງເຖິງຜົນງານໄຊຊະນະ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VII,​ ໄດ້ຕີລາຄາດ້ານດີ, ດ້ານອອ່ນ, ສາເຫດ ແລະ ບົດຮຽນ ຕະຫຼອດການເຄື່ອນໄຫວຽກງານຜ່ານມາ ພ້ອມກັນນັ້ນກອງປະຊຸມໄດ້ເປັນເອກະພາບສູງ ຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ແຕ່ປີ 2021-2025.

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ຍັງໄດ້ເລືອກຕັ້ງເອົາ ເລຂາຄະນະບໍລິຫານງານ ສູນກາງ ຊປປລ ຊຸດໃໝ່ລາຍລະອຽດມີດັ່ງນີ້:

  1. ສະຫາຍ ອາລຸນໄຊ ສູນນະລາດ ເປັນເລຂາຄະນະບໍລິຫານງານ ສູນກາງ ຊປປລ
  2. ສະຫາຍ ບຸນຕາ ເທບພະວົງ ເປັນຮອງເລຂາຄະນະບໍລິຫານງານ ສູນກາງ ຊປປລ
  3. ສະຫາຍ ນວນທອງ ສຸວັນວິໄຊ           ເປັນຮອງເລຂາຄະນະບໍລິຫານງານ ສູນກາງ ຊປປລ
  4. ສະຫາຍ ທອງຈັນ ພູມີພັນ ເປັນຮອງເລຂາຄະນະບໍລິຫານງານ ສູນກາງ ຊປປລ

ເລືອກຕັ້ງເອົາຄະນະກວດກາ ຄະນະບໍລິຫານງານສູນກາງ ຊປປລ ໄດ້ດັ່ງນີ້:

  1. ສະຫາຍ ນວນທອງ ສຸວັນວິໄຊ ເປັນປະທານກວດກາ
  2. ສະຫາຍ ສຸລິຍາ ສີດາວົງ           ເປັນຮອງປະທານກວດກາ
  3. ສະຫາຍ ກົງໃຈ ວິລະສັກ           ເປັນຮອງປະທານກວດກາ
  4. ສະຫາຍ ນ. ສຸກພາພອນ ຜານິດ ເປັນຮອງປະທານກວດກາ
  5. ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ເປັນກຳມະການກວດກາ
  6. ສະຫາຍ ອານຸສອນ ວິດາວົງ ເປັນກຳມະການກວດກາ
  7. ສະຫາຍ ສີສົມບັດ ໄຊປັນຍາ ເປັນກຳມະການກວດກາ
  8. ສະຫາຍ ມານຸ ເມືອງວົງ ເປັນກຳມະການກວດກາ
  9. ສະຫາຍ ນ. ປານີ ກິນດາວົງ ເປັນກຳມະການກວດກາ

ທ້າຍພິທີ ໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມ ຊີ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດຄັ້ງທີ VIII ແລະ ໄດ້ຮຽກຮ້ອງມາຍັງຄະນະຊາວຫນຸ່ມ, ສະມາຊິກຊາວຫນຸ່ມ, ຊາວຫນຸ່ມລາວ-ເຍົາວະຊົນບັນດາເຜົ່າ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສ້າງຄວາມເປັນເອກະພາບຢ່າງສູງພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ພ້ອມກັນບຸກບືນກ້າວຂື້ນຢ່າງຫນັກແຫນ້ນ, ສຸມສະຕິປັນຍາກໍາລັງແຮງຂອງຊາວຫນຸ່ມ, ເຊີດຊູນໍ້າໃຈຮັກຊາດເປັນເຈົ້າຕົົນເອງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງຄວາມຮັບຜິດຊອບດ້ານການເມືອງຂອງຕົນເຂົ້າໃນການຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຄວາມດ້ອຍພັດທະນາ, ນຳເອົາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມສາມັກຄີປອງດອງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ.