ພິທີເປີດຊຸດຝຶກອົບວຽກງານໂຄສະນາ-ປະຖະກະຖາ ຢູ່ກະຊວງ ຍທຂ.


ພິທີເປີດຊຸດຝຶກອົບວຽກງານໂຄສະນາ-ປະຖະກະຖາ ຢູ່ກະຊວງ ຍທຂ.
ໃນຕອນເຊົ້າຂອງວັນທີ 08 ທັັນວາ 2020, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບກະຊວງ ຍທຂ ຈັດຊຸດຝຶກອົບຮົມວຽກງານ ໂຄສະນາ-ປະຖະກະຖາ ໃຫ້ແກ່ພະນັກງານສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພາກລັດວິສາຫະກິດອ້ອມຂ້າງກະຊວງ. ພິທີດັ່ງກ່າວໄດ້ຈັດຂຶ້້ນທີ່ສະຖາບັນຝຶກອົບຮົມຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ສີລິພອນ ອິນທິລາດ ເລຂາໜ່ວຍພັກຮາກຖານ ຫົວໜ້າສະຖາບັນຝຶກອົບຮົມ ຍທຂ ແລະ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າກົມໂຄສະນາ, ມີນັກສຳມະນາກອນ ແລະ ວິທະຍາກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ທ່ານ ສີລິພອນ ອິນທິລາດ ໄດ້ກ່າວວ່າ: ຫຼັກສູດຝຶກອົບຮົມວຽກງານປະຖະກະຖາ ໃນໄລຍະສັ້ນ 10 ວັນ, ມາຮອດປັດຈຸບັນນີ້ໄດ້ຈັດຕັ້ງຝຶກອົບຮົມມາແລ້ວ 19 ຊຸດ, ມີນັກສໍານະກອນເຂົ້າຮ່ວມທັງໝົດ 544 ຄົນ ເຊິ່ງ ສະແດງໃຫ້ເຫັນວ່າ ການນໍາຂອງກະຊວງ ຍທຂ ໄດ້ໃຫ້ຄວາມສໍາຄັນຕໍ່ການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວຽກງານ ໂຄສະນາ-ປະຖະກະຖາ ໃຫ້ແກ່ພະນັກງານສະມາຊິກພັກ ຢ່າງຕໍ່ເນື່ອງ.
ຈຸດປະສົງຂອງການເປີດຊຸດຝຶກອົບຮົມ ວຽກງານໂຄສະນາ-ປະຖະກະຖາ ຄັ້ງນີ້ເພື່ອຍົກລະດັບຄວາມຮູ້ທາງດ້ານວຽກງານ ໂຄສະນາ-ປະຖະກະຖາ ໃຫ້ແກ່ພັກນັກງານສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ເພື່ອນໍາເອົາຄວາມຮູ້ທີ່ໄດ້
ຝຶກມານັ້ນນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໂຕຈິງ ທີ່ຕົນເອງຮັບຜິດຊອບໃຫ້ເກີດປະໂຫຍດສູງສຸດ ແລະ ທັງເປັນການບໍາລຸງກໍ່ສ້າງພະນັກງານສືບທອດປ່ຽນແທນໃນອະນາຄົດຕາມແຜນການພັດທະນາບຸກຄະລາກອນຂອງກະຊວງໂຍທາທິການ ແລະ ຂົນສົ່ງ ວາງອອກ. ໄລຍະການຝຶກອົບຮົມຄັ້ງນີ້ໃຊ້ເວລາ 9 ວັນ ເຊິ່ງເລີ່ມແຕ່ວັນທີ 08-18 ທັນວາ 2020, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 6 ທ່ານ ແລະ ຄູ-ອາຈານ ຈາກຄະນະໂຄນາອົບຮົມສູນກາງພັກ, ນອກຈາກນັ້ນ ຍັງໄດ້ເຊືອເຊີນເອົາອາຈານ ກິຕິມະສັກ ຜູ້ທີ່ມີປະ ສົບການຕົວຈິງຈາກກະຊວງພາຍໃນ 1 ທ່ານຄື: ທ່ານ ສີພຸກ ວົງພັກດີ, ອະດີດຮອງລັດຖະມົນຕີກະຊວງພາຍ ໃນມາຂຶ້ນຫ້ອງບັນຍາເອກະສານເພີ່ມເຕີມ ແລະ ເສີມເຄັດລັບຕ່າງໆໃນການເປັນນັກຂຽນ, ນັກແຕ່ງ ແລະ ນັກປະຖະກະຖາທີ່ດີ ເພື່ອແບ່ງປັນບົດຮຽນໃຫ້ແກ່ນັກຝຶກອົບຮົມ. ສຳລັບເອກະສານຝຶກອົບຮົມແມ່ນມີ 5 ເອ ກະສານດັ່ງນີ້: 1. ພື້ນຖານຂອງວຽກງານໂຄສະນາ; 2. ຝຶກອົບຮົມຄວາມຮູ້ໃນການຂຽນເອກະສານ; 3. ຄຸນລັກ ສະນະ ແລະ ສິລະປະໃນການປາກເວົ້າຂອງນັກປາຖະກະຖາ; 4. ບັນດານິຕິກໍາ ແລະ ບົດຮຽນໃນການເຄື່ອນ ໄຫວວຽກງານ ໂຄສະນາ-ປະຖະກະຖາ; 5. ວຽກງານໂຄສະນາຜ່ານສື່. ນອກຈາກ ຄົ້ນຄວ້າຮໍ່າຮຽນເອກະສານຕ່າງໆແລ້ວ ນັກສໍາມະນາກອນໄດ້ຝຶກຂຽນບົດ ແລະ ຂຶ້ນຫ້ອງປະຖະກະຖາທົດລອງຕົວຈິງ ພາຍໃນໜ່ວຍ ແລະ ພາຍໃນຫ້ອງຕໍ່ໜ້າຄູອາຈານ ແລະ ຄະນະສະຖາບັນອີກດ້ວຍ.

ໂດຍ: ຄຳໃສ ພົມມະວັນ