ຄະນະໂຄສະນາອົບຮົມຂັ້ນຕ່າງໆຕ້ອງກຳແໜ້ນເພື່ອເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນ…

ຄະນະໂຄສະນາອົບຮົມຂັ້ນຕ່າງໆຕ້ອງກຳແໜ້ນເພື່ອເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນ…

ທ່ານ ຄຳວິສັນ ແກ້ວສຸວັນ

ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ໃນຖານະເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນເພື່ອຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຮົາໃຫ້ເປັນຂະບວນຟົດຟື້ນປະຕິວັດ; ທັງສ້າງການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານໃຫ້ເຂົ້າສູ່ຊີວິດຕົວຈິງ, ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການຂອງບັນດາກະຊວງ-ອົງການ, ນະຄອນຫຼວງ, ບັນດາແຂວງກໍ່ຄືຂະແໜງການ ແລະ ທ້ອງຖິ່ນຕ່າງໆໃຫ້ຫັນເປັນແຜນງານ, ໂຄງການ ແລະ ກິດຈະກຳລະອຽດຂອງຕົນເພື່ອຈັດຕັ້ງປະຕິບັດໃຫ້ເກີດໝາກເກີດຜົນເປັນຈິງ.

ສະນັ້ນ ການຈັດຕ້ັງເຊື່ອມຊຶມຜັນຂະຫຍາຍນັ້ນຄະນະໂຄສະນາອົບຮົມຂັ້ນຕ່າງໆຕ້ອງກຳແໜ້ນໃຫ້ໄດ້ບັນດາເອກະສານໂດຍສະເພາະແມ່ນເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວທີ່ຄະນະໂຄສະນາອົບຮົມສູນກາງພັກເປັນຜູ້ກະກຽມເຊິ່ງລວມມີຈຸດສຳຄັນໃຫຍ່ໆດັ່ງນີ້:

I. ຈິດໃຈຊີ້ນຳລວມໃນການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ

II.ມາດຕະການ ແລະ ວິທີການໃນການສຶບຕໍ່ນຳພາຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກ

ແລະ ທ້າຍເອກະສານຍັງມີການອະທິບາຍກ່ຽວກັບຄຳຂວັນຂອງກອງປະຊຸມໃຫຍ່ຄັ້ງທີ  XI ຂອງພັກຕື່ມອີກ.

ນອກຈາກເອກະສານນີ້ແລ້ວຍັງຕ້ອງກຳແໜ້ນຄຳສັ່ງເລກທີ 38/ຄອສພ ລົງວັນທີ 09 ມິຖຸນາ 2021 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ໂດຍແມ່ນຄະນະເລຂາທິການສູນກາງພັກ ສົ່ງເຖິງຄະນະພັກ, ບັນດາກະຊວງ-ອົງການ, ຄະນະພັກນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະເທດ; ອ່ານໃຫ້ເຂົ້າໃຈຄຳແນະນຳເລກທີ 08/ຄອສພ ລົງວັນທີ 19 ເມສາ 2021 ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄ້ັງທີ XI ຂອງພັກປະຊາຊົນປະຕິວັດລາວ. ເຊິ່ງແມ່ນຄະນະໂຄສະນາອົບຮົມສູນກາງພັກສ້າງຂຶ້ນສົ່ງເຖິງຄະນະພັກ, ບັນດາກະຊວງ-ອົງການ, ຄະນະພັກນະຄອນຫຼວງ ແລະ ແຂວງ; ໃນເວລາທີ່ປະເທດພວກເຮົາພວມພົບກັບຄວາມຫຍຸ້ງຍາກຈາກການລະບາດຂອງພະຍາດໂຄວິດ-19; ຄະນະໂຄສະນາອົບຮົມສູນກາງພັກກໍ່ມີແຈ້ງການເລກທີ 15/ຄອສພລົງວັນທີ 10 ພຶດສະພາ 2021 ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວຕື່ມອີກ.

ບັນດາຂໍ້ມູນຕ່າງໆຂ້າງເທິງນັ້ນສາມາດຊອກຮູ້ ແລະ ດາວໂຫຼດນຳໄປໃຊ້ໄດ້ໂດຍການເຂົ້າໄປໃນເວັບໄຊຂອງຄະນະໂຄສະນາອົບຮົມສູນກາງພັກຈະມີເອກະສານຄົບຊຸດ(ptc.gov.la).

ມີແຕ່ກຳແໜ້ນເນື້ອໃນເອກະສານ; ຄຳແນະນຳ ແລະ ແຈ້ງການຢ່າງເລິກເຊິ່ງຈະເຮັດຫຼ້ອນໜ້າທີ່ການເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນໃນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຮົາໄດ້ຢ່າງເກີດໝາກເຫັນຜົນເປັນຈິງ.