ພອນປີໃໝ່ ສາກົນ ຂໍໃຫ້ການນຳ ແລະ ພະນັກງານ ຄອສພ ທຸກທົ່ວໜ້າ  ມີແຕ່ຄວາມສຸກສົມຫວັງ ຕະຫຼອດໄປ

ພອນປີໃໝ່ ສາກົນ

ຂໍໃຫ້ການນຳ ແລະ ພະນັກງານ ຄອສພ ທຸກທົ່ວໜ້າ  ມີແຕ່ຄວາມສຸກສົມຫວັງ ຕະຫຼອດໄປ

 

1.ປີ 2021 ໝູນເຄື່ອນຍ້າຍ           ກາຍຜ່ານເວລາ  ທ່ານເອີຍ
ປີ 2022 ໝາຍມຸງມາ                  ໄຖ່ຖາມເຖິງຖ້ວນ
ຊວນໃຫ້ຊົມເຊີຍຍ້ອງ                  ສະຫຼອງໄຊແຊວຊື່ນ
ຜ່ານໜຶ່ງປີສະຫຼຸບໄດ້                   ໃນຜົນງານໃຫຍ່ສ້າງ
                                            ວາງໄວ້ສະຫງ່າງາມ

2.ຍ້ອນການນຳເກັ່ງກ້າ                ນຳພາບຸກທະລຸ
ຍູ້ວຽກງານໂຄສະນາ                    ອົບຮົມຈະເລີນກ້າວ
ນຳເອົາແນວທາງພັກຊີ້                  ຜັນຂະຫຍາຍເຜີຍແຜ່
ທັງມະຕິ, ຄຳສັ່ງໄດ້                     ໄປຮອດຖິ່ນດ່ານດ້າວ
                                           ເຖິງເປົ້າບ່ອນໝາຍ ນັ້ນແລ້ວ

3.ສ້າງໄດ້ຄວາມໜັກແໜ້ນ           ໝັ້ນທ່ຽງທາງການເມືອງ
ສັງຄົມເຮືອງຮອງໃສ                    ສຸກສະຫງົບຮຽບຮ້ອຍ
ທຸກຄົນຄອຍຮຽງໜ້າ                   ປະຊາຊົນບັນດາເຜົ່າ
ສາມັກຄີຮ່ວມເຂົ້າ                      ພັດທະນາຊ່ວຍສ້າງ ເມືອງບ້ານຈິ່ງຮຸ່ງເຮືອງ

4.ເນື່ອງໃນ ປີໃໝ່ໄດ້                  ວຽນຮອດມາເຖິງ
ຈຶ່ງຂໍຍໍມືນົບ                             ແນບຫົວຮຽງເກົ້າ
ກ່າວອວຍພອນ ທ່ານຫົວໜ້າ          ໂຄສະນາອົບຮົມສູນກາງພັກ
ທັງທ່ານຮອງ, ຄະນະພັກພ້ອມ         ພະນັກງານທົ່ວໜ້າ
                                            ປັນຍາກ້າວເກັ່ງການ ແທ້ນາ

5.ຂໍໃຫ້ທ່ານ ອາຍຸຈົ່ງໝັ້ນ            ຍືນຍິ່ງຍາວນານ
ສຸກນິລັນກາຍໃຈ                       ຫ່າງໂພຍໄພຮ້ອນ
ສຸກອອນຊອນແນວສ້າງ                ສົມຫວັງທຸກໆຢ່າງ
ສ້າງຜົນງານຊ່ວຍຊວ້ານ                ຄູນຄໍ້າຊາດແຜ່ນດິນ ນີ້ແລ້ວ

6.ໝົດສິ້ນ ພະຍາດຮ້າຍ              ເຊັງຊື່ໂຄວິດ
ຕິດຕໍ່ ກັນໄວວາ                        ແຜ່ລາມຮົນຮ້ອນ
ເຊື່ອງຊ້ອນ ຊຸມແຊງເຊື້ອ               ນູມໃນປູມປອດ
ຫາຍໃຈ ສຽງຫອດແຫ້ງ               ແຮງອິດໂອຍອ່ອນລ້າ
                                           ສະໝອງຊ້າຂຸ່ນໝອງ

7ທົ່ວທຸກຫົນແຫ່ງຫ້ອງ               ປັດສະຈາກໂຄວິດ
ປິດປ່າຍ ໄປນຳປີ                       ເກົ່າໄລລາລ້າງ
ສູນພັນ ທະລາຍມ້າງ                   ລົງດິນລາລັບ
ຢ່າກັບກາຍພັນແຮ່ງຮ້າຍ               ໝາຍຄືນມາເຂັ່ນຂ້າ
                                           ຊາວເຊື້ອເຜົ່າປະຊາ ອີກທ້ອນ

8.ນັບແຕ່ປີໃໝ່ໃຫ້                    ມີແຕ່ໂຊກມະຫາໄຊ
ເງິນຄຳ ໄຫຼໂຮມມາ                    ມັ່ງມີລວຍລົ້ນ
ສຸກສົມບູນກາຍໃຈເຂັ້ມ               ແຂງແຮງໄປຕະຫຼອດ
ໄປໃສຄົນຄິດຮອດ                     ຢູ່ໃສຄົນແຫ່ຫຸ້ມ
                                           ຕອມຕຸ້ມຮັກຖະໜອມ  ນັ້ນທ້ອນ

9.ພ້ອມພຽງກັນຮ່ວມສ້າງ            ການຫັນປ່ຽນຢ່າງແຂງແຮງ
ແທງຊອດບຸກທະລຸ                     ເບິ່ງໄກເຫັນແຈ້ງ
ສຸມທຸກກຳລັງແຮງສູ້                     ອຸທິດຕົນທຸກຍາດເຫື່ອ
ເພື່ອການເມືອງທ່ຽງໝັ້ນ               ເພື່ອສັງຄົມປະເສີດກ້າວ
                                            ລາວຢັ້ງຢູ່ສະຖຽນ ແທ້ແລ້ວ.

ແຕ່ງໂດຍ: ສອນໄພ ບົວຄຳໄຊ