ກອງປະຊຸມເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກ ແລະ ປະກາດການຈັດຕັ້ງ

ກອງປະຊຸມເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກ ແລະ ປະກາດການຈັດຕັ້ງ

    ໃນຕອນເຊົ້າຂອງວັນທີ 08 ພຶດສະພາ, 2024 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີກອງປະຊຸມເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກ ແລະ ປະກາດການຈັດຕັ້ງ ຮອງຫົວໜ້າຄຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາຫົວໜ້າກົມຂອງຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2024 ຢູ່ທີ່ ຫ້ອງປະຊຸມໃຫຍ່; ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ກໍາມະການພັກ, ເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດເຜີຍແຜ່ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024, ໂດຍມີບາງເນື້ອໃນບາງຕອນດັ່ງນີ້: ໃນໄລຍະສິບກວ່າປີຜ່ານມາ, ພັກເຮົາໄດ້ວາງແນວທາງການພັດທະນາທີ່ຍືນຍົງບົນພື້ນຖານການຂຸດຄົ້ນ, ນໍາໃຊ້ກາລະໂອກາດ ແລະ ກຳລັງແຮງສັງລວມເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາ, ຮັບປະກັນໃຫ້ການຂະຫຍາຍຂອງເສດຖະ ກິດດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ. ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ. ເຖິງຢ່າງໃດກໍ່ດີ ໂດຍຜ່ານພຶດຕິກຳຕົວຈິງໃນການກໍ່ສ້າງ, ພັດທະນາ ແລະ ຍົກລະດັບພື້ນຖານເສດຖະກິດແຫ່ງຊາດໄປຕາມທິດດັ່ງກ່າວ, ເຫັນວ່າຄວາມເປັນເຈົ້າຕົນເອງ ດ້ານເສດຖະກິດ ເມື່ອສົມທຽບກັບເງື່ອນໄຂ, ຈຸດພິດເສດ, ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຢູ່ຂອງປະເທດເຮົາແມ່ນຍັງບໍ່ທັນຢູ່ໃນທ່ວງທ່າທີ່ຕັ້ງໜ້າ ແລະ ໜັກແໜ້ນເທື່ອ, ຍັງເພິ່ງພາ, ເອື້ອຍອີງ ໃສ່ການກູ້ຢືມ, ການຊ່ວຍເຫລືອລ້າ. ອາໄສການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ສົ່ງອອກວັດຖຸດິບເປັນຕົ້ນຕໍ, ຂາດການປຸງແຕ່ງ ແລະ ບໍ່ຖືກທິດຍືນຍົງ, ປະເທດເຮົາຍັງປະ ເຊີນໜ້າກັບການຂາດດຸນໃນຫລາຍ ດ້ານ ເຊັ່ນ: ການຄ້າ, ພະລັງງານ, ງົບປະມານ, ເງິນຕາ ແລະ ແຮງງານ. ນອກນັ້ນ ສັງຄົມເຮົາຍັງນັບນີ້ ກາຍເປັນສັງຄົມບໍລິໂພກ, ຄົນມີຄ່ານິຍົມຊົມໃຊ້ສິນຄ້າຈາກຕ່າງປະ ເທດເປັນຕົ້ນຕໍ ແລະ ອື່ນໆ, ເຮັດໃຫ້ ຄວາມສາມາດຮັບມືກັບບັນຫາ ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຜົນສະທ້ອນຈາກສະພາບແວດລ້ອມ ພາຍນອກ ຍັງຈຳກັດຫລາຍດ້ານ. ໃນສະພາບຄວາມເປັນຈິງດັ່ງກ່າວ ພວກເຮົາໃນນາມນັກຮົບແນວຄິດຕ້ອງມີຄວາມຈໍາເປັນຢ່າງພາວະວິໄສ ສຶກສາອົບຮົມພະນັກງານທຸກທົ່ວໜ້າ ແລະ ປະຊາຊົນບັນດາເຜົ່າ ຢືນຢັນຄືນຄວາມຖືກຕ້ອງແນວທາງຂອງພັກ, ແຜນນະໂຍບາຍທີ່ໄດ້ວາງອອກ, ພ້ອມນັ້ນກໍຕ້ອງເປັນເຈົ້າການກວດກາ, ກວດສອບ, ປະເມີນຕີລາຄາ ແລະ ປັບປຸງບາງນະໂຍບາຍ, ຍົກລະດັບຄວາມສາມາດດ້ານວິຊາສະເພາະ, ໃຫ້ຫັນ ແລະ ພັດທະນາເສດຖະກິດຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ອັນຈະເປັນເງື່ອນໄຂພື້ນຖານຮັບປະກັນໃຫ້ແກ່ການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວກໍຄືການພັດທະນາເສຖະກິດຕະຫລາດຕາມທິດສັງຄົມນິຍົມຢູ່ປະເທດເຮົາໃຫ້ນັບນີ້ເປັນຮູບປະທໍາຍິ່ງຂຶ້ນ.

    ຫຼັງຈາກນັ້ນ ນ. ຈັນສຸກ ພິມມະວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຂໍ້ຕົກລົງ ສະບັບເລກທີ 31 /ຄລສພ, ສະບັບທີ78,79/ຄລສພ, ລົງວັນທີ03  /04 /2024, ສະບັບເລກທີ 603,604 /ຄລສພ ແລະ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກຂຶ້ນຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ77 /ຄລສພ ໂດຍແຕ່ລະຂໍ້ຕົກມີເນື້ອໃນແນ່ໃສ່ການຈັດຕັ້ງປະຕິບັດແນວທາງການຊີ້ນໍາຂອງຄະນະນໍາ.

    ໃນພິທີໄດ້ມີການປະກາດພະນັກງານຮັບອຸດໜູນບຳນານ ແລະ ແຕ່ງຕັ້ງບັນດາຫົວໜ້າກົມ, ຮອງກົມຂຶ້ນໃໝ່ດັ່ງນີ້:

  1. ສະຫາຍ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ ເຂົ້າຮັບອຸດໜູນບຳນານ
  2. ສະຫາຍ ສາຄອນ ພົມມະລາດ ຄະນະພັກ, ຫົວໜ້າ ຫ້ອງການ ຂຶ້ນເປັນ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່;
  3. ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ມາເປັນ ຫົວໜ້າກົມໂຄສະນາຜູ້ໃໝ່;
  4. ສະຫາຍ ນ. ພວງມາລີ ອັກຄະມູນຕີ ຄະນະພັກ ຫົວໜ້າກົມກວດກາ ມາເປັນ ຫົວໜ້າກົມຈັດຕັ້ງ-ພະນັກງານຜູ້ໃໝ່;
  5. ສະຫາຍ ສະຫວ່າງ ດາລາແສນ ຮອງຫົວໜ້າກົມກວດກາ ມາເປັນ ວ່າການຫົວໜ້າກົມກວດກາຜູ້ໃໝ່;
  6. ສະຫາຍ ບຸນເພັງ ຈັນທະດາລາ ຮອງຫົວໜ້າຫ້ອງການ ມາເປັນ ວ່າການຫົວໜ້າຫ້ອງການ.

    ໃນຕອນທ້າຍພິທີ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ,ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ ສະຫາຍ ທີ່ໄດ້ຮັບແຕ່ງຕັ້ງ ແລະ ຊັບຊ້ອນຮັບໜ້າທີ່ໃໝ່ຈົ່ງຮີບຮ້ອນມອບວຽກງານ ແລະ ລາຍງານການເຄື່ອນໄຫວຂອງຕົນທີ່ປະຕິບັດໜ້າໃນໄລຍະຜ່ານມາ, ສືບຕໍ່ເອົາໃຈໃສ່ ປະຕິບັດວຽກງານຂອງຕົນທີ່ໄດ້ຮັບໝາຍໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ຍົກສູງປະສິດທິພາບຂອງໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສູງຂຶ້ນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອເປັນກຳລັງແຮງໃນນໍາພາການຈັດຕັ້ງປະຕິບັດໜ້າທີ່ວຽກງານຫັນໄປສູ່ຄຸນນະພາບໃໝ່, ສືບຕໍ່ພົວພັນວຽກງານກັບກົມຕ່າງໆຢ່າງກົມກຽວ, ຍົກສູງຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນ ໂດຍສະເພາະ ເອົາໃຈໃສ່ຄົ້ນຄວ້າ ຮໍ່າຮຽນຍົກລະດັບດ້ານການຊີ້ນໍາ ນໍາພາຕໍ່ໜ້າທີ່ວຽກງານ ແລະ ໃນສະພາບເສດຖະກິດທີ່ມີຄວາມຫຍຸ້ງຍາກ. ຮຽກຮ້ອງໃຫ້ ແຕ່ລະສະຫາຍທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງຈົ່ງ ຄົ້ນຄວ້າຊອກຫາວິທີແກ້ໄຂວຽງານການຈັດຕັ້ງນໍາພາ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ, ຕັ້ງໜ້າຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນກາຍເປັນຜູ້ຊ່ຽວຊານສະເພາະດ້ານເພື່ອພັດທະນາຕົນເອງ ແລະ ການຈັດຕັ້ງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.