ການນຳຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (07.05.1954 – 07.05.2024)

ການນຳຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ
(07.05.1954 – 07.05.2024)

    ໃນຕອນເຊົ້າວັນທີ 07 ພຶດສະພາ 2024 ທີ່ຫ້ອງປະຊຸມແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (07.05.1954 – 07.05.2024). ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນ. ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກແຫ່ງສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຊີ້ນຳການກະກຽມສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ, ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ມີບັນດາສະຫາຍການນໍາຂັ້ນສູງພັກ-ລັດ, ພະນັກງານບຳນານຂັ້ນສູງ, ພະນັກງານ, ທະຫານ, ຕຳຫຼວດ, ຊາວໜຸ່ມ, ແມ່ຍິງ, ກຳມະບານ, ນັກຮຽນ-ນັກສຶກສາ ແລະ ບັນດາພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມກໍໄດ້ເຂົ້າ​ຮ່ວມຢ່າງພ້ອມພຽງ.

    ກ່ອນຈະເຂົ້າສູ່ພິທີຢ່າງເປັນທາງການໄດ້ຮັບຊົມວິດີໂອສາລະຄະດີຂອງບັ້ນຮົບດັ່ງກ່າວ ແລະ ການສະແດງສີລະປະວັນນະຄະດີຂອງສອງຊາດລາວ-ຫວຽດນາມ ທີ່ສະແດງໃຫ້ເຫັນເຖິງນັກຮົບປະຕິວັດທີ່ບໍ່ຍອມຈຳນົນຕໍ່ສັດຕູ, ຍອມເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໄດ້ຖືກຖ່າຍທອດຜ່ານບັນດາບົດເພງ ແລະ ບົດຟ້ອນ ຢ່າງມີຄວາມໝາຍທີ່ເລິກເຊິ່ງ ແລະ ມີເນື້ອໃນທີ່ສຳຄັນທາງປະຫວັດສາດ ເຊິ່ງສ່ອງແສງໃຫ້ເຫັນເຖິງສາຍໄຍແຫ່ງຄວາມຜູກພັນ ຄວາມສາມັກຄີມິດຕະພາບທີ່ໜັກແໜ້ນ ທີ່ບໍ່ສາມາດຕັດຂາດອອກຈາກກັນໄດ້.

    ຈາກນັ້ນພິທີທາງການໄດ້ເລີ່ມຕົ້ນໂດຍ ສະຫາຍ ນ. ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ,ຮອງປະທານປະເທດ ແຫ່ງ ສປປ ລາວ ຕາງໜ້າໃຫ້ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຂຶ້ນກ່າວບົດສູນທອນພົດທີ່ມີຄວາມໝາຍຄວາມສຳຄັນນີ້ວ່າ:

    ກ່ອນໜ້ານີ້ 70 ປີ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຍາດເອົາໄຊຊະນະປະຫວັດສາດ ດຽນບຽນຟູ. ໄຊຊະນະດັ່ງກ່າວ ໄດ້ນຳໄປສູ່ການລົງນາມໃນສັນຍາເຊີແນວ ກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ອິນດູຈີນ, ສ້າງປະຖົມປັດໄຈ ໃຫ້ປະຊາຊົນຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ ໃນປີ 1975.

70 ປີ, ພາຍຫຼັງໄຊຊະນະດຽນບຽນຟູ, ປະຊາຊົນຫວຽດນາມ ແລະ ຝຣັ່ງ ໄດ້ຮ່ວມກັນສ້າງສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາ. ດຽນບຽນຟູ ແມ່ນບັ້ນຮົບໃຫຍ່ສຸດໃນສົງຄາມອິນດູຈີນ ຄັ້ງທີໜຶ່ງ ຊຶ່ງໄດ້ເກີດຂຶ້ນຢູ່ເມື່ອງແທັງ ເມືອງດຽນບຽນ ແຂວງລາຍເຈົາ (ປັດຈຸບັນ ແມ່ນນະຄອນດຽນບຽນຟູ ແຂວງດຽນບຽນ).

ໄຊຊະນະດຽນບຽນຟູ, ປະທານ ໂຮ່ຈິມິນ ໄດ້ເວົ້າວ່າ: ນີ້ແມ່ນຫຼັກໝາຍປະຫວັດສາດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ແມ່ນບົດກອນລຳອຳມະຕະຂອງສົງຄາມປະຊາຊົນ. ສ່ວນ ທ່ານ ພົນເອກ ວໍ ຫງຽນ ຢາບ ຢັ້ງຢືນວ່າ: ຫວຽດນາມ ສາມາດເຮັດໄດ້ສິ່ງທີ່ຄິດວ່າເປັນເທບນິຍາຍ ແຕ່ພັດກາຍເປັນຄວາມຈິງ.

ດ້ວຍໄຊຊະນະດຽນບຽນຟູ, ສັນຍາເຊີແນວ ວ່າດ້ວຍການຢຸດຕິສົງຄາມ, ຟື້ນຟູສັນຕິພາບຢູ່ອິນດູຈີນ, ລຶບລ້າງການປົກຄອງຂອງຝຣັ່ງ, ການຮັບຮູ້ເອກະລາດຂອງ 3 ຊາດອິນດູຈີນ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ຮັບການລົງນາມ. ເຄິ່ງໜຶ່ງຂອງດິນແດນຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ, ກໍ່ສ້າງພາກເໜືອ, ເປັນແນວຫຼັງອັນໃຫຍ່ຫຼວງ ແລະ ໝັ້ນແກ່ນໃຫ້ແກ່ພາລະກິດທ້ອນໂຮມປະເທດຊາດ ເປັນເອກະພາບ.

    ບັ້ນຮົບດຽນບຽນຟູເປັນເຫດການທີ່ດັງກ້ອງກັງວານ ແລະ ສັ່ນສະເທືອນໄປທົ່ວໂລກ, ມີຄວາມໝາຍປະຫວັດສາດທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມວິລະຊົນເຊິ່ງ ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງກໍາລັງແຮງຂອງ ມະຫາສາມັກຄີທົ່ວປວງຊົນທັງຊາດ, ໃຫ້ເຫັນຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນຕໍ່ ສັນຕິພາບ ແລະ ເອກະລາດ ແຫ່ງຊາດ; ເປັນການສະແດງເຖິງຄວາມສະຫຼາດສ່ອງໃສ ໃນການ ນໍາພາ ຂອງພັກແຮງງານຫວຽດນາມ ທີ່ມີປະທານ ໂຮ່ ຈິມິນ ເປັນຜູ້ນໍາໃນການວາງແນວທາງຕໍ່ສູ້ຢ່າງຍາວນານ, ຮອບດ້ານ, ປະດິດສ້າງ, ເສີມຂະຫຍາຍກຳລັງແຮງເເຫ່ງຄວາມສາມັກຄີທົ່ວປວງ ຊົນທັງຊາດ, ອີງໃສ່ກຳລັງພາຍໃນເປັນຕົ້ນຕໍ, ຍາດແຍ່ງ ການສະໜັບສະໜູນ ແລະ ການ ຊ່ວຍເຫຼືອຈາກເພື່ອນມິດສາກົນ, ຮູ້ສົມທົບລະຫວ່າງກໍາລັງແຮງຂອງຊາດ ກັບ ກໍາລັງແຮງ ຂອງຍຸກສະໄໝ, ທັງສະແດງໃຫ້ເຫັນ ເຖິງຄວາມເກັ່ງກ້າປີຊາສາມາດ, ມີໄຫວພິບຂອງຜູ້ ບັນຊາການດ້ານຮົບຄື: ນາຍພົນເອກ ວໍ ຫງຽນ ຢາບ ໃນການຫັນປ່ຽນຍຸດທະວິທີການທະ ຫານ: “ຈາກການຕີໄວ, ແກ້ໄຂໄວ” ມາເປັນ “ການຕີຢ່າງໜັກແໜ້ນ, ກ້າວຂຶ້ນຢ່າງໜັກແໜ້ນ” ຂອງກອງທັບປະຊາຊົນຫວຽດນາມ, ຊຶ່ງເປັນກົນລະຍຸດ ການທະຫານທີ່ສໍາຄັນ ປະກອບ ສ່ວນເຂົ້າໃນການປົດປ່ອຍບັ້ນຮົບດຽນບຽນຟູ ຢ່າງສະຫວ່າງສະໄຫວທີ່ສຸດ, ດັງກ້ອງກັງວານ ໃນ ປະຫວັດສາດຂອງມວນມະນຸດ, ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນ ຂອງປະຊາຊົນ ຫວຽດນາມວິລະຊົນທີ່ມີກຽດສະຫງ່າ  ເຊິ່ງໄດ້ຖືກບັນທຶກເຂົ້າໃນໜ້າ ປະຫວັດສາດຂອງ ໂລກຢູ່ໃນ ສັດຕະວັດທີ 20, ທີ່ໄດ້ທັບມ້າງລະບົບຫົວເມືອງຂຶ້ນ ຂອງ ລັດທິຈັກກະພັດ ໃຫ້ ພັງທະລາຍລົງ; ໄຊຊະນະດຽນບຽນຟູ ແມ່ນໄຊຊະນະແຫ່ງຄວາມສາມັກຄີ, ຮ່ວມຂຸມຄອງດຽວ ກັນ ໃນການຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນຝລັ່ງ ຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ. ບັ້ນຮົບປົດປ່ອຍດຽນບຽນຟູໄດ້ສະແດງເຖິງໄຊຊະນະຂອງກ້ອນກຳລັງສາມັກຄີ, ຮ່ວມສຳພັນສູ້ຮົບ ແລະ ຄຽງ ບ່າຄຽງໄຫລ່ ຂອງສາມຊາດອິນດູຈີນ ທີ່ໄດ້ຮ່ວມຂຸມຄອງດຽວກັນ, ຕ້ານກັບສັດຕູ ໂຕດຽວກັນ ເພື່ອປົດປ່ອຍຕົນເອງ; ເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ໃນພາລະກິດຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຕົນຈົນ ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນໃນປີ 1975 ແລະ ດໍາເນີນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

    ໃນໂອກາດສະເຫຼີມສະຫຼອງວັນແຫ່ງໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ, ພວກເຮົາຍິ່ງຈົດຈຳຈາລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ່ງຕໍ່ການອຸທິດອັນໃຫຍ່ຫຼວງຂອງ ປະທານ ໂຮ່ ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນຳທີ່ ແສນເຄົາລົບຮັກ ແລະ ນັກຮົບປະຕິວັດ ສາມຊາດອິນດູຈີນ ແກ່ປີຕິພູມທີ່ແສນຮັກ ແລະ ຫວງ ແຫນ ເພື່ອຄວາມເປັນເອກະລາດແຫ່ງຊາດ, ອິດສະຫຼະພາບ, ປະຊາທິປະໄຕ, ເພື່ອຄວາມສົມບູນ ພູນສຸກຂອງປະຊາຊົນລາວບັນດາເຜົ່າ ແລະ ຄວາມວັດທະນາຖາວອນຂອງຊາດລາວເຮົາ.