ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023

ໃນຕອນບ່າຍວັນທີ 14 ພຶດສະພາ 2024 , ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2023 ເຊິ່ງເປັນກົມທຳອິດທີ່ໄດ້ດຳເນີນວຽກງານດ່ັງກ່າວ ເປັນກຽດເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາ, ມີສະຫາຍ ນາງ ພວງມາລີ ອັກຄະມົນຕີ ກໍາມະການພັກ ຫົວໜ້າກົມກວດກາ ພ້ອມດ້ວຍທີມງານ, ມີສະຫາຍ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຫາຍ ພູວັນ ສຸວັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາສະຫາຍຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມສະຫາຍ ພູວັນ ສຸວັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຜ່ານບົດສະຫຼຸບລາຍງານການກວດກາປົກກະຕິປະຈໍາປີ 2023 ໃນໄລຍະໜຶ່ງປີຜ່ານມາ ໂດຍອີງຕາມແຈ້ງການ ສະບັບເລກທີ 02/ກກ, ລົງວັນທີ 03/04/2024 ກ່ຽວກັບການດໍາເນີນການກວດກາປົກກະຕິປະຈຳປີ 2023, ອັນທີ່ພົ້ນເດັ່ນຂອງວຽກງານພັກແມ່ນໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ເອົາໃຈໃສ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ໜັກແໜ້ນ, ເຂັ້ມແຂງ 03 ປີຊ້ອນ. ສະມາຊິກພັກແຕ່ລະສະຫາຍໄດ້ເປັນເຈົ້າການຄົ້ນຄວ້າ, ເຊື່ອມຊຶມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມກາງສະໄໝ ເປັນຕົ້ນແມ່ນໄລຍະທ້າຍສະໄໝກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ; ກໍຄືກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ນອກຈາກນັ້ນຍັງໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ມອບໝາຍໃຫ້ສະຫາຍໃນໜ່ວຍພັກກະກຽມຂຶ້ນແຜນ ເພື່ອຜັນຂະຫາຍເຊື່ອມຊຶມເອກະສານ, ຄຳແນະນຳ, ແຜນດຳເນີນງານຄຽງຄູ່ກັບການກະກຽມແຕ່ງຕັ້ງຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງຕົນ ແລະ ກະກຽມດຳເນີນກອງປະຊຸມຂອງໜ່ວຍຮາກຖານອົງການຈັດຕັ້ງມະຫາຊົນໃຫ້ມີຜົນສຳເລັດຕາມຄາດໝາຍ. ຫຼັງຈາກນັ້ນກອງປະຊຸມໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນພ້ອມທັງມີຂໍ້ສະເໜີດ້ານຕ່າງໆທີ່ກ່ຽວຂ້ອງກັບວຽກງານວິຊາສະເພາະ; ວຽກງານການນຳ, ວຽກງານກໍ່ສ້າງພັກພະນັກງານ ແລະ ບັນຫາອຶ່ນໆແນ່ໃສ່ເພື່ອປັບປຸງວຽກງານຂອງຕົນໃຫ້ນັບມື້ນັບດີຂຶ້ນເລື້ອຍໆ.

ທ້າຍພິທີສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຣອງຫົວໜ້າ ຄອສພ, ປະທານກວດກາໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມເຊິ່ງສະຫາຍໄດ້ເໜັ້ນໜັກວ່າ:

  1. ສະຫາຍໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນງານທີ່ໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ເຊິ່ງໜ່ວຍພັກສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ແລະ ຈັດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ສະໄໝ ຕິດຕໍ່ກັນ ນີ້ຖືເປັນການຢັ້ງຢືນໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກ ກໍຄືສະມາຊິກພັກ, ພະນັກງານທຸກສະຫາຍທີ່ມີຄວາມຮັບຜິດຊອບສູງ, ພ້ອມກັນຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ ກໍຄືວຽກງານວິຊາສະເພາະ ແລະ ແຜນງານຂອງໝ່ວຍພັກວາງອອກຢ່າງເຂັ້ມງວດ.
  2. ຄະນະພັກ, ຄະນະນໍາຕ້ອງເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກພັກ-ພະນັກງານພາຍໃນໜ່ວຍໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ຮອບດ້ານ; ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືການຈັດຕັ້ງແຕ່ລະຂັ້ນ. ມີຄວາມສາມັກຄີເປັນເອກະພາບ ແລະ ຕັ້ງໜ້າສູ້ຊົນປະຕິບັດວຽກງານດ້ານຕ່າງໆໃຫ້ມີຜົນສໍາເລັດຕາມການມອບໝາຍ.
  3. ເອົາໃຈໃສ່ຄຸ້ມຄອງ ແລະ ພັດທະນາວຽກງານສື່ເອເລັກໂຕຣນິກໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.
  4. ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາແຜນງານ, ໜ້າວຽກທີ່ຍັງບໍ່ທັນເຮັດສໍາເລັດ ຫຼືຍັງບໍ່ທັນໄດ້ຈັດຕັ້ງປະຕິບັດຫັນເຂົ້າສູ່ການປະຕິບັດຕົວຈິງໃຫ້ເປັນຮູບປະທໍາ.
  5. ເອົາໃຈໃສ່ປັບປຸງວຽກງານວິຊາສະເພາະໃຫ້ມີເນື້ອໃນເລິກເຊິ່ງ, ໜັກແໜ້ນ, ທັນເຫດການ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຍົກສູງບົດບາດຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃຫ້ນັບມື້ມີຄຸນນະພາບໃໝ່.