ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ II ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາຢູ່ພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ II ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາຢູ່ພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)

    ໃນວັນທີ 16 ພຶດສະພາ 2024 ບັນດານັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ II ຄະນະໂຄສະນາອົບຮົມສູນກາງພັກຈໍານວນ 30 ສະຫາຍ, ຍິງ 15 ສະຫາຍໄດ້ໄປທັດສະນະສຶກສາຢູ່ພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ນໍາພາໂດຍ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ II ຂອງຄະນະໂຄສະນາອົບຮົມສູນກາງພັກ.

    ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ບັນດານັກສຶກສາໄດ້ວາງກະຕ່າດອກໄມ້ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນຳແສນເຄົາລົບຮັກຂອງຊາດ ເຊິ່ງເພີ່ນເປັນຜູ້ໜຶ່ງທີ່ຮັກ​ຊາດ, ເປັນ​ລູກ​ຜູ້​ປະ​ເສີດ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ເປັນ​ນັກ​ປະ​ຕິ​ວັດ​ຜູ້​ດີ​ເລີດ, ເປັນວິລະບູລຸດຂອງຊາດລາວ, ເປັນຜູ້ນຳທີ່​ມີ​ຄວາມ​ປີ​ຊາ​ສາ​ມາດ, ສະຫຼາດຫຼັກ​ແຫຼມ, ມີ​ໄຫວ​ພິບ​ອັນ​ແຫຼມ​ຄົມ, ມີ​ນ້ຳ​ໃຈ​ຕໍ່​ສູ້​ເດັດ​ດ່ຽວ​ໜຽວ​ແໜ້ນ, ເປັນ​ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ ພັກ, ​ລັດ ແລະ ​ປະ​ຊາ​ຊົນ. ພວກເຮົາຄວນຮຽນຮູ້ເອົາເປັນແບບຢ່າງທີ່ດີໂດຍສະເພາະແມ່ນມູນເຊື້ອປະຕິວັດ, ຄຸນທາດການເມືອງ, ແບບແຜນວິທີເຮັດວຽກ, ຄຸນສົມບັດສິນທໍາ ແລະ ການດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ເຊິ່ງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ພົນລະເມືອງລາວທຸກໆຄົນ. ຖືອັນນັ້ນເປັນໄມ້ຫຼາວັດແທກດ້ານຄຸນສົມບັດ, ທັດສະນະທ່າທີຂອງພະນັກງານ ທັງເປັນການເພີ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍ່ຄື ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.

 

    ໃນຕອນບ່າຍຂອງວັນດຽວກັນຄະນະຍັງໄດ້ທາງໄປທັດສະນະສຶກສາທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຊິ່ງເປັນສະຖາທີແຫ່ງການສ້າງຊັບພະຍາກອນຂັ້ນນຳຂອງປະເທດລາວເຮົາ ພ້ອມທັງຮັບຟັງປາຖະກະຖາກ່ຽວກັບປະຫວັດການກຳເນີດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໃຫ້ໄດ້ຮູ້ວ່າ: ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ມີມູນເຊື້ອປະຫວັດຄວາມເປັນມາຍາວນານ ເຊິ່ງມີການເຕີບໃຫຍ່ຂະຫຍາຍຕົວຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດລາວ. ພາຍຫຼັງພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22/03/1955, ພັກໄດ້ນໍາພາກຳລັງແຮງຕົ້ນຕໍ ຂອງການປະຕິວັດລາວ ດຳເນີນການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ແລະພວກລູກແຫຼ້ງຕີນມື ຂອງພວກເຂົາ, ສາມາດຍາດໄດ້ໄຊຊະນະເປັນກ້າວໆ ແຕ່ນ້ອຍຫາໃຫຍ່ ແລະ ກ້າວໄປເຖິງການປົດປ່ອຍປະຊາຊົນ ອອກຈາກການກົດຂີ່ຂົ່ມເຫັງ ຂອງພວກສັກດີນາພາຍໃນ ແລະ ປົດປ່ອຍປະເທດຊາດອອກຈາກການຄອບຄອງ ຂອງຈັກກະພັດຕ່າງດ້າວໄດ້ຢ່າງສົມບູນ ແລະສ້າງຕັ້ງ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975.