ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງທ່າແຕງ

ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງທ່າແຕງ

ຕອນເຊົ້າວັນທີ 21 ພຶດສະພາ 2024 ນີ້ ທ່ານ ນາງ ຈັນສຸກ ພິມມະວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ຮ່ວມເຮັດວຽກກັບທ່ານ ບົວວັນ ບຸດຕະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ທ່າແຕງ ຜູ້ຊີ້ນຳວຽກງານໂຄສະນາ-ປາຖະກະຖາຢູ່ທີ່ຫ້ອງປະຊຸມຫ້ອງການຍຸຕິທໍາເມືອງ ທ່າແຕງ ເພື່ອແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້. ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊກອງ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

ທ່ານ ບົວວັນ ບຸດຕະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ທ່າແຕງ ໄດ້ຂຶ້ນລາຍງານສະພາບລວມຂອງຄະນະໂຄສະນາອົບຮົມເມືອງທ່າແຕງປະກອບມີພະນັກງານທັງໝົດ 6 ທ່ານ,ຍິງ 2 ທ່ານ.ໃນນັ້ນມີ ຮອງຫ້ອງການ 2 ທ່ານ,ມີຫົວໜ້າໜ່ວຍງານ 3 ທ່ານ,ຮອງໜ່ວຍງານ 1 ທ່ານ,ມີ 3 ໜ່ວຍງານຄື: ໜ່ວຍງານບໍລິຫານ,ໜ່ວຍງານອົບຮົມ ແລະ ໜ່ວຍງານໂຄສະນາ. ໂດຍໄລຍະຜ່ານມາໄດ້ຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງຮອບດ້ານເປັນຕົ້ນ: ວຽກງານການເມືອງແນວຄິດ ໄດ້ນໍາເອົາມະຕິ,ຄໍາສັ່ງ,ຄໍາແນະນໍາ,ຂໍ້ກໍານົດ,ກົດລະບຽບຕ່າງໆຂອງຂັ້ນເທິງລົງເຜີຍແຜ່ຢ່າງທົ່ວເຖິງນັບແຕ່ຂັ້ນເມືອງລົງສູ່ຮາກຖານບ້ານ,ມີຜູ້ເຂົ້າຮ່ວມທັງໝົດ 2 ພັນກວ່າຄົນ,ຍິງ 7 ຮ້ອຍກວ່າຄົນ,ເຊິ່ງເຮັດໃຫ້ຄະນະພັກ,ສະມາຊິກພັກພາຍໃນໜ່ວຍສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ເພິ່ງຕົນເອງ. ໃນນັ້ນ ເອົາໃຈໃສ່ ກໍ່ສ້າງໜ່ວຍພັກປອດໃສ່,ເຂັ້ມແຂງ,ໜັກແໜ້ນຢ່າງເປັນປົກກະຕິໃນແຕ່ລະປີ ສໍາເລັດການດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກ,ພາຍໃນໜ່ວຍພັກມີສະມາຊິກພັກທັງໝົດ 7 ສະຫາຍ,ຍິງ 3 ສະຫາຍ,ສະມາຊິກພັກໄດ້ຮັບບັດສະມາຊິກພັກຈຳນວນ 5 ສະຫາຍ,ຍິງ 2 ສະຫາຍ.

ໂອກາດດັ່ງກ່າວທ່ານ ນາງ ຈັນສຸກ ພິມມະວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານນາງ ສີສະຫງ່າ ແກ້ວດວງດີ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊກອງ ໄດ້ພັດປ່ຽນກັນຊີ້ແຈງຈຸດປະສົງໃນການມາເຮັດວຽກຄັ້ງນີ້ ແມ່ນເພື່ອລົງເກັບກຳຂໍ້ມູນ ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນມະຕິ XI ຂອງພັກ, ການພັດທະນາເຂດຈຸດສຸມ,ບ້ານ ກໍຄືບຸກຄົນດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ບັນຫາທີ່ພົ້ນເດັ່ນອື່ນໆຢູ່ພາຍໃນຄະນະໂຄສະນາອົບຮົມເມືອງທ່າແຕງ ເພື່ອນຳເອົາຂໍ້ມູນ ກໍຄືຄໍາສະເໜີຕ່າງໆ ໂດຍສະເພາະ ການອົບຮົມ, ອຸປະກອນຮັບໃຊ້, ສິ່ງອໍານວຍຄວາມສະດວກ,ການໂຄສະນາເຄື່ອນທີ່, ໂກຕາພະນັກງານລັດຖະກອນ, ການກໍານົດຕໍາແໜ່ງງານ ແລະ ສະພາບຫາງສຽງຂອງສັງຄົມ ນຳໄປປັບປຸງ, ແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນເທື່ອລະກ້າວ. ພາຍຫຼັງສໍາເລັດການພົບປະແລ້ວກໍໄດ້ລົງຢ້ຽມຢາມສວນ ສີນຸກ ແລະ ທ່າແຕງຟາມ&ຣີສອດ ຕື່ມອີກ.

ຂ່າວ-ພາບ: ພອນ ບຸນອຸທິດ Tel & WhatsApp 020 5632 8844