ອົບຮົມການເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ກຸ່ມບ້ານກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ

 

ຄະນະໂຄສະນາອົບຮົແຂວງບໍ່ແກ້ວສົມທົບກັບຄະນະໂຄສະນາອົບຮົມສູນກາງພັກຈັດຊຸດອົບຮົມການເມືອງ-ແນວຄິດຂຶ້ນໃນວັນທີ 29 ພຶດສະພາ 2024 ທີ່ໂຮງຮຽນມັດທະຍົມກຸ່ມບ້ານກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານ ຂອງສະຫາຍ ອຸ່ນແສງ ທຸນອິນໃຈ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນໂຄສະນາອົບຮົມສູນກາງພັກ, ສະຫາຍ ຄໍາມູນ ສີຫານຸວົງ ກໍາມະການພັກເມືອງ ຜູ້ຊີ້ນໍາກຸ່ມບ້ານກ້ອນຕື່ນ ແລະ ພ້ອມດ້ວຍຄະນະຮັບຜິດຊອບຂອງຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ແລະ ເມືອງເຂົ້າຮ່ວມ; ຊຸດອົບຮົມຄັ້ງນີ້ປະກອບມີ: ຜູ້ຊົງຄຸນວຸດທິເຂົ້າຮ່ວມທັງໝົດ 44 ທ່ານ, ຍິງ 5 ທ່ານ. ເຊິ່ງໄດ້ນໍາໃຊ້ເອກະສານ 3 ບົດຄື: ບົດທີ1: ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ, ບົດທີ2: ບົດບາດ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ແລະ ບົດທີ3: ເພີ່ມທະວີຄວາມສາມັກຄີເປັນປືກແຜນ ແລະ ຄວາມສະເໜີພາບຂອງປະຊາຊົນລາວບັນດາເຜົ່າ ທີ່ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າໃນການອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ.

ຜ່ານການອົບຮົມການເມືອງ-ແນວຄິດເຫັນໄດ້ວ່າຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ໄດ້ມີຄວາມຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ ແລະ ຍົກສູງບົດບາດ, ໜ້າທີ່ ຂອງຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນ, ລູກ, ຫຼານ ໄດ້ຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ກົດໝາຍລະບຽບການຕ່າງໆ;ແນ່ໃສ່ຍົກສູງສະຕິຕື່ນຕົວເປັນເຈົ້າການປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງເຜົ່າ; ພ້ອມທັງເປັນເຈົ້າການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ແລະ ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນຂອງຄົນບໍ່ດີ ທີ່ຫວັງກໍ່ຄວາມບໍ່ສະຫງົບ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ກໍຄື ຫວັງມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາ.

ຂຽນໂດຍ: ຈ໋າຍໜໍ່ ພົມປັນຍາ