ກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປະຈໍາປີ 2024 ຜ່ານລະບົບກອງປະຊຸມທາງໄກ (video conference).

ກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປະຈໍາປີ 2024 ຜ່ານລະບົບກອງປະຊຸມທາງໄກ (video conference).

ໃນຕອນເຊົ້າຂອງ ວັນທີ 27 ມີຖຸນາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານວຽກ ງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປະຈໍາປີ 2024 ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ  ພາຍໃຕ້ໂດຍການເປັນປະທານ ແລະ ກ່າວ ເປີດກອງປະຊຸມຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມ ມີ: ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມ ບັນດາ ແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບວຽກງານເວັບໄຊສ ແລະ ພະນັກງານວິຊາການ ພາຍໃນພະແນກເຕັກ ໂນໂລຊີ-ຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ຫຼັງຈາກນັ້ນໄດ້ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປະຈໍາປີ 2024 ແນ່ໃສ່ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ເວົ້າສະເພາະກໍແມ່ນພາຍຫຼັງໄດ້ຜ່ານຝຶກອົບຮົມການນຳໃຊ້ເວັບໄຊມາແລ້ວພວກເຮົາຈົ່ງພ້ອມກັນປະດິດສ້າງສິ່ງໃໝ່ດ້ວຍຫຼາຍຮູບການໂຄສະນາທີ່ມີຫຼາກຫຼາຍກວ່າເກົ່າມີຄວາມດຶງດູດຜູ້ອ່ານຂ່າວໃຫ້ນັບມື້ນັບຫຼາຍຂຶ້ນ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ ( ເວັບໄຊ) ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດຕໍ່ກອງປະຊຸມຢ່າງກົງໄປກົງມາ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ໂດຍສະເພາະແມ່ນການຝຶກອົບຮົມຜ່ານທາງອອນລາຍຄະນະໂຄສະນາອົບຮົມແຂວງທົ່ວປະເທດເຫັນໄດ້ວ່າສາມາດຈັດຕັ້ງປະຕິບັດໄດ້ຫຼາຍກວ່າ 80%ຂຶ້ນໄປ  ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ໂຄສະນາອົບຮົມບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກບາງບັນຫາເຊັ່ນ:

  1. ສືບຕໍ່ການຕິດຕາມກວດກາການເຄື່ອນໄຫວເທິງໜ້າເວັບໄຊສຂອງແຂວງຕົນ ໂດຍສະເພາະ ບັນດາຄໍລຳຕ່າງໆໃຫ້ມີເນື້ອໃນອຸດົມສົມບູນ, ການເຜີຍແຜ່ຂໍ້ມູນຂ່າວສານຢູ່ພາຍໃນຄະນະໂຄສະນາອົບຮົມແຂວງ ເພື່ອຖອດຖອນບົດຮຽນເຊິ່ງກັນແລະກັນ.
  2. ຜູ້ຮັບຜິດຊອບວຽກງານຂໍ້ມູນຂ່າວສານຈົ່ງເອົາໃຈຊຸກຍູ້ເປັນເຈົ້າການໃນການນຳໃຊ້ເວັບໄຊໃຫ້ມີປະສິດພາບ ແລະ ປະສິດທິຜົນສູງສຸດໃຫ້ສົບກັບເປັນເສນາທິການເພື່ອກຳໄດ້ບັນຫາໃນການສະເໜີຂໍທິດຊີ້ຈາກຂັ້ນເທິງຂັ້ນຖັດຕົນປັບປຸງແກ້ໄຂຕາມຂັ້ນຕອນໃຫ້ທັນກັບເວລາ.
  3. ສ້າງການພົວພັນ ແລະ ປະສານງານຢ່າງເປັນປົກກະຕິ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ ບົດຂ່າວການເຄືີ່ອນໄຫວຂອງເມືອງ ລົງໃນເວັບໄຊ ທັງເປັນການກໍ່ສ້າງພະນັກງານໃນຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ແຂວງຕ້ອງເປັນເຈົ້າການຊ່ວຍຄະນະໂຄສະນາອົບຮົມເມືອງ ເພື່ອຂະຫຍາຍຕາໜ່າງເພື່ອນຮ່ວມງານໃຫ້ທົ່ວເຖິງ.
  4. ການຍາດແຍ່ງເອົາການຊ່ວຍເຫຼືອ ທາງດ້ານທຶນຮອນ ແລະ ອຸປະກອນຮັບໃຊ້ຈາກຄະນະນຳຂອງແຂວງ ຕ້ອງໄດ້ຍົກໃຫ້ເພີ່ນກັນ ແລະ ຮັບຮູ້ເຂົ້າໃຈຄວາມສຳຄັນ ເປັນຕົ້ນລະບົບອິນເຕີເນັດໃນຄວາມໄວທີ່ເໝາະສົມ ໂດຍອີງໃສ່ການຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ທາງສື່ເອເລັກໂຕຣນິກ ເພື່ອອຳນວຍຄວາມສະດວກໃນຈັດຕັ້ງປະຕິບັດບັນດາວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
  5. ສະເໜີບັນດາແຂວງມີແບນເນີຫ້ອງປະຊຸມທາງໄກຂອງຕົນເອງເພື່ອຄວາມເປັນລະບຽບຮຽບຮ້ອຍໃນການອອກສື່.