ຄະນະໂຄສະນາອົບຮົມສູນກາງພັກ ແລະ ລັດວິສາຫະກິດຖືຮຸ້ນລາວສ້າງຂະບວນການຫຼີ້ນກິລາເຕະບານເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງຕົນ

ຄະນະໂຄສະນາອົບຮົມສູນກາງພັກ ແລະ ລັດວິສາຫະກິດຖືຮຸ້ນລາວສ້າງຂະບວນການຫຼີ້ນກິລາເຕະບານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ  V ຂອງໜ່ວຍພັກລັດວິສາຫະກິດຖືຮຸ້ນລາວ

ໃນຕອນແລງວັນທີ 14 ມິຖຸນາ 2024 ຜ່ານມາທີ່ເດີນບານເຕະວິກຕໍຣີ ຫຼັກ4 ນະຄອນຫຼວງວຽງຈັນ,  ໄດ້ຈັດການ​ແຂ່ງຂັນ​ເຕະບານ​ມິດຕະພາບ ລະຫວ່າງ ທີມນັກກິລາຊາຍ ຄະນະໂຄສະນາອົບຮົມສູນກາງພັກ ກັບ ທີມກິລາລັດວິສາຫະກິດຖືຮຸ້ນລາວເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງຕົນ, ໃຫ້ກຽດເຂົາຮ່ວມມີ ທ່ານ ປອ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມ ພ້ອມດ້ວຍນັກກິລາ ເພື່ອເປັນການສ້າງຄວາມ​ສາມັກຄີພາຍໃນພາຍນອກໃຫ້ ແໜ້ນແຟ້ນທັງເປັນການ​ພັດທະນາ​ຮ່າງກາຍ​ໃຫ້​ມີ​ຄວາມ​ແຂງແກ່ນ, ມີອາລົມ​ຈິດທີ່ດີ ແລະ ມີສຸຂະພາບແຂງແຮງ ເພື່ອ​ກຽມພ້ອມ​ປະຕິບັດ​ວຽກງານ​ວິຊາ​ສະເພາະ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ​ທີ່ວາງ​ໄວ້.