ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ໃຫ້ສະມາ ຊິກພັກ-ພະນັກກງານ ຄະນະໂຄສະນາອົບຮົມສູນກາງພັກ.

ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກກງານ ຄະນະໂຄສະນາອົບຮົມສູນກາງພັກ.

    ໃນຕອນເຊົ້າຂອງວັນທີ 08 ກໍລະກົດ 2024 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ II ໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ໂດຍພາຍໃຕ້ການເປັນປະ ທານຮ່ວມແລະ ກ່າວປິດພິທີຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເຂົ້າຮ່ວມມີ: ບັນດາຫົວໜ້າກົມ ຄອສພ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າຈາກປ້ອງກັນສູນກາງ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກຝຶກອົບຮົມທັງໝົດ 30 ສະຫາຍ,ຍິງ 15 ສະຫາຍ.

    ໃນພິທີ ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວຫນ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານບົດສະຫລຸບຜົນການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ລະບົບ 03 ເດືອນຂອງຄະນະໂຄສະນາອົບຮົມສູນກາງພັກ ເຊີ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມໃນການຈັດຕັ້ງປະຕິບັດການຮຽນການສອນໃນໄລຍະ 03 ເດືອນຜ່ານມາ, ຕີລາຄາຜົນໄດ້ຮັບທາງດ້ານການຮຽນ-ການສອນ, ທາງດ້ານການເມືອງ-ແນວຄິດ, ເນື້ອໃນ ຮູບແບບຫລັກສູດການຮຽນ-ການສອນ, ຄຽງຄູ່ກັບດ້ານດີທີ່ກ່າວມາຂ້າງເທີງນັ້ນກໍຍັງມີດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນສະເພາະຫນ້າ ແລະ ບົດຮຽນທີ່ຖອດຖອນໄດ້.

    ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້ ໃຫ້ກຽດມອບໃບຢັ້ງຢືນໂດຍ ສະຫາຍ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ; ພ້ອມນັ້ນທ່ານ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ບັນດານັກສຶກສາ ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ນັກສຶກສາທັງຫມົດ ແລະ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງຊຸດການຮຽນການສອນ, ຕີລາຄາສູງຕໍ່ຄະນະ ພັກຄະນະນໍາ ຄອສພ ທີ່ມີຄວາມຕັດສິນໃຈໃນການບິແບ່ງທຶນຮອນເຂົ້າໃນການຈັດຕັ້ງການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້; ນອກນັ້ນ ທ່ານໄດ້ມີຄໍາເຫັນເນັ້ນຫນັກຕໍ່ນັກສຶກສາທັງຫມົດທີ່ຜ່ານການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າຮໍ່າຮຽນ ກໍາແໜ້ນທິດສະດີມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານໃຫ້ເລິກເຊິ່ງ, ນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍ ແລະ ຫມູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານວິຊາສະເພາະຂອງຕົນ ເວົ້າລວມ ເວົ້າສະເພາະກໍຄືວຽກງານໂຄສະນາອົບຮົມ ໃຫ້ມີປະສິດທິຜົນສູງສຸດ, ມີທັດສະນະຫລັກຫມັ້ນ ການເມືອງຫນັກແຫນ້ນ ເຮັດຕ້ອງໄປຕາມເວົ້າ ຮູ້ຈໍາແນກມິດ-ສັດຕູ ຈະແຈ້ງ, ຕ້ານພະຍາດອາດຍາສິດ, ຮູ້ຖະນອມຖອມຕົວ ແລະ ຝຶກຝົນຕົນເອງໃນທຸກໆດ້ານ, ມີນ້ຳໃຈເສຍສະຫລະ, ດຳລົງຊີວິດປອດໃສຂາວສະອາດ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ຮູ້ນໍາພາຮູ້ວາງແຜນການແຜນງານອັນລະອຽດ ນໍາເອົາຄວາມຮູ້ທີ່ຮຽນມາເປັນເຂັມຊີ້ທິດເຍືອງທາງ ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ການດໍາລົງຊີວິດ ແລະ ການປະຕິບັດຫນ້າທີ່ວຽກງານໃຫ້ມີຜົນສໍາເລັດໃຫມ່ໃຫຍ່ຫລວງກວ່າເກົ່າ.

    ໃນໂອກາດທີ່ມີຄວາມຫມາຍສໍາຄັນດັ່ງກ່າວ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນວ່າການຮຽນທິດສະດີການເມືອງຂັ້ນຕົ້ນ ແມ່ນມີຄວາມຫມາຍສໍາຄັນຫລາຍຕໍ່ພະນັກງານການນໍາຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເປັນເອກະພາບຕໍ່ອຸດົມການຂອງພັກ, ສ້າງທັດສະນະການເມືອງທີ່ຖືກຕ້ອງ, ມີຄວາມຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດ; ການຮໍ່າຮຽນທິດສະດີການເມືອງເປັນວຽກງານຍຸດທະສາດ ໃນການສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຂອງທົ່ວພັກ ທົ່ວລັດ. ພ້ອມກັນນັ້ນທ່ານໄດ້ເນັ້ນຫນັກບາງຈຸດສໍາຄັນດັ່ງນີ້:

  1. ພາຍຫລັງຮຽນທິດສະດີການເມືອງແລ້ວໃຫ້ບັນດາສະຫາຍສືບຕໍ່ຄົ້ນຄວ້າບັນດາເນື້ອໃນບົດຮຽນໃນແຕ່ລະພາກວິຊາທີ່ອາຈານສອນໃຫ້ ບໍ່ວ່າທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງເພື່ອນໍາໄປຫມູນໃຊ້ເຂົ້າໃນການປະຕິບັດຫນ້າທີ່ວຽກງານຂອງຕົນໃຫ້ດີຂຶ້ນກວ່າເກົ່າ.
  2. ການຮຽນຄັ້ງນີ້ ແມ່ນເປັນການປັບປຸງຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງໃຫ້ສະມາຊິກພັກ,ພະນັກງານຫລັກແຫຼ່ງຂອງ ຄະນະໂຄສະນາອົບຮົມສູນກາງພັກທັງເປັນການຍົກສູງຄວາມຮັບຜິດຊອບຕໍ່ຫນ້າທີ່ການເມືອງຂອງສະມາຊິກພັກ-ພະນັກງານ, ມີແບບແຜນວິທີເຮັດວຽກ ແລະ ມີພຶ້ນຖານທາງດ້ານທິດສະດີການເມືອງຫນັກແຫນ້ນກວ່າເກົ່າ.
  3. ໃຫ້ບັນດາສະຫາຍສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຮັບຜິດຊອບສູງຕໍ່ຫນ້າທີ່ການເມືອງທີ່ໄດ້ຮັບມອບຫມາຍໃຫ້ປະສົບຜົນສໍາເລັດ.