ໂທລະເລກສະແດງຄວາມເສົ້າສະຫຼົດໃຈ

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ໄດ້ສົ່ງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນວັນທີ 19 ກໍລະກົດ 2024, ໂດຍໂທລະເລກມີເນື້ອໃນດັ່ງນີ້:

       ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ, ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 19 ກໍລະກົດ 2024.

       ການຈາກໄປຂອງ ສະຫາຍ ຫງວຽນຟູຈ້ອງ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງ ພັກ​, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເຊິ່ງໃນຕະຫຼອດຊີວິດ ແຫ່ງການເຄື່ອນໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ, ພາລະກິດປົດປ່ອຍຊາດ, ພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງ ພັກກອມມູນິດຫວຽດນາມ, ໂດຍສະເພາະ ແມ່ນວຽກງານປັບປຸງກໍ່ສ້າງພັກ ໃຫ້ເຂັ້ມແຂງ, ປອດໃສ ກໍ່ຄືວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງຖານະບົດບາດຂອງ ສສ ຫວຽດນາມກໍ່ໄດ້ຮັບການຍົກສູງຂື້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ. ສະຫາຍໄດ້ກາຍເປັນວິລະບູລຸດຜູ້ທີ່ໂດດເດັ່ນໃນຍຸກໃຫມ່.

      ການຈາກໄປຂອງ ສະຫາຍ ຫງວຽນຟູຈ້ອງ ເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດສະໜິດສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າພວກຂ້າພະເຈົ້າ; ສະຫາຍ ຫງວຽນຟູຈ້ອງ ເປັນຜູ້ນໍາປະຕິວັດໃນຍຸກສະໄໝໃໝ່, ເປັນຜູ້ສືບທອດພາລະກິດຂອງປະທານ ໂຮ່ຈີມິນ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ມາໂດຍຕະຫຼອດ.

    ໃນເວລາອັນໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍຝາກຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ, ອາໄລອາວອນ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ຫງວຽນຟູຈ້ອງ ມານະໂອກາດນີ້ດ້ວຍ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະຫັນເອົາຄວາມທຸກໂສກເສຍດາຍນີ້ ໃຫ້ກາຍເປັນເຫງົ້າພະລັງແຫ່ງຄວາມສາມັກຄີ ຂອງປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນຢ່າງໝັກແໜ້ນ, ສ້າງປະເທດຫວຽດນາມເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ ແລະ ສີວິໄລ