ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນທິດທາງໃນ 6 ເດືອນ ທ້າຍປີ 2024

ຫ້ອງການສະພາທິດສະດີສູນກາງພັກ ຈັດກອງປະຊຸມສະຫຼຸບກວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນທິດທາງ 6 ເດືອນ ທ້າຍປີ 2024

ກອງສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນທິດທາງ 6 ເດືອນ ທ້າຍປີ 2024. ໃນຕອນເຊົ້າວັນທີ 16 ກໍລະກົດ 2024 ທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງການສະພາທິດສະດີສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ; ພ້ອມດ້ວຍບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫຼັກແຫຼ່ງຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ປະທານກອງປະຊຸມລາຍງານພິທີສະຫາຍປະທານ ໄດ້ສະເໜີໃຫ້ບັນດາ ສະຫາຍສະມາຊິກສະພາທິດສະດີສູນກາງພັກ ຊາບວ່າ: ໄດ້ແຕ່ງຕັ້ງສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນຮອງປະທານສະພາທິດສະດີສູນກາງພັກ.

ຫຼັງຈາກນັ້ນ ສະຫາຍຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນທິດທາງ 6 ເດືອນ ທ້າຍປີ 2024 ເຊິ່ງໄດ້ຍາດຜົນງານມາຫຼາຍດ້ານເປັນຕົ້ນແມ່ນ ໄດ້ຮອງເອົາຫົວຂໍ້ຄົ້ນຄວ້າໃຫຍ່, ຫົວຂໍ້ຍ່ອຍ ຂອງກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ XI ທີ່ ສປປ ລາວ ຈະເປັນເຈົ້າພາບ ພາຍໃຕ້ຫົວຂໍ້ “ການພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ບົດຮຽນລາວ-ຫວຽດນາມ” ແລະກຳນົດ 4 ຫົວຂໍ້ຍ່ອຍ ຄື: ໜຶ່ງ, ປ່ຽນແປງໃໝ່ຈິນຕະນາການໃນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນຢູ່ ສປປ ລາວ; ສອງ, ເພີ່ມທະວີຄວາມເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ; ສາມ, ຍົກສູງກຳລັງຄວາມສາມາດພາຍໃນ ເພື່ອພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ສີ່, ປັບປຸງສະພາບແວດລ້ອມດຳເນີນທຸລະກິດ ສ້າງຄວາມໄວ້ເນື້ອເຊື່ອໃຈແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ. ກອງປະຊຸມໃຫຍ່ຄັ້ງທີ XII  ທີ່ສປ ຈີນ ຈະເປັນເຈົ້າພາບ ພາຍໃຕ້ຫົວຂໍ້ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ບົດຮຽນ ລາວ-ຈີນ ແລະ ກຳນົດ 4 ຫົວຂໍ້ຍ່ອຍ ຄື: ໜຶ່ງ, ເພີ່ມທະວີຄວາມເຊື່ອໝັ້ນ ເພື່ອພັດທະນາສາຍພົວພັນລາວ-ຈີນໃນຍຸກໃໝ່; ສອງ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດ ໂດຍຖືສາຍພົວພັນລາວ-ຈີນເປັນແກ່ນກາງ; ສາມ, ປະສານສົມທົບໃນການປະຕິບັດກົດໝາຍຂ້າມຊາຍແດນຂອງສອງປະເທດລາວ-ຈີນ; ສີ່, ການຮ່ວມມືໃນການນຳໃຊ້ຊັບພະຍາກອນນໍ້າຢ່າງມີຄວາມປອດໄພ.

ຈາກນັ້ນ, ສະເໜີໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມປະກອບຄໍາເຫັນ ໃສ່ບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນທິດທາງ 6 ເດືອນ ທ້າຍປີ 2024 ແລະ ປະຊາມະຕິຮັບຮອງເອົາແຜນການດັ່ງກ່າວໄປຈັດຕັັ້ງປະຕິບັດໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍກໍານົດໄວ້.

ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອສືບຕໍ່ຈັດຕັັ້ງປະຕິບັດບັນດາແຜນການ 6 ເດືອນທ້າຍປີ 2024 ໃນນັ້ນສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ກັບບັນດາຜົນງານ ແລະ ຜົນສໍາເລັດ, ໃນດ້ານຕ່າງໆ ທີ່ຍາດມາໄດ້ ພ້ອມນັ້ນປະທານຍັງໄດ້ເນັ້ນໜັກ ຄະນະປະຈໍາ ແລະ ບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດເສີມຂະຫຍາຍຜົນສຳເລັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ນັບມື້ນັບດີຂຶ້ນ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ; ສຸມໃສ່ຈັດຕັ້ງປະຕິບັດບັນດາພາລະບົດບາດ, ໜ້າທີ່ຂອງສະພາທິດສະດີ ກໍຄືຄວາມຮັບຜິດຊອບສູງຂອງແຕ່ລະສະຫາຍສະມາຊິກສະພາທິດສະດີ ໂດຍສະເພາະແມ່ນການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຕ່າງໆ; ປະສານສົມທົບກັບບັນດາກະຊວງ, ອົງການ ແລະ ຂະແໜງການຕ່າງໆ ສືບຕໍ່ຜ່ານບົດຂອງບັນດາຫົວຂໍ້ຕ່າງໆ ໃນການສຳມະນາລະດັບຊາດເພື່ອ ປັບປຸງໃຫ້ສຳເລັດ ພ້ອມກັນນັ້ນ, ສືບຕໍໍ່ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການຫັນເປັນທັນສະໄໝ ເປັນຕົ້ນແມ່ນການປັບປຸງບຸກຄະລາກອນ ໃສ່ແຕ່ລະຄະນະກຳມະການ, ປັບປຸງພາລະບົດບາດ, ສິດ, ໜ້າທີ່ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ສຸມໃສ່ເຮັດສຳເລັດບັນດາວຽກງານຈຸດສຸມ ທ້າຍປີ 2024 ໂດຍສະເພາະແມ່ນໂຄງການການເມືອງ, ຮ່າງສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ແລະ ອື່ນໆ.