Day: July 19, 2024

ເປີດພິທີສຳມະນາສື່ມວນຊົນ ໜຶ່ງແລວ ໜຶ່ງເສັ້ນທາງ

ໃນວັນທີ 18 ກໍລະກົດ 2024 ທີ່ມະຫາວິທະຍາໄລເຈີ້ຈ່ຽງ ເມືອງຈິ່ນຮົວ, ສປ ຈີນ ໄດ້ເປີດພິທີສໍາມະນາຂື້ນພາຍໃຕ້ຫົວຂໍ້: “ອົງການຈັດຕັ້ງນັກຂ່າວ ແລະ ອົງການສື່ມວນຊົນສຳລັບປະເທດ ໜຶ່ງແລວ-ໜຶ່ງເສັ້ນທາງ” ພາຍໃຕ້ການເປັນເຈົ້າພາບຂອງກະຊວງການຄ້າແຫ່ງສາທາລະນະລັດ ປະຊາຊົນຈີນ ເປັນກຽດເຂົ້າຮ່ວມພິທີເປີດສຳມະນາ ຂອງທ່ານ ຈ່າງ ເກິ່ນຟູ້ ຮອງຜູ້ອຳນວຍການມະ ຫາວິທະຍາໄລສ້າງຄູເຈີ່ຈ່ຽງ. ກອງປະຊຸມສຳມະນາຄັ້ງນີ້ຈະໄດ້ຮັບຟັງການບັນຍາຍຈາກຜູ້ຊ່ຽວຊານ ແລະ ນັກວິຊາການທີ່ມີຊື່ສຽງສະເພາະດ້ານກ່ຽວກັບສື່ມວນຊົນຂອງຈີນ ແລະ ສື່ແບບໃໝ່ (ສື່ເອເລັກໂຕຣນິກ) ພ້ອມກັນນັ້ນກໍຈະໄດ້ນໍາພານັກສຳມະນາກອນລົງໄປທັດສະນະສຶກສາຕົວຈິງ.