Day: July 23, 2024

ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

   ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ໃນໄລຍະທີ່ສະຫາຍມີຊີວິດຢູ່.

ຄະນະສື່ມວນຊົນລາວໄປທັດສະນະສືກສາທີ່ ບ້ານວັດທະນະທຳ ພັດທະນາຊົນນະບົດແບບໃໝ່ ແລະ ພິພິຕະພັນມໍລະດົກທາງວັດທະນະທຳຊ້າງຊານ ທີ່ມວນທົນປູ໋ຈຽງ, ເມືອງ ຈີນຮົວ, ແຂວງເຈີ້ຈຽງ ສປ ຈີນ.

ໃນວັນທີ 22 ກໍລະກົດ 2024 ຄະນະສື່ມວນຊົນລາວໄດ້ເດີນທາງໄປທັດສະນະສືກສາທີ່ ບ້ານວັດທະນະພັດທະນາຊົນນະບົດແບບໃໝ່ ແລະ ພິພິຕະພັນມໍລະດົກທາງວັດທະນະທຳຊ້າງຊານ ທີ່ມວນທົນປູ໋ຈຽງ, ເມືອງ ຈີນຮົວ, ແຂວງເຈີ້ຈຽງ ສປ ຈີນ ນໍາພາໂດຍຄະນະຮັບຜິດຊອບຂອງມະຫາວະທະຍາໄລສ້າງຄູເຈີ້ຈຽງ ແລະ ມີນັກສຳມະນາມາຈາກຫຼາຍປະເທດເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ໄດ້ຮັບຟັງການລາຍງານ ແລະ ຊົມວິດີໂອ ກ່ຽວກັບການພັດທະນາບ້ານວັດທະນະທຳແບບໃໝ່ຂອງສປ ຈີນ ເຊິ່ງເປັນໝູ່ບ້ານອັນເກົ່າແກ່ທີ່ເຕັມໄປດ້ວຍເອກະລັກວັດທະນະທຳ, ວິຖີການດໍາລົງຊີວິດຂອງປະຊາຊົນ ທີ່ຕັ້ງຢູ່ເຂດຕາເວັນອອກສຽງເໜືອຂອງ ມວນທົນປູ໋ຈຽງ, ເມືອງ ຈີນຮົວ, ແຂວງເຈີ້ຈຽງ ສປ ຈີນ (Pujiang, Jinhua, Zhejiang) ໝູ່ບ້ານວັດທະນະທຳແຫ່ງນີ້ເປັນໝູ່ບ້ານທີ່ມີຊື່ສຽງຂອງປະເທດ ແລະ ມີປະຫວັດສາດນັບຫຼາຍພັນປີ.