ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານກຳມະບານ ຢູ່ ຄະນະໂຄສະນາອົບຮົມສູນກາງພັກ

ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານກຳມະບານ ຢູ່ ຄະນະໂຄສະນາອົບຮົມສູນກາງພັກ

ໃນວັນທີ 4 ກໍລະກົດ 2024ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບ ທ່ານ ນ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ  ພ້ອມດ້ວຍຄະນະ ໃນໂອກາດລົງຊຸກຍູ້ວຽກງານກຳມະບານຮອບດ້ານ ຢູ່ຄະນະໂຄສະນາອົບຮົມສູນກາງພັກ. ໃນໂອກາດນີ້ໄດ້ເຂົ້າພົບທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າ ຄອສພ, ຜູ້ຊີ້ນຳ3ອົງການຈັດຕັ້ງມະຫາຊົນ ເພື່ອແຈ້ງຈຸດປະສົງຂອງການລົງມາເຮັດວຽກໃນຄັ້ງນີ້.

ຈາກນັ້ນ ຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ ໄດ້ຮ່ວມເຮັດວຽກກັບ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ປະທານສະຫະພັນກຳມະບານ ຄອສພໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານກຳມະບານຢູ່ຄະນະໂຄສະນາອົບຮົມສູນກາງພັກ ເຊີ່ງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານກຳມະບານໃນໄລຍະຜ່ານມາ. ພ້ອມທັງສະເໝີໃຫ້ສູນກາງສະຫະພັນກຳມະບານກໍຄືຄະນະປະທານສູນກາງສະຫະພັນກໍາມະບານລາວ ໃຫ້ຄວາມສໍາຄັນ ແລະ ລົງມາໃກ້ສິດຕິດແທດກັບສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກຕື່ມອີກເພື່ອເຮັດໃຫ້ວຽກງານກຳມະບານຢູ່ຄະນະໂຄສະນາອົບຮົມສູນກາງພັກມີຄວາມເຕີບໃຫ່ຍເຂັ້ມແຂງຂື້ນ ແລະ ສອດຄ່ອງແກ່ການເຄື່ອນໄຫວວຽກງານກຳມະບານໃນຕໍ່ໜ້າໃຫ້ໄດ້ຮັບການພັດທະນາຂຶ້ນເລື້ອຍໆ.

ໃນໂອກາດດັ່ງກ່າວ ທ່ານ ນ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນໄລຍະຜ່ານມາ ເປັນຕົ້ນແມ່ນການເຮັດວຽກງານແນວຄິດ ໃຫ້ແກ່ສະມາຊິກກໍາມະບານ ໃຫ້ມີຄວາມໜັກແໜ້ນ, ກຳໄດ້ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ໃຫ້ເຂົ້າສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນຂົງເຂດກຳມະບານ;  ເອົາໃຈໃສ່ປັບປຸງການຈັດຕັ້ງກຳມະບານແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ສຳເລັດຕາມກຳນົດເວລາ; ເອົາໃຈໃສ່ຊຸກຍູ້ຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ຕິດພັນກັບວຽກງານວິຊາສະເພາະ, ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເພື່ອສືບຕໍ່ສ້າງ ແລະ ຊອກໃຫ້ເຫັນວຽກດີຄົນເດັ່ນ, ບຸກຄົນດີເດັ່ນ ຜູ້ທີ່ມີຫົວຄິດປະດິດສ້າງອັນໃໝ່ທີ່ເປັນປະໂຫຍດແກ່ສັງຄົມ; ເພີ່ມທະວີຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກວດກາ ຂອງສະຫະພັນກໍາມະບານ ແຕ່ລະຂັ້ນຕາມທັດສະນະຂອງພັກທີ່ວ່າ “ມີການນໍາພາຕ້ອງມີການຕິດຕາມກວດກາ“. ພ້ອມກັນນັ້ນທ່ານຍັງມີຄຳເຫັນໂອ້ລົມ ແລະ ໃຫ້ທິດເຍືອງທາງໃນການແກ້ໄຂຂໍ້ຄົງຄ້າງເພື່ອພັດທະນາວຽກງານກຳມະບານຢູ່ ຄອສພ ໃຫ້ນັບມື້ນັບໄດ້ຮັບການພັດທະນາະຂຶ້ນເປັນກ້າວໆ.