ຄະນະສື່ມວນຊົນລາວໄປທັດສະນະສືກສາທີ່ ບ້ານວັດທະນະທຳ ພັດທະນາຊົນນະບົດແບບໃໝ່ ແລະ ພິພິຕະພັນມໍລະດົກທາງວັດທະນະທຳຊ້າງຊານ ທີ່ມວນທົນປູ໋ຈຽງ, ເມືອງ ຈີນຮົວ, ແຂວງເຈີ້ຈຽງ ສປ ຈີນ.


ໃນວັນທີ 22 ກໍລະກົດ 2024 ຄະນະສື່ມວນຊົນລາວໄດ້ເດີນທາງໄປທັດສະນະສືກສາທີ່ ບ້ານວັດທະນະພັດທະນາຊົນນະບົດແບບໃໝ່ ແລະ ພິພິຕະພັນມໍລະດົກທາງວັດທະນະທຳຊ້າງຊານ ທີ່ມວນທົນປູ໋ຈຽງ, ເມືອງ ຈີນຮົວ, ແຂວງເຈີ້ຈຽງ ສປ ຈີນ ນໍາພາໂດຍຄະນະຮັບຜິດຊອບຂອງມະຫາວະທະຍາໄລສ້າງຄູເຈີ້ຈຽງ ແລະ ມີນັກສຳມະນາມາຈາກຫຼາຍປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ໄດ້ຮັບຟັງການລາຍງານ ແລະ ຊົມວິດີໂອ ກ່ຽວກັບການພັດທະນາບ້ານວັດທະນະທຳແບບໃໝ່ຂອງສປ ຈີນ ເຊິ່ງເປັນໝູ່ບ້ານອັນເກົ່າແກ່ທີ່ເຕັມໄປດ້ວຍເອກະລັກວັດທະນະທຳ, ວິຖີການດໍາລົງຊີວິດຂອງປະຊາຊົນ ທີ່ຕັ້ງຢູ່ເຂດຕາເວັນອອກສຽງເໜືອຂອງ ມວນທົນປູ໋ຈຽງ, ເມືອງ ຈີນຮົວ, ແຂວງເຈີ້ຈຽງ ສປ ຈີນ (Pujiang, Jinhua, Zhejiang) ໝູ່ບ້ານວັດທະນະທຳແຫ່ງນີ້ເປັນໝູ່ບ້ານທີ່ມີຊື່ສຽງຂອງປະເທດ ແລະ ມີປະຫວັດສາດນັບຫຼາຍພັນປີ.






ຕອນບ່າຍຂອງວັນດຽວກັນຍັງໄດ້ໄປຢ້ຽມຊົມພິພິຕະພັນມໍລະດົກທາງວັດທະນະທຳຊ້າງຊານ ກ່ອນເຂົ້າສູ່ພິພິຕະພັນຄະນະໄດ້ນຳສະເໜີວິດີໂອປະຫວັດຄວາມເປັນມາ ແລະ ນຳພາເຮັດກິດຈະກຳການປັ້ນດິນແບບສະໄໝບູຮານຂອງຊ້າງຊານShangshan. ພ້ອມນັ້ນຍັງໄດ້ນໍຳພາຢ້ຽມຢາມຊົມແຫຼ່ງກໍຳເນີດຂອງວັດທະນະທໍາ Shangshan ເຊິ່ງເປັນວັດທະນະທໍາໃນການປູກເຂົ້າ ແລະ ການປູກຝັງຄັ້ງທໍາອິດໃນພາກໃຕ້ຂອງຈີນທີ່ມີຫຼັກຖານອ້າງອີງສະແດງໃຫ້ເຫັນວ່າບັນພະບຸລຸດສະໄໝປະຖົມບູຮານສ້າງຕັ້ງຊຸມຊົນເຮັດກະສິກໍາການ, ການສ້າງຖິ່ນຖານ ແລະ ການຂະຫຍາຍອານານິຄົມຂອງຄົນສະໄໝກ່ອນ ນອກຈາກນັ້ນຍັງໄດ້ຄົ້ນພົບຮອງຮອຍປະຫວັດສາດຕ່າງໆເຊັ່ນ: ເຄື່ອງປັ້ນດິນເຜົ່າ, ກະດູກຂອງຄົນບູຮານ, ກະດູກສັດ, ເຄື່ອງມືສິກະກໍາ, ເຄື່ອງມືການລ່າສັດ ແລະ ອື່ນໆອັນເປັນ ຫຼັກຖານທີ່ສຳຄັນເຖິງ ຕົ້ນກໍາເນີດຂອງເຂົ້າ 10.000 ປີ ທີ່ນອນຢູ່ໃນບັນຊີລາຍຊື່ມໍລະດົກໂລກທາງດ້ານວັດທະນະທຳ.