ພະນັກງານຂອງມະຫາວິທະຍາໄລ ສຸພານຸວົງ ເຂົ້າຢ້ຽມຊົນ ແລະ ເກັບກຳຂໍ້ມູນຢູ່ ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກ

  

ພະນັກງານຂອງມະຫາວິທະຍາໄລ ສຸພານຸວົງ ເຂົ້າຢ້ຽມຊົນ ແລະ ເກັບກຳຂໍ້ມູນຢູ່ ຫ້ອງສະໝຸດ

ຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນບ່າຍຂອງວັນທີ 26 ສິງຫາ 2024 ທີ່ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກ ຕາງໜ້າໃຫ້ພະແນກສຳເນົາ ແລະ ຫ້ອງສະໜຸດ ໂດຍທ່ານນາງ ທິບພະຈັນ ວົງລໍຄຳ ໄດ້ໃຫ້ການຕອນຮັບຄະນະພະນັກງານ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ນຳພາໂດຍທ່ານ ສອນສະນິດ ບຸນຕາວົງ ພ້ອມຄະນະຈຳນວນ 4 ທ່ານ ເພື່ອມາຢ້ຽມຊົມຫ້ອງສະໝຸດ ຄອສພ ແລະ ເກັບກຳຂໍ້ມູນເຂົ້າໃນການຄົ້ນຄວ້າວິທະຍາສາດ.

ໃນການມາຄັ້ງນີ້ ທ່ານ ສອນສະນິດ ບຸນຕາວົງ ກໍໄດ້ສະເໜີຈຸດປະສົງຂອງການລົງເກັບກຳຂໍ້ມູນ ເພື່ອປະກອບການຄົ້ນຄວ້າ ວິທະຍາສາດໃນຫົວຂໍ້ຕາມຮອຍ ປະທານ ສຸພານຸວົງ ກໍລະນີສືກສາ: ການຮຽນຮູ້ແບບຢ່າງທີ່ດີ ເພື່ອການພັດທະນາ ເປັນຕົ້ນແມ່ນ: ບັນດາຮູບພາບ, ວິດີໂອ, ເອກະສານ ແລະ ຮູບຖ່າຍພາບຕ່າງໆກ່ຽວກັບຊີວິດ ແລະ ຜົນງານ ຂອງປະທານ ສຸພານຸວົງ,  ໃນນັ້ນພະນັກງານທີ່ຮັບຜິດຊອບ ວຽກງານຫ້ອງສະໝຸດກໍໄດ້ຕອບສະໝອງ ແລະ ແນະນຳເອກະສານຈຳນວນໜຶ່ງເພື່ອເປັນຂໍ້ມູນ ໃນການສືກສາຄົ້ນຄ້ວາ ເປັນຕົ້ນແມ່ນ: ປຶ້ມສູນທອນພົດ ຂອງສະຫາຍ ສຸພານຸວົງ ກຳມະການກົມການເມືອງ ຄະນະບໍລິຫານງານສູນກາງພັກ ໃນພິທີໄຂກອງປະຊຸມໃຫຍ່ຄັ້ງທີ lll ຂອງພັກປະຊາຊົນປະຕິວັດລາວ; ປຶ້ມລະນຶກວັນເກີດຄົບຮອບ 100 ປີ ປະທານ ສຸພານຸວົງ ແລະ ຂໍ້ມູນອື່ນໆກ່ຽວຂ້ອງຈໍານວນໜຶ່ງ.

ໃນໂອກາດການມາຢ້ຽມຊົມຫ້ອງສະໝຸດ ຄອສພ ແລະ ເກັບກຳຂໍ້ມູນໃນຄັ້ງນີ້ ຕາງໜ້າໃຫ້ຄະນະລົງເກັບກຳຂໍ້ມູນໂດຍແມ່ນທ່ານ ສອນສະນິດ ບຸນຕາວົງ ຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ ຈາກມະຫາວິທະຍາໄລ ສຸພານຸວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ຄະນະພັກ, ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ອຳນວຍຄວາມສະດວກແກ່ຄະນະຂອງພວກເຮົາໃນການລົງມາເກັບກຳຂໍ້ມູນໃນຄັ້ງນີ້ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າວິທະຍາສາດໃນຫົວຂໍ້: ຕາມຮອຍປະທານ ສຸພານຸວົງ ກໍລະນີສືກສາ: ການຮຽນຮູ້ແບບຢ່າງທີ່ດີເພື່ອການພັດທະນາ.

ຂ່າວ: ພອນວິໄລ