ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຍຶດອໍານາດ 23 ສິງຫາ 1945, 23 ສິງຫາ 1975.

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຍຶດອໍານາດ 23 ສິງຫາ 1945, 23 ສິງຫາ 1975.

     ໃນຕອນເຊົ້າຂອງວັນທີ 20 ສິງຫາ 2024 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຍຶດອໍານາດ 23 ສິງຫາ 1945, 23 ສິງຫາ 1975 ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ບັນດາຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການທົ່ວ ຄອສພ.

ໃນພິທີທີ່ມີຄວາມໝາຍສໍາຄັນດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດປາຖະກະຖາວັນລັດຖະທໍາມະນູນ ຄົບຮອບ 33 ປີ ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງຕົ້ນກໍາເນີດ ແລະ ຄວາມຫມາຍສໍາຄັນຂອງວັນລັດຖະທໍາມະນູນ ແຫ່ງ ສປປ ລາວ, ຕີລາຄາສະພາບການຈັດຕັັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ເຊິ່ງສະແດງອອກໃຫ້ເຫັນທັງດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງ ໃນໄລຍະປີ ທີີ່ຜ່ານມາ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ສືບຕໍ່ເພີີ່ມທະວີການຈັດຕັັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຕ່າງໆ ໃຫ້ເຂັັ້ມງວດ ແລະ ມີປະສິດທິຜົນ. ນອກນັ້ນ ທ່ານຍັງໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຍຶດອໍານາດ 23 ສິງຫາ 1945, 23 ສິງຫາ 1975 ໃຫ້ແກ່ສະມາຊິກພັກ-ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈໃຫ້ກວ້າງຂວາງເລິກເຊິ່ງເຖິງຄວາມຫມາຍຄວາມສໍາຄັນຕໍ່ປະຊາຊົນລາວທັງຊາດ ໄຊຊະນະດັ່ງກ່າວ ມັນແມ່ນຫມາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພືຶ່ອຍຶດອໍານາດການປົກຄອງໃນທົ່ວປະເທດແບບ ” ບົວບໍ່ຊໍ້ານໍ້າບໍ່ຂຸ້ນ ” ແຕ່ຈັບປາໄດ້ທັງໝົດນັ້ນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ຫມູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກໍາລັງແຮງ ແຫ່ງຄວາມສາມັກຄີເປັນຈິດຫນຶ່ງໃຈດຽວກັນຂອງກອງທັບ ແລະ ປວງຊົນທັງຊາດ, ແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສໍາພັນສູ້ຮົບລະຫວ່າງ ປະຊາຊົນລາວປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍອ້າຍນ້ອງ ທີ່ໄດ້ຄຽງບ່າຄຽງໄຫລ່ກັນຕ້ານສັດຕູດຽວກັນ ຕະຫລອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປະຈຸບັນ. ເພື່ອເສີມຂະຫຍາຍມູນເຊື້ອ 23 ສິງຫາເຂົ້າໃນການພັດທະນາປະເທດພວກເຮົາຈະຕ້ອງໄດ້ຮ່ຳຮຽນເອົາບົດຮຽນດັ່ງກ່າວຄື:

  1. ເພີ່ມທະວີການສຶກສາອົມຮົມພະນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຕົ້ນຄົນຮຸ່ນຫນຸ່ມ ໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອ 23 ສິງຫາ ດ້ວຍຮູບການຕ່າງໆໃຫ້ກວ້າງຂວາງເລິກເຊິ່ງ.
  2. ປຸກລະດົມການເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນຂະບວນການເຄືຶ່ອນໄຫວຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃຫ້ປະກົດເປັນຈິງ.
  3. ຕັັ້ງຫນ້າປັບປຸງ, ຮັດແຫນ້ນຄວາມສາມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຮົ່ມທຸງຂອງພັກ. ຍົກສູງສະຕິລະວັງຕົວຕື່ນຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັັ້ນສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ.
  4. ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດຫມາຍໃຫ້ມີຄວາມສັກສິດ. ເຊີດຊູນໍ້ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັັ້ມແຂງດ້ວຍຕົນເອງ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດ ຫຼຸດພົ້ນອອກຈາກຄວາມທຸກຍາກ.
  5. ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງປະເທດຂອງພັກ ແລະ ລັດວາງອອກໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ.