3 ອົງການຈັດຕັ້ງມະຫາຊົນ ຄອສພ ໄປເຄື່ອນໄຫວທັດສະນະສຶກສາຢູ່ຫໍມູນເຊື້ອແນວລາວສ້າງຊາດ

3 ອົງການຈັດຕັ້ງມະຫາຊົນ ຄອສພ ໄປເຄື່ອນໄຫວທັດສະນະສຶກສາຢູ່ຫໍມູນເຊື້ອແນວລາວສ້າງຊາດ

3 ອົງການຈັດຕັ້ງມະຫາຊົນກຳມະບານ, ແມ່ຍິງ ແລະ ຊາວໜຸ່ມຈຳນວນ 25 ທ່ານ ຈາກຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ນຳໂດຍທ່ານນາງ ພວງມາລີ ອັກຄະມຸນຕີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ຄອສພ ໄດ້ເຄື່ອນໄຫວທັດສະນະສຶກສາຢ້ຽມຢາມຫໍມູນເຊື້ອ ກົມໂຄສະນາສູນກາງແນວລາວສ້າງຊາດ ໃນວັນທີ 14 ສິງຫານີ້ ໂດຍທ່ານ ຈິດຕະພົງ ໂພທິລັກ ຫົວໜ້າ ພະແນກຫໍມູນເຊື້ອ ກົມໂຄສະນາສູນກາງແນວລາວສ້າງຊາດໃຫ້ການຕ້ອນຮັບ ແລະ ເປັນຜູ້ບັນຍາຍຄວາມເປັນມາໂດຍສັງເຂບ.

ຫໍມູນເຊື້ອດັ່ງກ່າວໄດ້ວາງສະແດງປະຫວັດ ແລະ ການເຄື່ອນໄຫວຂອງ ປະທານ ສຸພານຸວົງ ກໍຄືບັນດາທ່ານການນໍາປະຕິວັດຮຸ່ນທໍາອິດຂອງສປປ ລາວ ທີ່ເຄື່ອນໄຫວຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດລາວ. ການໄປທັດສະນະສຶກສາຄັ້ງນີ້ເພື່ອສ້າງຄວາມຮັບຮູ້ໃຫ້ແກ່ບັນດາສະມາຊິກທັງສາມອົງການຈັດຕັ້ງເຂົ້າໃຈຢ່າງເລິກເຊິ່ງທັງ ເປັນການສ້າງຂະບວນການຂໍ່ານັບຊົມເຊີຍວັນສໍາຄັນ ຕ່າງໆຂອງພັກ-ຂອງຊາດ; ເວົ້າລວມ, ເວົ້າສະເພາະແມ່ນເຫດການສຳຄັນພາຍໃນເດືອນສິງຫານີ້ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງ ຫາ 2024), ວັນລັດຖະທຳມະນູນ (15 ສິງຫາ ຄົບຮອບ 33 ປີ) ແລະ ວັນຢຶດອຳນາດ 23 ສິງຫາ ເພື່ອໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ-ຄວາມສຳຄັນເລິກເຊິ່ງກວ້າງຂວາງຂຶ້ນ. ໃນນັ້ນ, ການທັດສະນະສຶກສາໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ, ຮຽນຮູ້ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ນັບແຕ່ອະດີດເຖິງປັດຈຸບັນ, ຊົມຮູບພາບ, ຊົມສາລະຄະດີຮູບເງົາມູນເຊື້ອແນວລາວສ້າງຊາດ ແລະ ອື່ນໆ.

ທ່ານ ຈິດຕະພົງ ໂພທິລັກ ໄດ້ລາຍງານໃຫ້ຮູ້ຕື່ມອີກວ່າ: ອົງການແນວລາວສ້າງຊາດ ເປັນອົງການທີ່ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໄດ້ຮັບການ ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ຊຶ່ງໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາຊົນເຜົ່າເຂົ້າໃນ ການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການປະຕິບັດສອງໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃນປັດຈຸບັນ; ປະທານສຸພານຸວົງ ເປັນເຊື້ອເຈົ້າຜູ້ຮັກຊາດທີ່ຍິ່ງໃຫຍ່, ເປັນຄັນທຸງ ເຕົ້າໂຮມກ້ອນກໍາລັງສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ປວງຊົນລາວທັງຊາດ.