ສື່ມວນຊົນຈາກປະເທດ ໜຶ່ງແລວ ໜຶ່ງເສັ້ນທາງ ໄດ້ຮັບການຍົກລະດັບທີ່ແຂວງເຈີ້ຈຽງ, ສປ ຈີນ

ສື່ມວນຊົນຈາກປະເທດ ໜຶ່ງແລວ ໜຶ່ງເສັ້ນທາງ ໄດ້ຮັບການຍົກລະດັບທີ່ແຂວງເຈີ້ຈຽງ, ສປ ຈີນ

  ສື່ມວນຊົນຫຼາຍກວ່າ 40 ຄົນ ຈາກ  11 ປະເທດ ຫນຶ່ງແລວ ຫນຶ່ງເສັ້ນທາງ ( BRI) ໃນນັ້ນຈາກ ສປປ ລາວ ຈໍານວນ 9 ຄົນ ຈາກ 6 ພາກສ່ວນ ຄື: ຄະນະໂຄສະນາອົບຮົມສູນກາງພັກ, ກົມສື່ມວນຊົນ, ວິທະຍຸກະຈາຍສຽງແຫ່ງຊາດລາວ,ສຳນັກຂ່າວສານປະເທດລາວ,  ໂທລະພາບແຫ່ງຊາດ ແລະ ໜັງສືພິມປະຊາຊົນ ໄດ້ສຳເລັດການເຂົ້າຮ່ວມສຳມະນາກ່ຽວກັບສື່ມວນຊົນ ສຳລັບບັນດາປະເທດ ໜຶ່ງແລວ ໜຶ່ງເສັ້ນທາງ ຢູ່ທີ່ມະຫາໄລສ້າງຄູ ແຂວງ ເຈີ້ຈຽງ, ສປ ຈີນ ໃນລະຫວ່າງວັນທີ 18 ກໍລະກົດ ຫາ ວັນທີ 31 ສິງຫາ 2024.

ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກກະຊວງການຄ້າ ສປ ຈີນ. ຈຸດປະສົງ ເພື່ອແລກປ່ຽນການຮ່ວມມືດ້ານສື່ມວນຊົນ ລະຫວ່າງ ສປ ຈີນ ກັບ ບັນດາປະເທດ ໜຶ່ງແລວ ໜຶ່ງເສັ້ນທາງ. ເຊິ່ງຜ່ານ ການຝຶກອົບຮົມເປັນເວລາ ສອງອາທິດ, ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບການພັດທະນາສື່ມວນຊົນຂອງຈີນຢ່າງຮອບດ້ານໃນໄລຍະປະຫວັດສາດທີ່ແຕກຕ່າງກັນ, ຍົກໃຫ້ເຫັນຍຸດທະສາດທີ່ມີປະສິດທິຜົນທີ່ສື່ມວນຊົນຈີນໃຊ້ໃນການເລົ່າ ເລື່ອງຂອງປະເທດຊາດແລະ ເສີມຂະຫຍາຍພາບການຮ່ວມມືກັບພາພຶ້ນ ແລະ ສາກົນ.

ການຝຶກອົບຮົມດັ່ງກ່າວເປັນການແລກປ່ຽນຄວາມຮູ້ໃນການເຊື່ອມໂຍງກັບສື່ມວນຊົນທ້ອງຖິ່ນ, ການຄຸ້ມຄອງສື່ມວນຊົນ, ອຸດສາຫະກຳວິດີໂອສັ້ນ, ຂະແໜງຮູບເງົາ ແລະ ການສ້າງຄວາມເຂົ້າໃຈຂອງປະຊາຊົນ ແລະ ຊຸກຍູ້ຄວາມກ້າວໜ້າ ຂອງ ສັງຄົມ. ພ້ອມກັນນັ້ນ, ຍັງໄດ້ຮັບຮູ້ເຖິງຄວາມເປັນມາສື່ມວນຊົນຂອງປະເທດໜຶ່ງແລວ ໜຶ່ງເສັນທາງ ທັງຍົກໃຫ້ເຫັນຄວາມສຳຄັນຂອງການຮ່ວມມືດ້ານສື່ມວນ ຊົນລະຫວ່າງ ສປ ຈີນກັບຄູ່ຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ.

ນອກຈາກນັ້ນຍັງຢ້ຽມຢາມສະຖານທີ່ວັດທະນະທຳທີ່ມີຄວາມໝາຍ ເຊັ່ນ: ບູຮານນະຄະດີ ລຽນຊູ ແລະ ທະເລຊາບ ເຊິ່ງສະຖານທີ່ດັ່ງກ່າວແມ່ນ ເປັນສະຖານທີ່ມໍລະດົກທາງວັດທະນະທຳ ຂອງ ສປ ຈີນ.

ໃນໄລຍະຜ່ານມາມະຫາໄລສ້າງຄູ ແຂວງ ເຈີ້ຈຽງ, ສປ ຈີນ ເຄີຍຈັດໂຄງການດັ່ງກ່າວນີ້ມາແລ້ວຫລາຍຄັ້ງ ແລະ ໃນທ້າຍປີ 2024 ນີ້ ຈະຈັດຂຶ້ນອີກຄັ້ງເພື່ອແນໃສ່ຊຸກຍູ້ສົ່ງເສີມຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງໃຫ້ນັບມື້ກວ້າງຂວາງແລະປະສົບຜົນສໍາເລັດກວ່າເກົ່າ.

ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ

1
2
3
4
5
6
7
8
9
10
{"visible_panels":"4","width":"900","height":"300","orientation":"horizontal","panel_distance":"0","max_openedaccordion_size":"80%","open_panel_on":"hover","shadow":"true","autoplay":"true","mouse_wheel":"false"}