ຄະນະໂຄສະນາອົບຮົມສູນກາງພັກ ແລະ ກົມຮັກສາສຸຂະພາບ ຫ້ອງວ່າການສູນກາງພັກ ສັກຢາວັກຊີນປ້ອງກັນໄຂ້ຫວັດໃຫຍ່ໃຫ້ແກ່ພະນັກງານ ຄອສພ

ໃນຕອນເຊົ້າວັນທີ 27 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂະບວນການສັກຢາວັກຊີນປ້ອງກັນໄຂ້ຫວັດໃຫຍ່ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດເຂົ້າຮ່ວມມີບັນດາຄະນະພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ທີມງານແພດທີ່ມາຈາກ ກົມສຸຂະພາບຫ້ອງວ່າການສູນກາງພັກ ໃຫ້ການບໍລິການເພື່ອຊ່ວຍຢັບຢັ້ງ ແລະ ປ້ອງກັນ ພະຍາດໄຂ້ຫວັດໃຫຍ່ສາຍພັນໃໝ່ ນັ້ນສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບຂອງທີມງານແພດໝໍທີ່ມີຄວາມເປັນຫ່ວງເປັນໄຍ ຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ທີ່ໄດ້ຮັບຜົນຈາກພະຍາດດັ່ງກ່າວຕະຫອດໄລຍະທີ່ຜ່ານມາ.

ນອກຈາກນັ້ນທີມງານແພດຍັງໄດ້ຊີ້ແຈງອະທິບາຍເຖິງຄຸນປະໂຫຍດຂອງການສັກຢາວັກຊີນປ້ອງກັນໄຂ້ຫວັດໃຫຍ່ໃນຄັ້ງນີ້ກໍເພື່ອແນ່ໃສ ຫຼຸດຜ່ອນການຕິດເຊື້ອໄຂ້ຫວັດຂອງຄົນເຮົາທັງສາມາດຫຼຸດຜ່ອນອັດຕາການຕາຍຈາກໄຂ້ຫວັດໃຫຍ່. ພ້ອມນັ້ນທີມງາມແພດໝໍຍັງກ່າວເນັ້ນໜັກໃຫ້ພະນັກງານທຸກຄົນ ຈົ່ງເຂົ້າຮ່ວມຂະບວນການສັກຢາ ແລະ ໃຫ້ການຮ່ວມມື ປະຕິບັດຄຳແນະນຳຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ.