ເອກອັກຄະລັດຖະທູດແຫ່ງສ ປຈີນ ປະຈຳສປປ ລາວ ເຂົ້າຢ້ຽມຄຳນັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ເອກອັກຄະລັດຖະທູດແຫ່ງສ ປຈີນ ປະຈຳສປປ ລາວ ເຂົ້າຢ້ຽມຄຳນັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນບ່າຍວັນທີ 21 ສິງຫາ 2024 ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກສະຫາຍ ນ. ຟັ່ງຫົງ (Fang Hong) ເອກອັກຄະລັດຖະທູດແຫ່ງສ ປຈີນ ປະຈຳສປປ ລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຄຳນັບ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນພິທີ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດກ່າວຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ໃນໄລຍະທີ່ຜ່ານມາ.

ຈຸດປະສົງໃນການເຂົ້າຢ້ຽມຄຳນັບ ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງພັກລາວ-ຈີນ ໂດຍສະເພາະແມ່ນການພົວພັນຮ່ວມມືໃນຂົງເຂດການເມືອງ-ວັດທະນະທຳ ແລະ ການໂຄສະນາຂອງພັກ ແລະ ແລກປ່ຽນບົດຮຽນກ່ຽວກັບເນື້ອໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX, ການຈັດຕັ້ງສຳມະນາວິທະຍາສາດລາວ-ຈີນ, ການຈັດສຳມະນາທິດສະດີສອງພັກລາວ-ຈີນ ແລະ ໄປຢ້ຽມຢາມເຂດທີ່ມີອະນຸສອນສະຖານຂອງສປຈີນໃນແຕ່ລະສະໄໝຢູ່ບັນດາແຂວງ ເພື່ອເຜີຍແຜ່ໂຄສະນາໃຫ້ປະຊາຊົນສອງຊາດລາວ-ຈີນໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນດັ່ງກ່າວ. ນອກຈາກນັ້ນ ທ່ານຫົວໜ້າ ຄອສພ ຍັງໄດ້ແລກປ່ຽນກັບທ່ານທູດສປຈີນ ປະຈຳລາວ ເນື່ອງໃນໂອກາດສ ປປ ລາວ ເປັນປະທານອາຊຽນ, ເປີດປີທ່ອງທ່ຽວ2024 ແລະ ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ປີ 2025 ໂດຍສະເພາະວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີນີ້. ສະຫາຍ ນ. ຟັ່ງຫົງ (Fang Hong) ເອກອັກຄະລັດຖະທູດແຫ່ງສ ປຈີນ ປະຈຳສປປ ລາວໄດ້ສະແດງ ຄວາມເຊື່ອໝັ້ນວ່າ ພາຍໃຕ້ທິດຊີ້ນໍາ ຂອງການນຳຂັ້ນສູງຂອງສອງພັກ, ສອງລັດລາວ-ຈີນນັ້ນຈະເປັນພື້ນຖານອັນໜັກແໜ້ນ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ຕ້ານກົນອຸບາຍຕ່າງໆຂອງພວກບໍ່ຫວັງດີ ແລະ  ຊຸກຍູ້ສົ່ງເສີມການລົງທຶນພ້ອມທັງຂະຫຍາຍການພົວພັນ ຮ່ວມມືລາວ-ຈີນ ແລະ ຄູ່ຮ່ວມຊະຕາກຳລາວ-ຈີນປີ 2024-2028 ໃຫ້ກ້າວສູ່ລວງເລິກ ແລະ ກວ້າງຂວາງຍິ່ງໆຂຶ້ນ.

ພາບຂ່າວ: ຄອນສະຫວັນ