ຄະນະຮັບຜິດຊອບຊຸດຝຶກອົບຮົມທິດສະດີ-ການເມືອງຂັ້ນຕົ້ນຊຸດທີ 2 ຄະນະໂຄສະນາອົບຮົມສູນກາງພັກ ມອບປຶ້ມໃຫ້ຫ້ອງສະໝຸດ ຄອສພ

ຄະນະຮັບຜິດຊອບຊຸດຝຶກອົບຮົມທິດສະດີ-ການເມືອງຂັ້ນຕົ້ນຊຸດທີ 2 ຄະນະໂຄສະນາອົບຮົມສູນກາງພັກ ມອບປຶ້ມໃຫ້ຫ້ອງສະໝຸດ ຄອສພ

ໃນຕອນບ່າຍຂອງວັນທີ 6 ສິງຫາ 2024 ທີ່ຫ້ອງສະໝຸດ ຄອສພ, ຄະນະຮັບຜິດຊອບຊຸດຝຶກອົບຮົມທິດສະດີຂັ້ນຕົ້ນຊຸດທີ 2 ​ ໄດ້ນໍາເອົາປຶ້ມຈຳນວນ 30 ຫົວຂອງນັກສຶກສາທີ່ຮຽນຈົບທິດສະດີ-ການເມືອງຂັ້ນຕົ້ນ ໄປມອບໃຫ້ຫ້ອງສະໝຸດ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ສຳເນົາໄວ້ຫ້ອງສະໝຸດ, ຕາງໜ້າມອບ ຄະນະຮັບຜິດຊອບຊຸດຝຶກອົບຮົມທິດສະດີແມ່ນ ທ່ານ ນ. ອົ້ນຄຳ ສົມພາວົງ ແລະ ຕາງໜ້າຮັບໂດຍ ທ່ານ ສຸກສັນ ສິດທິເດດ ຫົວໜ້າຫົວໜ້າພະແນກຫ້ອງສະໝຸດ ແລະ ສຳເນົາ ບັນດາປຶ້ມທີ່ມາມອບນີ້ກ່ຽວພັນກັບວຽກງານການເມືອງແນວຄິດ, ບັນດາບົດຮຽນທິດສະດີ ແລະ ພຶດຕິກຳຕ່າງໆຂອງພັກ ແລະ ຕິດພັນກັບວຽກງານເສດຖະສາດການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ເພື່ອເປັນຂໍ້ມູນໃນການຄົ້ນຄ້ວາຂີດຂຽນ ໃຫ້ແກ່ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ ຫຼື ຜູ້ອື່ນໆ ທີ່ມີຄວາມສົນໃຈຢາກຈະສຶກສາຄົ້ນຄ້ວາ ແລະ ຈະນໍາໃຊ້ປື້ມດັ່ງ ກ່າວໃຫ້ເກີດປະໂຫຍດສູງສຸດ.