ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍຊາວໜຸ່ມກົມອົບຮົມ ຄອສພ

ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍຊາວໜຸ່ມກົມອົບຮົມ ຄອສພ

          ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍຊາວໜຸ່ມກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄຂຂຶ້ນໃນຕອນບ່າຍ ວັນພຸດ, ວັນທີ 28 ສິງຫາ 2024 ຢູ່ຫ້ອງປະຊຸມຊັ້ນ 5 ຄອສພ ໂດຍການຮ່ວມເປັນຄະນະປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມອົບຮົມ, ສະຫາຍ ນ. ສຸກສະຫວັນ ອິນຄະວິໄລ ກຳມະການຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ສະຫາຍ ສຸກິນດາ ທອງດາລາ ເລຂາໜ່ວຍຊາວໜຸ່ມກົມອົບຮົມ ແລະ ມີຜູ້ຕາງໜ້າຈາກບັນດາໜ່ວຍຊາວໜຸ່ມອ້ອມຂ້າງ ຄອສພ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນກົມອົບຮົມ ເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 9 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ເຊິ່ງແຕ່ລະພາກໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການເຄື່ອນໄຫວວຽກງານຊາວໜຸ່ມ ໄລຍະ 5 ປີຜ່ານມາ ແລະ ຕີລາຄາດ້ານດີ, ດ້ານອ່ອນ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ວາງຄາດໝາຍສູ້ຊົນ, ທິດທາງຈຸດສຸມໃນ 5 ປີຕໍ່ໜ້າ (2025-2029) ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ ຄະນະໜ່ວຍຊາວໜຸ່ມຊຸດເກົ່າໄດ້ຜ່ານບົດສໍາຫຼວດການນໍາພາລວມ ພ້ອມທັງລາໜ້າທີ່ ກອງປະຊຸມໃນຄັ້ງນີ້ໄດ້ສະເໜີເປົ້າໝາຍໃໝ່ ຈາກນັ້ນຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ເພື່ອປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມກົມອົບຮົມຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ ຈໍານວນ 6 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງໜ່ວຍຊາວໜຸ່ມກົມອົບຮົມ ຊຸດທີ II ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ສຸກິນດາ ທອງດາລາ ເປັນເລຂາ, ສະຫາຍ ນ. ສົມສະໄຫວ ສີທາສັກ ເປັນຮອງເລຂາ ແລະ ສະຫາຍ ທອງໄຊ ຈັນທະຄໍາ ເປັນຄະນະ.

ໃນໂອກາດນີ້, ສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງຄະນະໜ່ວຍຊາວໜຸ່ມຊຸດຜ່ານມາ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ທີ່ຍາດໄດ້ຜົນງານໃນຫຼາຍດ້ານ, ພ້ອມກັນນັ້ນ ຍັງໃຫ້ຄວາມເຊື່ອໝັ້ນວ່າ ໃນຕໍ່ໜ້າ ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຈະສືບຕໍ່ຊີ້ນໍາ-ນໍາພາສະມາຊິກຊາວໜຸ່ມພາຍໃນໜ່ວຍ ໃຫ້ຍາດໄດ້ຜົນງານໃໝ່ ແລະ ຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມທັງຮຽກຮ້ອງມາຍັງຄະນະໜ່ວຍຊຸດໃໝ່, ສະມາຊິກຊາວໜຸ່ມທຸກສະຫາຍ  ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ພ້ອມກັນບຸກບືນພັດທະນາຕົນເອງຢ່າງຮອບດ້ານທາງດ້ານທິດສະດີ, ແນວທາງຂອງພັກ ແລະ ວຽກງານວິຊາສະເພາະ.

        + ພາບ-ຂ່າວ: ທອງໄຊ ຈັນທະຄໍາ