ຜົນສໍາເລັດ ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ຄັ້ງທີ II ຂອງກົມໂຄສະນາ

ຜົນສໍາເລັດ ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ຄັ້ງທີ II ຂອງກົມໂຄສະນາ

          ກອງປະຊຸມສະມາຊິກຊາວໜຸ່ມ ຄັ້ງທີ II ຂອງກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 30 ສິງຫາ 2024 ຢູ່ຫ້ອງປະຊຸມຊັ້ນ 5 ໂດຍການປະທານຮ່ວມຂອງ ສະຫາຍ ອານົງສັກ ອິນທະວົງ ກໍາມະການຄະນະພັກ, ຫົວໜ້າກົມໂຄສະນາ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ສະຫາຍ ຈັນລີຢ່າງ ຢ່າງ ເລຂາໜ່ວຍຊາວໜຸ່ມໂຄສະນາ ແລະ ມີຜູ້ຕາງໜ້າຈາກບັນດາໜ່ວຍຊາວໜຸ່ມອ້ອມຂ້າງ ຄອສພ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນກົມ ເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 10 ສະຫາຍ.

ໃນໂອກາດດັ່ງກ່າວ ສະຫາຍ ຈັນລີຢ່າງ ຢ່າງ ເລຂາໜ່ວຍຊາວໜຸ່ມໂຄສະນາ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການເຄື່ອນໄຫວວຽກງານຊາວໜຸ່ມ ໄລຍະ 5 ປີຜ່ານມາ ແລະ ຕີລາຄາດ້ານດີ, ດ້ານອ່ອນ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ຄາດໝາຍສູ້ຊົນ, ທິດທາງຈຸດສຸມໃນ 5 ປີຕໍ່ໜ້າ. ຈາກນັ້ນ ຄະນະໜ່ວຍຊາວໜຸ່ມຊຸດເກົ່າໄດ້ຜ່ານບົດສໍາຫຼວດການນໍາພາລວມ ພ້ອມທັງລາໜ້າທີ່ຕໍ່ກອງປະຊຸມໃນຄັ້ງນີ້. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ ຈໍານວນ 05 ສະຫາຍ ແລະ ເລືອກເອົາ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ຫວ່າງ ຜົນບຸນ ເປັນເລຂາ, ສະຫາຍ ທຸງໄຊ ສີສັງວານ ເປັນຮອງເລຂາ ແລະ ສະຫາຍ ນາງ ຈິນດາວັນ ອິນສົມເພຍ ເປັນຄະນະ.

ໃນໂອກາດນີ້, ສະຫາຍ ອານົງສັກ ອິນທະວົງ ກໍາມະການຄະນະພັກ, ຫົວໜ້າກົມໂຄສະນາໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງຄະນະໜ່ວຍຊາວໜຸ່ມຊຸດຜ່ານມາ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ທີ່ຍາດໄດ້ຜົນງານໃນຫຼາຍດ້ານ, ພ້ອມກັນນັ້ນ ຍັງໃຫ້ຄວາມເຊື່ອໝັ້ນວ່າ ໃນຕໍ່ໜ້າ ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຈະສືບຕໍ່ນໍາພາ-ຊີ້ນໍາສະມາຊິກຊາວໜຸ່ມພາຍໃນໜ່ວຍ ໃຫ້ຍາດໄດ້ຜົນງານໃໝ່ ແລະ ຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມທັງຮຽກຮ້ອງມາຍັງຄະນະໜ່ວຍຊຸດໃໝ່ ກໍຄືສະມາຊິກຊາວໜຸ່ມທຸກສະຫາຍ ຕ້ອງສູ້ຊົນບຸກບືນຕົນເອງ ໃຫ້ກາຍເປັນຜູ້ນໍາໜ້າໃນຖັນແຖວຊາວໜຸ່ມ, ເປັນຜູ້ດີເດັ່ນໃນການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ – ແນວຄິດ, ດ້ານຄຸນສົມບັດສິນທຳປະຕິວັດ, ແບບແຜນດໍາລົງຊີວິດ, ເປັນບຸກຄົນທີ່ກ້າວໜ້າ ຫ້າວຫັນທາງດ້ານແນວຄິດ ແລະ ການກະທຳ. ເອົາໃຈໃສ່ຍົກສູງລະດັບຄວາມຮູ້, ຄວາມສາມາດ, ຄວາມຊໍານິຊໍານານງານໃນດ້ານວຽກງານວິຊາສະເພາະ ຕາມພາລະບົດບາດ ແລະໜ້າທີ່ຂອງພະແນກຕົນ, ເອົາໃຈໃສ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ກໍານົດອອກຢ່າງເຂັ້ມງວດ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມໃຫ້ແໜ້ນແຟ້ນກວ່າເກົ່າ, ສາມັກຄີກັບເພື່ອນຮ່ວມງານ, ພະນັກງານ, ສະມາຊິກພັກ ແລະ ມະຫາຊົນ, ທຸກຊັ້ນຄົນໃນສັງຄົມ ເພື່ອເຮັດໃຫ້ການປະຕິບັດວຽກງານໄດ້ຮັບຜົນສໍາເລັດ ແລະ ພ້ອມທັງສ້າງການຫັນປ່ຽນທາງດ້ານຈິນຕະນາການໃຫ້ບຸກທະລຸ ກວ່າເກົ່າ, ສ້າງຕົນເອງໃຫ້ເປັນສະມາຊິກຊາວໜຸ່ມ ທີ່ມີນໍ້າໃຈເສຍສະຫຼະສູງ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເພິ່ງຕົນເອງ ແລະ ສ້າງຜົນງານອັນໂດດເດັ່ນດ້ວຍຕົນເອງ.