ກອງປະຊຸມວຽກງານປ້ອງກັນພາຍໃນ ແລະ ຝຶກອົບຮົມການສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ກຳລັງປ້ອງກັນພາຍໃນ ຄອສພ

ກອງປະຊຸມວຽກງານປ້ອງກັນພາຍໃນ ແລະ ຝຶກອົບຮົມການສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ກຳລັງປ້ອງກັນພາຍໃນ ຄອສພ

ໃນວັນທີ 05 ກັນຍາ 2024 ຄອສພ ໄດ້ຈັດກອງປະຊຸມວຽກງານປ້ອງກັນພາຍໃນ ແລະ ຝຶກອົບຮົມການສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ກຳລັງປ້ອງກັນພາຍໃນ ຄອສພໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານປ້ອງກັນພາຍໃນ, ທ່ານ ພັທ ສົມລິດ ນິລາວົງ ຮອງຫົວໜ້າກົມ 200 ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ມີບັນດາຄະນະປ້ອງກັນພາຍໃນ ແລະ ສະມາຊິກປ້ອງກັນຂອງ ຄອສພ ທັງຫມົດເຂົ້າຮ່ວມ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຫົວໜ້າປ້ອງກັນພາຍໃນ ຄອສພ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປ້ອງກັນ ໃນໄລຍະ 1 ປີຜ່ານມາ ແລະ ເຜີຍແຜ່ເອກະສານຂໍ້ກຳນົດຂອງຫ້ອງວ່າການສູນກາງພັກເລກທີ 01/ຫສພ, ລົງວັນທີ 19/06/2024 ວ່າດ້ວຍລະບຽບການປ້ອງກັນສຳນັກງານ-ອົງການໃນຂົງເຂດຫຼັກ6; ວຽກງານປ້ອງກັນພາຍໃນເປັນວຽກທີ່ສຳຄັນທີ່ຄະນະພັກ-ຄະນະນຳ ຄອສພ ຍາມໃດກໍໃຫ້ການຊີ້ນຳຢ່າງໃກ້ສິດຕິດແທດແນໃສ່ ເພື່ອຮັບປະກັນການປະຕິບັດວຽກງານປ້ອງກັນ ໃຫ້ມີປະສິດທິຜົນສູງຂຶ້ນ, ສາມາດເກັບກໍາສະພາບຕ່າງໆ ທີ່ເກີດຂຶ້ນ ຢູ່ພາຍໃນ ໄດ້ຢ່າງຄົບຖ້ວນ. ພ້ອມນັ້ນ, ຍັງໄດ້ປະສານສົມທົບກັບພະນັກງານກົມ 200 ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ທີ່ປະຈຳການຢູ່ ຄອສພ ເປັນປະຈຳໃນການແລກປ່ຽນສະພາບ ເຊິ່ງກັນ ແລະ ກັນ ແລະ ປຶກສາຫາລືໃຫ້ການຊີ້ແນະໃນແກ້ໄຂບັນຫາຕ່າງໆຢ່າງທັນການ ເຮັດໃຫ້ພາຍໃນ ແລະ ສຳນັກງານ ຄອສພ ມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ.

ຫຼັງຈາກນັ້ນ ທ່ານ ພັທ ສົມລິດ ນິລາວົງ ຮອງຫົວໜ້າກົມ 200 ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບໄດ້ເຜີຍສະພາບການພົ້ນເດັ່ນທັງພາຍໃນ ແລະ ສາກົນ ແລະ ຜ່ານບັນດາມະຕິທີ່ກ່ຽວຂ້ອງກັບວຽກງານປ້ອງກັນພາຍໃນ, ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ສະບັບເລກທີ 111/ກມສພ, ລົງວັນທີ 22/05/2020.

ຈາກນັ້ນ, ໃນກອງປະຊຸມ ໄດ້ຮັບຄຳໂອ້ລົມຂອງທ່ານ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານ ປ້ອງກັນພາຍໃນ ຈົ່ງສືບຕໍ່ເພີ່ມທະວີເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະພັກຄະນະນຳ ແລະ ສາມາດເກັບກໍາໄດ້ ສະພາບແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນໄດ້ດີ, ມີການຕິດຕາມ, ເກັບກຳ ແລະ ຕີລາຄາສະພາບການຕ່າງໆ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້ບົດບາດຂອງວຽກງານປ້ອງກັນຫລາຍຂຶ້ນ, ຄະນະປ້ອງກັນ ຕ້ອງເພີ່ມທະວີຄວາມຕັ້ງໜ້າເຮັດວຽກດ້ວຍຈິດໃຈມານະອົດທົນ, ມີຄວາມສາມັກຄີ, ເສຍສະຫລະສ່ວນຕົວເພື່ອສ່ວນລວມສາມາດຮັບປະກັນໃນໜ້າວຽກງານຂອງຕົນໄດ້ເປັນຢ່າງດີ.

ໃນຕອນບ່າຍຂອງວັນດຽວກັນ ໄດ້ມີການຝຶກອົບຮົມຄວາມຮູ້ພື້ນຖານຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ຝຶກວິທີໜີໄພ ແລະ ເຄື່ອນຍ້າຍຜູ້ບາດເຈັບ ແລະ ຝຶກຕົວຈິງການນຳໃຊ້ອຸປະກອນມອດໄຟຕ່າງໆ ຈາກພະແນກສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ.