ຄະນະໂຄສະນາອົບຮົມສູນກາງພັກ ຮັບເຄື່ອງຊ່ວຍເຫຼືອຕ້ານໄພນ້ຳຖ້ວມຢູ່ບັນດາແຂວງພາກເໜືອ.

ຄະນະໂຄສະນາອົບຮົມສູນກາງພັກ ຮັບເຄື່ອງຊ່ວຍເຫຼືອຕ້ານໄພນ້ຳຖ້ວມຢູ່ບັນດາແຂວງພາກເໜືອ.

ໃນວັນທີ 13 ກັນຍາ 2024  ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົບສູນກາງພັກ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າ ຄອສພ ບ.ກ ໜັງສືພິມປະຊາຊົນ 3 ອົງການຈັດຕັ້ງມະຫາຊົນ ຕາງໜ້າໃຫ້ບໍລິສັດ ວັດທະນາດັດສະມິວຈຳກັດ ແລະ ບໍລິສັດ ອານຸວົງການຄ້າ ໄດ້ນຳເອົາວັດຖຸ, ເຄື່ອງນຸ່ງຫົ່ມ, ນ້ຳດື່ມ, ເຂົ້າສານອາຫານແຫ້ງມາມອບໃຫ້ຄະນະຮັບຜິດຊອບຕ້ານໄພນ້ຳຖ້ວມ ຄອສພ ເພື່ອປະກອບສ່ວນຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ 6 ແຂວງພາກເໜືອ.  ຕາງໜ້າຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ ກ່າວຮັບໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມເປັນສັກຂີພະຍານ ມີ ບັນດາ ຄະນະພັກ, ຄະນະກົມພາຍໃນ ຄອສພ.

ໂອກາດດັ່ງກ່າວ ທ່ານ ນ. ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພາກສ່ວນຕ່າງໆທີ່ ໄດ້ນຳເອົາວັດຖຸຈິດໃຈ ແລະ ເຄື່ອງໃຊ້ຕ່າງໆ ມາມອບໃຫ້ຄັ້ງນີ້ ເພື່ອຈະນໍາໄປຊ່ວຍ ເຫຼືອແກ່ປະຊາຊົນ 6 ແຂວງພາກເໜືອທີ່ຖືກເຄາະຮ້າຍຈາກໄພພິບັດດັ່ງກ່າວ.