ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັບກົມຊັບສິນແຫ່ງລັດກະຊວງການເງິນ ເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ

ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັບກົມຊັບສິນແຫ່ງລັດກະຊວງການເງິນ ເຜີຍແຜ່

ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ

ໃນຕອນເຊົ້າວັນທີ 04 ກັນຍາ 2024 ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ, ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍການເປັນປະທານ ຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ພະນັກງານບຳນານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ດຳລັດຂອງລັດຖະບານ ເລກທີ 599 ວ່າດ້ວຍລົດຂອງລັດ ແລະ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດຢູ່ ຄອສພ ຫຼັງຈາກນັ້ນ ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກ ຄຸ້ມຄອງສັງຫາລິມະຊັບ ກົມຊັບສິນແຫ່ງລັດ ກະຊວງການເງິນ ໄດ້ເຜີຍແຜ່ 3 ເອກະສານສຳຄັນທີ່ກ່ຽວຂ້ອງກັບການສຳລະສະສາງລັດລັດ; ໃນໄລຍະຜ່ານວຽກງານການຄຸ້ມຄອງ ແລະ ນໍາໃຊ້ລົດຂອງລັດ ມາເຫັນວ່າພົບຄວາມຫຍຸ້ງຍາກ ແລະ ການຄຸ້ມຄອງກໍຍັງບໍ່ທັນຄົບຖ້ວນ ຕາມທີ່ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ດຳລັດວ່າດ້ວຍລົດຂອງລັດ ໄດ້ກຳນົດໄວ້, ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ປະຕິບັດໃຫ້ສອດຄ່ອງກັບສະພາບຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະຂອງປະເທດເຮົາ. ສະນັ້ນ, ເພື່ອເປັນການກະກຽມໃຫ້ແກ້ ການກວດກາ, ຈັດສັນ, ດຸນດ່ຽງ ການນໍາໃຊ້ລົດຂອງລັດ ໃນແຕ່ລະບາດກ້າວໃຫ້ຖືກຕ້ອງ ຊຶ່ງເຫັນວ່າການສະສາງລົດເກົ່າຂອງລັດ ກໍເພື່ອເປັນການແກ້ໄຂບັນຫາການນໍາໃຊ້ລົດຂອງລັດໃຫ້ຖືກຕ້ອງຕາມ ເປົ້າໝາຍ ແລະ ລະບຽບການ, ແກ້ໄຂລົດພະນັກງານບໍານານທີ່ເອົາໄປນໍາໃຊ້ຜ່ານມານັ້ນ ເນື່ອງຈາກລົດ ປ້າຍລັດບໍລິຫານທີ່ພະນັກງານບຳນານນໍາໃຊ້ແມ່ນບໍ່ໄດ້ຕິດ ຄິວອາໂຄ້ດ (QR code) ຊຶ່ງຍັງມີຄວາມສັບສົນກັບລົດ ທີ່ນອນໃນບັນຊີລົດຂອງລັດຕົວຈິງ ທີ່ນໍາໃຊ້ໃນວຽກງານທາງລັດຖະການຂອງແຕ່ລະກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ.

ໂອກາດນີ້, ນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ ວ່າດ້ວຍການສະສາງລົດຂອງລັດ ຊຶ່ງລວມມີ 5 ໜວດ, 12 ມາດຕາ, ແຈ້ງການຂອງກະຊວງການເງິນ ເລກທີ 0589/ກງ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງໃນການຄຸ້ມຄອງ, ນຳໃຊ້ລົດຂອງລັດ, ເຜີຍແຜ່ປື້ມຄູ່ມືແນະນຳຂັ້ນຕອນການຈັດຕັ້ງປະຕິບັດຕີລາຄາລົດ ໂດຍສະເພາະບັນດາທ່ານທີ່ປະຕິບັດວຽກງານຕົວຈິງ ກ່ຽວກັບການຄຸ້ມຄອງນຳໃຊ້ລົດຂອງລັດແຕ່ລະປະເພດ ໃຫ້ກຳໄດ້ຢ່າງລະອຽດທາງດ້ານຫລັກການ, ເປົ້າໝາຍ, ເງື່ອນໄຂ, ຂັ້ນຕອນການສະສາງ ແລະ ຖອນຄືນລົດຂອງລັດ ແນໃສ່ຫັນກຳມະສິດລົດຂອງລັດທີ່ພະນັກງານນຳໃຊ້ ຊຶ່ງການຈັດຕັ້ງຂອງລັດບໍ່ມີແຜນການນຳໃຊ້ແລ້ວນັ້ນໃຫ້ຂາດຕົວ, ແກ້ໄຂບັນຫາບຸກຄົນ ຫລື ການຈັດຕັ້ງ ທີ່ບໍ່ນອນໃນອົງການຈັດຕັ້ງຂອງລັດ ແຕ່ນຳໃຊ້ລົດຂອງລັດໃຫ້ສຳເລັດ, ເພື່ອເປັນການກະກຽມໃຫ້ແກ່ການກວດກາ, ຈັດສັນ, ດຸນດ່ຽງ ການນຳໃຊ້ລົດຂອງລັດ ໃນແຕ່ລະບາດກ້າວໃຫ້ຖືກຕ້ອງ, ແກ້ໄຂລົດທີ່ພະ ນັກງານບຳນານ ໄດ້ເອົາໄປນຳໃຊ້ໃນໄລຍະຜ່ານມານັ້ນ ແລະ ໃນນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ.

ຕອນທ້າຍພິທີ,  ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈ, ຈຸດປະສົງ, ເປົ້າໝາຍ, ຫລັກການ, ຂັ້ນຕອນການຈັດຕັ້ງປະຕິບັດ, ການປະກອບເອກະສານ, ການຊຳລະເງິນຈາກການສະສາງເຂົ້າງົບປະມານແຫ່ງລັດ, ການປົດປ້າຍທະບຽນ ໄປເຜີຍແຜ່ໃຫ້ການຈັດຕັ້ງທີ່ຕົນສັງ ກັດ ແລະ ພະນັກງານຜູ້ນຳໃຊ້ລົດຂອງລັດ ໄດ້ຮັບຮູ້, ເຂົ້າໃຈໄປໃນລວງດຽວກັນ ເພື່ອຮັບປະກັນການຈັດ ຕັ້ງປະຕິບັດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດສະບັບນີ້ ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.