ກໍາມະບານຮາກຖານກົມອົບຮົມ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ


ກໍາມະບານຮາກຖານກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນໃນວັນທີ 26 ກັນຍາ ປີ 2024 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ເລຂາໜ່ວຍພັກ ຫົວໜ້າກົມອົບຮົມ, ມີສະຫາຍ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ປະທານຄະນະບໍລິຫານງານກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ຫົວການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຫາຍ ພູໄຊ ບຸນມີຈິດ ປະທານກໍາມະບານຮາກຖານກົມອົບຮົມ ພ້ອມດ້ວຍຜູ້ຕາງໜ້າຈາກກໍາມະບານຮາກຖານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຊິກກໍາມະບານກົມອົບຮົມ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 15 ສະຫາຍ.

ສະຫາຍ ພູໄຊ ບຸນມີຈິດ ປະທານຮາກຖານກໍາມະບານກົມອົບຮົມ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນ ໄຫວໃນໄລຍະ 5 ປີຜ່ານມາ , ເຊິ່ງຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ບາງບົດຮຽນທີ່ຖອດຖອນໄດ້ ນອກນັ້ນກໍໄດ້ວາງທິດທາງ, ໜ້າທີ່ວຽກງານການເຄື່ອນໄຫວຂອງການມະບານຮາກຖານກົມອົບຮົມ ໃນໄລຍະ 5 ປີ ໃນຕໍໍ່ໜ້າ. ຈາກນັ້ນຄະນະກໍາມະບານຊຸດເກົ່າໄດ້ຜ່ານບົດສໍາຫຼວດການນໍາພາລວມພ້ອມທັງອໍາລາໜ້າທີ່, ກອງປະຊຸມໃນຄັ້ງນີ້ຍັງໄດ້ປ່ອນບັດເລືອກເອົາຄະນະກໍາມະບານຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກ ຕ້ອງ ແລະ ສອດຄ່ອງຕາມມາດຖານ ແລະ ເງື່ອນໄຂທີ່ກໍານົດໄວ້ ຊື່ງກອງປະຊຸມປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີຕົກລົງໃຫ້ສະຫາຍ ນາງ ສຸກສະຫວັນ ວົງຫາຈັກ ເປັນປະທານ, ສະຫາຍ ຈ໋າຍໜໍ່ ພົມປັນຍາ ເປັນຮອງ ແລະ ສະຫາຍກິຕ້ອມ ພັນທະວົງ ເປັນຄະນະ.

ກອງປະຊຸມຄັ້ງນີ້ຍັງໄດ້ຮັບການໂອ້ລົມຈາກສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ເລ ຂາໜ່ວຍພັກ ຫົວໜ້າກົມອົບຮົມ ກ່ອນອື່ນໝົດສະຫາຍກໍໄດ້ກ່າວຍ້ອງຍໍຊົມເຊີຍບັນດາຜົນງານທີ່ກໍາມະບານຮາກຖານກົມອົບຮົມຍາດມາໄດ້ ພ້ອມກັນນັ້ນໄດ້ໃຫ້ທິດຊີ້ຕໍ່ການເຄື່ອນໄຫວການມະບານໃນຕໍ່ໜ້າ ຊຶ່ງສະ ຫາຍກໍໄດ້ເນັ້ນໜັກບາງຈຸດຄືດັ່ງນີ້: ສະມາຊິກກໍາມະບານທຸກສະຫາຍຕ້ອງກໍາໃຫ້ໄດ້ບັນດາຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານກໍາມະບານໃນກົມອົບຮົມ, ເອົາໃຈໃສ່ສຶກສາອົບຮົມສະມາຊິກກໍາມະບານໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ເພີ່ມມະວີຄວາມສະມັກຄີພາຍໃນໃຫ້ໜັກແໜ້ນ, ພາຍນອກໃຫ້ດີ ແລະ ກວ້າງຂວາງ ແລະ ຕ້ອງໄດ້ຍາດແຍ່ງເອົາານຊີ້ນໍາ-ນໍາພາຈາກຄະນະໜ່ວຍພັກ ແລະ ຈາກຄະນະຫຍາຍຕົວຂຶ້ນເລື້ອຍໆ ໂດຍຖືເອົາຂໍ້ແຂ່ງຂັນ 5 ເປັນເຈົ້າເປັນບ່ອນອີງ.