ພິທີປາຖະກະຖາເນື້ອໃນກອງປະຊຸມຄົບຄະນະເທື່ອທີ 3 ສະໄໝທີ XX ຂອງພັກກອມມູນິດຈີນ.


ໃນຕອນເຊົ້າຂອງວັນທີ 23 ຕຸລາ 2024 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງພິທີປາຖະກະຖາ ກ່ຽວກັບເນື້ອໃນກອງປະຊຸມຄົບ ຄະນະເທື່ອທີ 3 ສະໄໝທີ 20 ຂອງພັກກອມ ມູນິດຈີນ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການສູນກາງພັກ ເຊິ່ງດໍາເນີນໃນບັນຍາກາດ ທີ່ທົ່ວພັກ ປປ ລາວ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ໃນໄລຍະທ້າຍສະ ໄໝ ແລະ ຢູ່ໃນໄລຍະການກະກຽມດຳເນີນກອງປະຊຸມໃຫຍ່ແຕ່ລະຂັ້ນ ຂອງພັກ ເພື່ອກ້າວສູ່ການດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ໃນຕົ້ນປີ 2026 ແລະ ພັກກອມມູນິດຈີນ ກໍພວມ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 20, ໂດຍສະ ເພາະມະຕິກອງປະຊຸມສູນກາງຄົບ ຄະນະ ຄັ້ງທີ 3 ສະໄໝທີ 20 ເຂົ້າສູ່ຊີວິດຕົວຈິງ ແລະ ການພົວພັນຮ່ວມມື ລາວ-ຈີນ ສືບຕໍ່ກ້າວສູ່ລວງເລິກ; ໃຫ້ກຽດເຂົ້າຮ່ວມໃນພິທີອັນມີຄວາມໝາຍສໍາຄັນມີ: ສະຫາຍ ຊູ ຊິງຊານ ກຳມະການສູນກາງພັກກອມມູນິດຈີນ, ປະທານສະພາຄົ້ນຄວ້າ ປະຫວັດສາດພັກ ແລະ ເອກະສານພັກ ສູນກາງພັກກອມມູນິດຈີນ (ທັງໃຫ້ກຽດເປັນຜູ້ປາຖະກະຖາ ໃນຫົວຂໍ້ດັ່ງກ່າວ) ສະຫາຍ ນາງ ຟາງ ຮົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ຕາງໜ້າການນໍາຂັ້ນສູງຝ່າຍລາວມີ: ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ,ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ທັງເປັນຫົວໜ້າຄະນະຕ້ອນຮັບຄະນະຜູ້ແທນຈີນ, ມີສະຫາຍກຳມະການກົມການເມືອງ, ເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ ແລະ ສໍາຮອງ, ມີເລຂາ, ຮອງເລຂາຄະນະພັກ, ຄະນະປະຈຳພັກ, ຄະນະພັກ, ພະນັກງານຂັ້ນກົມ ແລະ ທຽບເທົ່າ ຈາກກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ; ພະນັກງານຫຼັກແຫຼ່ງ ຈາກຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ພະນັກງານຫຼັກແຫຼ່ງບັນດາກະຊວງ-ອົງການ ອ້ອມຂ້າງສູນກາງ ເຂົ້າຮ່ວມທັງໝົດ 400 ກວ່າສະຫາຍ.

ໃນພິທີ ສະຫາຍ ຊູ ຊົງຊານ ກໍາມະການສູນກາງພັກກອມມູນິດຈີນ, ປະທານສະພາຄົ້ນຄວ້າປະຫວັດສາດພັກ ແລະ ເອກະສານພັກສູນ ກາງພັກກອມມູນິດຈີນ ໃຫ້ກຽດປາຖະກະຖາ ແລະ ນໍາສະເໜີເນື້ອໃນ ຫຼື ມະຕິກອງປະຊຸມຄົບຄະນະ ເທື່ອທີ 3 ສະໄໝທີ XX ຂອງພັກກອມມູນິດຈີນ ຢ່າງເປັນລະບົບເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຫຼາຍເນື້ອໃນສໍາຄັນທີ່ເປັນຈິດໃຈຊີ້ນໍາກວມລວມ ແລະ ເລິກເຊິ່ງ ຂອງພັກກອມມູນິດຈີນ ທີ່ຕິດແທດກັບສະພາບການເງື່ອນໄຂຕົວຈິງ ຂອງ ສປ ຈີນ ທີ່ມີລັກສະນະສືບທອດ ເພື່ອເສີມຂະຫຍາຍແຜນນະ ໂຍບາຍຂອງ ພັກໃນໄລຍະຜ່ານມາໃຫ້ສອດຄ່ອງກັບຍຸກສະໄໝ.
ເນື້ອໃນ ຂອງມະຕິກອງປະຊຸມຄົບຄະນະ ເທື່ອທີ 3 ສະໄໝທີ XX ແມ່ນປິ່ນອ້ອມຫົວຂໍ້ການລົງເລິກການປະຕິຮູບຢ່າງຮອບດ້ານ, ການຊຸກຍູ້ຫັນເປັນທັນສະໄໝແບບຈີນເຊິ່ງໄດ້ຮັບຮອງເອົາມີ 15 ເນື້ອໃນໃຫຍ່ ແລະ 60 ໜ້າທີ່ ຫຼື ເນື້ອໃນລະອຽດ (ແບ່ງອອກເປັນ 3 ພາກສ່ວນ: ໜຶ່ງ, ກ່ຽວກັບຄວາມໝາຍສໍາຄັນ ແລະ ຄວາມຈໍາເປັນ ຂອງການສືບຕໍ່ປະຕິຮູບຮອບດ້ານ ແລະ ຊຸກຍູ້ ຫັນເປັນທັນສະໄໝແບບຈີນ; ສອງ, ຜັນຂະຫຍາຍຮອບດ້ານການປະຕິຮູບໃນທຸກຂົງເຂດ, ໃນນັ້ນຖືການປະຕິຮູບລະບອບລະບຽບດ້ານເສດຖະກິດເປັນທິດນໍາ; ສາມ, ເພີ່ມທະວີການນໍາພາ ຂອງພັກ ຕໍ່ ກັບການປະຕິຮູບ ແລະ ລົງເລິກການປະຕິຮູບກົນໄກກໍ່ສ້າງພັກ); ກຳນົດມາດຕະການ ແລະ ວິທີການລະອຽດ ໃນການຜັນຂະຫຍາຍປະຕິບັດໃນຂອບເວລາທີ່ເໝາະສົມ. ພ້ອມນັ້ນການນໍາສະເໜີ ຂອງ ສະຫາຍ ຊູ ຊິງຊານ ໄດ້ສ່ອງແສງໃຫ້ເຫັນບົດຮຽນທີ່ສໍາຄັນຫຼາຍດ້ານ, ເປັນການສ້າງຄວາມຮັບຮູ້ໃໝ່ທາງດ້ານທິດສະດີໃນການກຳນົດແນວທາງ, ແຜນນະ ໂຍບາຍກໍຄືບົດຮຽນ ແລະ ພຶດຕິກຳການນໍາພາ ຂອງພັກກອມມູນິດຈີນໃຫ້ແກ່ພະນັກງານນໍາພາຫຼັກແຫຼ່ງແຕ່ລະຂັ້ນຂອງ ສປປ ລາວ ນໍາໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຕົວຈິງ.