ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຂະບວນການແຂ່ງຂັນຍິງປືນທີ່ສະໜາມຍິງປືນ 5 ເມສາ.
ໃນວັນທີ 28 ກຸມພາ 2025 , ເນື່ອງໃນໂອກາດຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69ປີ ແລະ ຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ສະຫາຍ ລາວປ່າວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍນັກກິລາຈາກຄະນະໂຄສະນາອົບຮົມສູນກາງພັກໄດ້ເຂົ້າຮ່ວມຂະບວນການແຂ່ງຂັນຍິງປືນ ,ພາຍໃຕ້ການເປັນປະທານຈັດການແຂ່ງຂັນ ໂດຍ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານສະຫະພັນກຳມະບານລາວ; ມີລັດຖະມົນຕີ, ຮອງລັດຖະມົນຕີ, ການນຳບັນດາກະຊວງ, ອົງການ, ກົມກອງອ້ອມຂ້າງສູນກາງ, ແຂກຮັບເຊີນ ແລະ ຄະນະຮັບຜິດຊອບຈັດການແຂ່ງຂັນກິລາ ເຂົ້າຮ່ວມ.
ການເປີດຂະບວນການແຂ່ງຂັນໃນຄັ້ງນີ້ແມ່ນມີຄວາມສຳຄັນ ເຊີ່ງຢູ່ໃນທ່າມກາງບັນຍາກາດສ້າງຜົນງານຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆ ຂອງຊາດຂອງພັກໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ນອກຈາກການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນດັ່ງກ່າວນັ້ນ ຍັງເປັນການຝຶກຝົນດ້ານຍຸດທະວິທີ ແລະ ທັກສະພື້ນຖານການນຳໃຊ້ອາວຸດປືນໃນການປ້ອງກັນຕົວໃຫ້ແກ່ພະນັກງານສະມາຊິກກຳມະບານ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສະຫະພັນກຳມະບານລາວ ກັບ ບັນດາສະຫະພັນກຳມະບານກະຊວງ, ອົງການກໍ່ຄືນັກກິລາດ້ວຍກັນ.
( ສະຫາຍ ລາວປ່າວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລົງແຂ່ງຂັນໃນສາຍ VIP )
(ທີມນັກກິລາ ຈາກສະຫະພັນກຳມະບານ ຄອສພ ລົງແຂ່ງຂັນໃນສາຍທົ່ວໄປ ນຳໂດຍ ສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າ ຄອສພ ເປັນຫົວໜ້າທີມ, ສະຫາຍ ວັນຕຸລາ ຣັກນຸດ ປະທານ ສະຫະພັນກຳມະບານ ຄອສພ ເປັນ ຮອງທີມ)
ຂ່າວພາບ: ກົງເພັດ