ການນຳພາຂອງພັກກອມມູນິດຈີນມີ 5 ບົດຮຽນທີ່ດີຄວນຖອດຖອນ.
ທ່ານ ຄໍາມອນ ຈັນທະຈິດ ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວ CMG ປະຈໍາລາວເມື່ອບໍ່ດົນມານີ້ວ່າ, ໃນໂອກາດເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ-ຈີນ ຄັ້ງທີ XII ຈັດຢູ່ແຂວງສ້ານຊີ ສປ ຈີນ, ພາຍໃຕ້ຫົວຂໍ້: “ປັບປຸງກົນໄກການພັດທະນາ ໃຫ້ສົມບູນແບບ ບົດຮຽນຂອງລາວ ແລະ ບົດຮຽນຈີນ”, ຜ່ານການສຳມະນາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນສາມາດຖອດໄດ້ 5 ບົດຮຽນຄື:
ບົດຮຽນທີໜຶ່ງ: ຍຶດໝັ້ນການນໍາພາຂອງພັກໃນວຽກງານເສດຖະກິດ. ພັກກອມມູນິດຈີນໄດ້ຢືນຢັນວ່າ, ການຄຸ້ມຄອງເສດຖະກິດຈະດີຫຼືບໍ່, ຈະເຂັ້ມແຂງຫຼືບໍ່ນັ້ນ ແມ່ນຂຶ້ນກັບພັກເປັນແກນກາງ ແລະ ມີບົດບາດຕັດສິນ. ນີ້ເປັນການຢືນຢັນທີ່ໜັກແໜ້ນໃນການຊີ້ນໍາ ແລະ ນໍາພາເສດຖະກິດຂອງພັກໂດຍສະເພາະນັບແຕ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ 18 ເປັນຕົ້ນມາ ພັກກອມມູນິດຈີນໄດ້ສ້າງຕັ້ງຄະນະກໍາມະການຂັ້ນສູນກາງຂື້ນ ເປັນຕົ້ນແມ່ນຄະນະກໍາມະການຄຸ້ມຄອງເສດຖະກິດການເງິນຂັ້ນສູນກາງ, ຄະນະກໍາມະການຄຸ້ມຄອງການພັດທະນາທະນາຄານຂັ້ນສູນກາງ ຄະນະກໍາມະການກ່ຽວກັບການຄຸ້ມຄອງການລົງເລິກປະຕິຮູບຂັ້ນສູນກາງແບບຮອບດ້ານ ແລະ ຄະນະກໍາມະການອື່ນໆ. ນີ້ສະແດງໃຫ້ເຫັນເຖິງການເອົາໃຈໃສ່ຂອງພັກ ແລະ ກອງປະຊຸມວຽກງານເສດຖະກິດຂອງພັກ ແມ່ນໄດ້ຈັດຕັ້ງຂຶ້ນໃນທຸກໆປີ ໂດຍ ສະຫາຍ ສີຈີ້ນຜິງ ເປັນເຈົ້າການກໍຄືເປັນປະທານກອງປະຊຸມ, ຍ້ອນພັກເອົາໃຈໃສ່ການນໍາພາ ຈຶ່ງເຮັດໃຫ້ເສດຖະກິດຂອງຈີນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄປຕາມທິດທີ່ພັກກອມມູນິດຈີນໄດ້ກໍານົດໄວ້.
ບົດຮຽນທີສອງ: ການປະດິດສ້າງໃຫມ່ທາງດ້ານທິດສະດີ ແລະ ພຶດຕິກໍາ. ໃນນີ້ແມ່ນການສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມທີ່ພັກກອມມູນິດຈີນໄດ້ປະດິດສ້າງມາຈາກທິດສະດີເສດຖະສາດການເມືອງຂອງລັດທິມາກ ດັ່ງທີ່ພວກເຮົາໄດ້ຮັບຮູ້ວ່າ ຈີນໄດ້ຫັນລັດທິມາກເປັນແບບຈີນຄືນໍາພາເສດຖະກິດຕາມທິດສັງຄົມນິຍົມດວ້ຍການຫັນເອົາທິດສະດີຂອງເສດຖະສາດການເມືອງຂອງມາກເຂົ້າມາໝູນໃຊ້ໃນສະພາບຕົວຈິງຢູ່ປະເທດຈີນ. ພັກກອມມູນິດຈີນໄດ້ຢືນຢັນວ່າເສດຖະກິດ ທີ່ມີການວາງແຜນບໍ່ມີແຕ່ສັງຄົມນິຍົມ, ທຶນນິຍົມກໍມີການວາງແຜນເຊັ່ນດຽວກັນ, ເສດຖະກິດຕະຫຼາດບໍ່ມີແຕ່ທຶນນິຍົມ, ສັງຄົມນິຍົມກໍມີຕະຫຼາດເຊັ່ນດຽວກັນ, ນີ້ເປັນການຢັ້ງຢືນເຖິງການປະດິດສ້າງທິດສະດີ ແລະ ພຶດຕິກຳໃນການພັດທະນາເສດຖະກິດຕະຫຼາດສັງຄົມນິຍົມ. ໃນກອງປະຊຸມຄົບຄະນະຄັ້ງທີ 3 ສະໄໝທີ 20 ຂອງພັກກອມມູນິດຈີນ ໄດ້ສະເໜີອອກກ່ຽວກັບການສ້າງເສດຖະກິດຕະຫຼາດສັງຄົມນິຍົມລະດັບສູງ, ເຊິ່ງເພິ່ນກໍານົດແຈ້ງວ່າ ຮອດປີ 2035 ຈະພັດທະນະເສດຖະກິດຕະຫຼາດສັງຄົມນິຍົມລະດັບສູງຮອບດ້ານ ໃນນີ້ ໄດ້ຢືນຢັນການພັດທະນາເສດຖະກິດຕະຫຼາດສັງຄົມນິຍົມລະດັບສູງໂດຍຢຶດໝັ້ນສອງຫຼັກການທີ່ບໍ່ສັ່ນຄອນ, ຄືໜຶ່ງ, ຫຼັກການພັດທະນາເສດຖະກິດກຳມະສິດສ່ວນລວມແບບບໍ່ສັ່ນຄອນ ບໍ່ລັງເລຄອນແຄນ; ສອງແມ່ນການພັດທະນາເສດຖະກິດທີ່ບໍ່ແມ່ນກໍາມະສິດສ່ວນລວມ ໝາຍເຖິງໃຫ້ມີຫຼາຍຮູບແບບກໍາມະສິດຫຼາຍພາກສ່ວນເສດຖະກິດ.
ບົດຮຽນທີສາມ: ການລົງເລິກປະຕິຮູບວິທະຍາສາດເຕັກໂນໂລຊີ. ພັກກອມມູນິດຈີນໄດ້ຢືນຢັນວ່າ, ເຕັກໂນໂລຊີຮຸ່ງເຮືອງ, ປະເທດຊາດຮູ່ງເຮືອງ, ເຕັກໂນໂລຊີເຂັ້ມແຂງ, ປະເທດຊາດເຂັ້ມແຂງ. ແມ່ນຂໍກຸນແຈໃນການພັດທະນາວິທະຍາສາດເຕັກໂນໂລຊີເປັນ ໃນການຫັນເປັນທັນສະໄໝແບບຈີນ, ດັ່ງທີ່ພວກເຮົາຮັບຮູ້ແລ້ວວ່າ: ການຫັນເປັນທັນສະໄໝແບບຈີນແມ່ນມີຄວາມອຸດົມສົມບູນທີ່ສຸດ ແລະ ມີລັກສະນະພິເສດ ສົມກັບເປັນສີສັນພິເສດຂອງຈີນ. ຕົວຢ່າງ ການຫັນເປັນທັນສະໄໝທີ່ມີປະຊາກອນມະຫາສານ, ການຫັນເປັນທັນສະໄໝແບບຈີນທີ່ປະຊາຊົນທຸກທົ່ວໜ້າຮັ່ງມີໄປພ້ອມກັນ, ການຫັນເປັນທັນສະໄໝແບບຈີນທີ່ຄົນກັບທໍາມະຊາດຢູ່ຮ່ວມກັນຢ່າງກົມກຽວ, ການຫັນເປັນທັນສະໄໝແບບຈີນແມ່ນການພັດທະນາດ້ານຈິດໃຈ ແລະວັດຖຸໄປຄຽງຄູ່ກັນ, ແລະ ການພັດທະນາແບບຈີນແມ່ນການພັດທະນາແບບເດີນຕາມເສັ້ນທາງໂດຍສັນຕິພາບ, ອັນນີ້ເປັນເອກະລັກສໍາຄັນທີ່ມີສີສັນພິເສດຂອງຈີນ ໃນການພັດທະນາວິທະຍາເສດເຕັກໂນໂລຊີ, ພວກເຮົາເຫັນໄດ້ວ່າ, ຈີນຖືເປັນຂໍກຸນແຈສໍາຄັນ ແລະ ມີຜົນສໍາເລັດຕົວຈິງ ຄືດັ່ງທີ່ພວກເຮົາໄດ້ຮັບຮູ້ຂໍ້ມູນຂ່າວສານວ່າ ຂົງເຂດການສື່ສານ 5G ແມ່ນຈີນໄດ້ພັດທະນາໄປໄກຫຼາຍ, ດາວທຽມນໍາທາງ, ການຜະລິດເຮືອບິນຂະໜາດໃຫຍ່ ຫຼືວ່າລົດໄຟຄວາມໄວສູງ ແລະ ບັນຫາອື່ນໆ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມລໍ້າສະໄໝຂອງຈີນ ທີ່ໄດ້ເອົາໃຈໃສ່ຕໍ່ການພັດທະນາວິທະຍາສາດຂອງຈີນທາງດ້ານເຕັກໂນໂລຊີ.
ບົດຮຽນທີສີ່: ເອົາໃຈໃສ່ການພັດທະນາກໍາລັງການຜະລິດ. ພັກກອມມູນິດຈີນຢືນຢັນວ່າ ປະເທດໃດບໍ່ສາມາດສ້າງໄດ້ກໍາລັງການຜະລິດທີ່ກ້າວໜ້າ, ປະເທດນັ້ນກໍ່ບໍ່ສາມາດເຂັ້ມແຂງໄດ້. ໃນກໍາລັງການຜະລິດທີ່ເຂັ້ມແຂງຕ້ອງອິງໃສ່ ໜຶ່ງ, ຕ້ອງບຸກທະລຸດ້ານເຕັກໂນໂລຊີໃໝ່, ສອງ, ຕ້ອງສຸມໃສ່ບັນດາປັດໄຈໃໝ່ ໝາຍເຖິງການຜະລິດໃໝ່ຕ້ອງປັບຕົວໃຫ້ທັນ, ເປັນຕົ້ນ ບຸກຄະລາກອນ, ເງິນທຶນ, ແຮງງານ, ຂໍ້ມູນ, ການຄຸ້ມຄອງ ແລະປັດໄຈອື່ນໆ, ສາມ, ເອົາໃຈໃສ່ການພັດທະນາກໍາລັງແຮງງານໃໝ່ ໂດຍສຸມໃສ່ນັກວິທະຍາສາດ ຂັ້ນຍຸດທະສາດ, ຜູ້ປະກອບການທີ່ມີຄວາມເກັ່ງກ້າສາມາດ, ບຸກຄະລາກອນທີ່ເຮັດວຽກໃນອົງການຈັດຕັ້ງພັກ-ລັດ. ສີ່, ບຸກຄະລາກອນທີ່ມີຄວາມສາມາດນໍາໃຊ້ເຄື່ອງມືທັນສະໄໝໄດ້ ນີ້ແມ່ນການພັດທະນາແຮງງານໃນເງື່ອນໄຂໃໝ່.
ບົດຮຽນທີຫ້າ, ແມ່ນການປັບປຸງກົນໄກເປີດປະຕູສູ່ໂລກພາຍນອກໃນລະດັບສູງ. ການປະຕິຮູບຂອງຈີນໄດ້ຢຶດໝັ້ນແນວທາງຂອງພັກກອມມູນິຈີນຕາມທິດ: ປະຕິຮູບແຕ່ບໍ່ປ່ຽນແປງ, ປ່ຽນທິດແຕ່ບໍ່ປ່ຽນສີ, ປະຕິຮູບບໍ່ແມ່ນປະຕິເສດຕໍ່ສັງຄົມນິຍົມ, ແຕ່ການເຮັດໃຫ້ສັງຄົມນິຍົມທີ່ມີສີສັນພິເສດສະເພາະຂອງຈີນມີຄວາມອຸດົມສົມບູນຍິ່ງຂຶ້ນ. ການຫັນໄປສູ່ໂລກພາຍນອກ ຈີນໄດ້ນໍາໃຊ້ຫຼາຍນະໂຍບາຍໃນການແຂ່ງຂັນ, ໃນການປັບຕະຫຼາດພາຍໃນໃຫ້ມີຄວາມເຂັ້ມແຂງ, ໃນການແຂ່ງຂັນກັບຕະຫຼາດສາກົນ, ໃນການປັບປູງລະບອບລະບຽບການໃນການລົງທຶນ. ແລະ ສິ່ງສໍາຄັນ ຂ້າພະເຈົ້າເຫັນໄດ້ວ່າ, ພັກກອມມູນິດຈີນໄດ້ເນັ້ນໜັກວ່າ, ເວລາສົ່ງອອກສິນຄ້າແມ່ນຕ້ອງໄດ້ມາດຕະຖານພາຍໃນ ແຕ່ເວລານໍາເຂົ້າສິນຄ້າແມ່ນຕ້ອງໄດ້ມາດຕະຖານສາກົນນີ້ເປັນເອກກະລັກສະເພາະທີ່ພັກກອມມູນິດຈີນໄດ້ເນັ້ນໃສ່ ລ້ວນແຕ່ເປັນບົດຮຽນທີ່ສໍາຄັນ. ສໍາລັບ ສປປ ລາວ ແມ່ນຈະນໍາໃຊ້ບົດຮຽນດັ່ງກ່າວໃຫ້ສອດຄ່ອງກັບສະພາບການຕົວຈິງຂອງປະເທດຕົນ.
ຂ່າວ: FM93