ການສຳພາດອະດິດ ຫົວຫນ້າ ຄອສພ ເນື່ອງໃນໂອກາດ 3 ວັນປະຫັວດສາດ ແລະ ວັນຄົບຮອບ 40ປີ ວາລະສານອະລຸນໃຫມ່

ການສຳພາດອະດິດ ຫົວຫນ້າ ຄອສພ ເນື່ອງໃນໂອກາດ 3 ວັນປະຫັວດສາດ ແລະ ວັນຄົບຮອບ 40ປີ ວາລະສານອະລຸນໃຫມ່

ໃນຕອນເຊົ້າວັນທີ 12 ມີນາ 2025 ຫ້ອງວ່າການແຂວງວຽງຈັນໄດ້ຈັດພິທີສຳພາດອະດິດການນຳຂັ້ນສູງເນື່ອງໃນໂອກາດ 3 ວັນປະຫັວດສາດ ແລະ ວັນຄົບຮອບ 40ປີ ວາລະສານອະລຸນໃຫມ່ ໃຫ້ກຽດເຂົ້າຮ່ວມ ສະຫາຍ ໜູນແກ້ວ ອໍລະບູນ ອະດິດກຳມະການສູນກາງພັກ,​ ອະດິດຫົວຫນ້າ ຄອສພ, ອະດິດ ບກໃຫຍ່ ວາລະສານອະລຸນໃຫມ່ ມີ ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ສະຫາຍ ສາຄອນ ພົມມະລາດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍບັນດາສະຫາຍການນໍາຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ,​ການນໍາຂັ້ນແຂວງ, ບັນດາສະຫາຍອະດີດການນໍາຂັ້ນສູງຂອງພັກ ແລະ ຂອງແຂວງວຽງຈັນ ເຂົ້າຮ່ວມ.​

ຈຸດປະສົງເພື່ອຫວນຄືນບົດຮຽນການນໍາພາຂອງພັກ ໂດຍສະເພາະການນໍາຂອງພັກດ້ານວຽກງານການເມືອງ-ແນວຄິດ, ການສ້າງຕັ້ງວາລະສານທິດສະດີ ແລະ ພຶດຕິກໍາຂອງພັກ “ວາລະສານອະລຸນໃໝ່” ແລະ ການນໍາພາຂອງພັກຕິດພັນກັບການກໍ່ສ້າງພັກ ແລະ ການປົກຄອງຢູ່ແຂວງວຽງຈັນ  ;ເປັນໂອກາດດີທີ່ພວກເຮົາຈະໄດ້ຫວນຄືນມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ ໂດຍສະເພາະແມ່ນການເຄື່ອນໄຫວຂອງບັນພະບຸລຸດ ການນໍາຮຸ່ນກ່ອນຂອງພວກເຮົາ ທັງເປັນກິດຈະກຳໜຶ່ງໃນການສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ການທົບທວນປະຫວັດຂອງວາລະສານອາລຸນໃໝ່ ຊຶ່ງສະຫາຍ ໝູນແກ້ວ ອໍລະບູນ ກໍເປັນອະດີດການນໍາຂັ້ນສູງ ແລະ ເປັນການນໍາໃນຂັ້ນບຸກເບີກຂອງແຂວງວຽງຈັນ; ສະຫາຍຍາມໃດເພິ່ນກໍມີຄວາມເປັນຫ່ວງເປັນໃຍ, ໃຫ້ຄວາມໃກ້ຊິດຕິດແທດ, ຊຸກຍູ້-ແນະນຳ, ປະກອບສ່ວນຢ່າງຫ້າວຫັນໃນວຽກງານການເມືອງ-ແນວຄິດ ແລະ ວຽກງານວາລະສານອະລຸນໃໝ່, ພົ້ນເດັ່ນແມ່ນທ່ານໄດ້ມີບົດຂຽນລົງໃນວາລະສານຢ່າງເປັນປະຈຳ. ພິທີສຳພາດໃນຄັ້ງນີ້, ຖືເປັນການເຜີຍແຜ່, ໂຄສະນາສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ, ທະຫານ-ຕໍາຫຼວດ ຕະຫຼອດຮອດພໍ່ແມ່າຊົນລາວບັນດາເຜົ່າ ໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ກວ້າງຂວາງ ເຖິງຜົນງານການນຳພາຂອງພັກຕໍ່ວຽກງານການເມືອງ-ແນວຄິດ; ຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດຄວາມເປັນມາ, ຄວາມສຳຄັນ, ຄວາມຈຳເປັນ, ບົດບາດທີ່ຕັ້ງຂອງວາລະສານອະລຸນໃໝ່ ໃນຖານະເປັນອົງການທິດສະດີ ແລະ ພຶດຕິກຳຂອງພັກ.