ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ

ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ

ວັນທີ 17 ມີນາ 2025 ຢູ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີຂຶ້ນ ໃຫ້ກຽດເປັນປະທານຂອງ ທ່ານ ນ.ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍແມ່ຍິງ ຄອສພ ເຂົ້າຮ່ວມທັງໝົດ.

​          ໃນ​ພິທີ, ທ່ານ ນ.ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ  8 ມີນາ  ເຊິ່ງໄດ້ກໍາເນີດເກີດຂຶ້ນ ໃນທ່າມກາງສະພາບເສດ ຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວແຮງ ມັນໄດ້ສ້າງຮັ່ງຄູນມີໃຫ້ແກ່ພວກເຂົາ ແຕ່ຊ້ຳພັດຍິ່ງເພີ່ມຄວາມທຸກຍາກລໍາບາກ ໃຫ້ແກ່ກໍາມະກອນ ແລະ ຊາວຜູ້ອອກ ແຮງງານ ໂດຍສະເພາະ ແມ່ນກໍາມະກອນ ທີ່ເປັນເພດຍິງໃນທົ່ວໂລກ. ພາຍໃຕ້ລະບອບສັກດີນາ, ນາຍທຶນ ແມ່ຍິງຖືກກົດ ຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫລາຍຊົ່ວໂມງແຕ່ໄດ້ຮັບ ຄ່າຈ້າງແຮງງານຖືກ, ເຮັດວຽກບໍ່ມີການ ຮັບປະກັນ ຄວາມປອດໄພ, ບໍ່ມີລະບົບຮັກ ສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ແມ່ຍິງຖືກໝິ່ນປະໝາດ, ຖືກທຸບຕີທໍລະມານ, ຖືກຂົມຂືນທໍາສໍາເລົາ ແລະຖືກໄລ່ອອກ ຈາກວຽກໃນເວລາຖືພາ, ເວລາເກີດລູກ ຫລື  ເວລາເຈັບເປັນ ບໍ່ໄດ້ຮັບການ ປິ່ນປົວ.

ຕໍ່ໜ້າສະພາບການດັ່ງກ່າວ, ວັນທີ 8 ມີນາ 1908 ກໍາມະກອນເພດຍິງ ຫລາຍກວ່າ10.000 ຄົນ ໄດ້ເດີນຂະບວນ ປະທ້ວງ ຢູ່ນະຄອນນິວຢອກຂອງ ສ ອາເມລິກາ  ເພື່ອທວງໃຫ້ພວກນາຍທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການ ຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດອອກສຽງ ໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ, ປີ 1910 ຂະ ບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງ ອອກໄປສູ່ປະເທດນາຍທຶນ ໃນທະວິບເອີລົບ ຍ້ອນແນວນັ້ນ, ກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ຈຶ່ງໄດ້ຈັດຂຶ້ນຢູ່ນະຄອນຫລວງ ປະເທດດານມາກ, ກອງປະຊຸມ ດັ່ງກ່າວ ໄດ້ຕົກລົງຮັບຮອງເອົາວັນທີ 8 ມີນາຂອງທຸກໆປີ ເປັນວັນແມ່ຍິງສາກົນ ເຊິ່ງເປັນຂີດໝາຍແຫ່ງ ໄຊຊະນະ ອັນພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ເພື່ອປົດປ່ອຍຕົນເອງ, ທວງໃຫ້ມີສິດສະເໝີພາບ  ແລະ ປະຊາທິປະໄຕຄືກັນກັບຜູ້ຊາຍ.

ພາຍຫຼັງສິ້ນສຸດປາຖະກະຖາແລ້ວສະຫະພັນແມ່ຍິງ ຄອສພຍັງໄດ້ພ້ອມກັນຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ສະມາຊິກແມ່ຍິງໃນທົ່ວ ຄອສພຄັ້ງທີ VIII, ແຜນພັດທະນາແມ່ຍິງ ຄອສພ, ຮ່າງບົດສຳຫຼວດການນຳພາລວມຂອງສະຫະພັນແມ່ຍິງຢູ່ ຄອສພ ແລະ ພ້ອມກັນປະກອບຄຳເຫັນໃສ່ເພື່ອໃຫ້ມີເນື້ອໃນອຸດົມສົມບູນ ແລະ ແທດເໝາະຕົວຈິງ

ຕອນທ້າຍພິທີ, ຍັງໄດ້ມີພິທີທາບທາມບຸກຄະລະກອນຊຸດທີ 1 ເພື່ອກະກຽມກອງປະຊຸມໃຫຍ່ແມ່ຍິງ ຄອສພ ທີ່ຈັດຂຶ້ນໃນມໍ່ໆນີ້ຕື່ມອີກ.