ກອງປະຊຸມແນະນຳວິທີວິທະຍາໃນການຄົ້ນຄວ້າວິທະຍາສາດຮັບໃຊ້ການປະຕິບັດບົດບາດເປັນເສນາທິການໃຫ້ຄະນະໂຄສະນາອົບຮົມສູນກາງພັກ

ກອງປະຊຸມແນະນຳວິທີວິທະຍາໃນການຄົ້ນຄວ້າວິທະຍາສາດຮັບໃຊ້ການປະຕິບັດບົດບາດເປັນເສນາທິການໃຫ້ຄະນະໂຄສະນາອົບຮົມສູນກາງພັກ

ໃນວັນທີ 07 ມີນາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກຈັດກອງປະຊຸມແນະນຳວິທີວິທະຍາໃນການຄົ້ນຄວ້າວິທະຍາສາດຮັບໃຊ້ການປະຕິບັດບົດບາດເປັນເສນາທິການໃຫ້ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານ ສະຫາຍ ຄຳມອນ ຈັນທະຈິດ ຄະນະປະຈຳສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາສະຫາຍຄະນະພັກ, ຄະນະກົມ, ຫ້ອງການ, ວາລະສານອາລຸນໃໝ່, ໜັງສືພິມປະຊາຊົນ ແລະພະນັກງານນຳພາ-ຄຸ້ມຄອງທົ່ວຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.

ກອງປະຊຸມພວກເຮົາໄດ້ຮັບຟັງການແນະນຳວິທີວິທະຍາຢ່າງມີວິທະຍາສາດ ເຊິ່ງປະກອບມີ ຫົວຂໍ້ 9 ຫົວຂໍ້ທີ່ຕິດພັນກັບການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ການ ເມືອງ ຂອງແຕ່ລະກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ໂດຍສະເພາະບົດບາດເສນາທິການກະບອກສຽງໃຫ້ແກ່ພັກ. ເນື້ອໃນວິທີວິທະຍາໄດ້ສ່ອງແສງໃຫ້ເຫັນເຖິງບັນດາຫຼັກການ, ວິທີການໃນການຂຽນບົດໃຫ້ຕິດພັນກັບການນຳພາ ຂອງພັກ, ຕິດພັນກັບພຶດຕິກຳແຫ່ງການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງແຕ່ລະພາກສ່ວນ ແລະມີລັກສະນະວິທະຍາສາດ ເຊິ່ງບົນພື້ນຖານນັ້ນ ຈະເປັນການເສີມຂະຫຍາຍໄດ້ດ້ານຕັ້ງໜ້າ ຂອງການປະຕິບັດບົດບາດເປັນເສນາທິການໃຫ້ແກ່ພັກຢ່າງມີປະສິດທິຜົນ ນອກຈາກນັ້ນ ການດຳເນີນກອງປະຊຸມໃນຄັ້ງນີ້ ຈະເປັນພື້ນຖານບ່ອນອີງໃຫ້ແກ່ບັນດາສະຫາຍໄດ້ຮັບຮູ້ຢ່າງເລິກເຊິ່ງຕໍ່ກັບບົດຮຽນຂັ້ນຕອນຕ່າງໆໃນການດຳເນີນການຄົ້ນຄວ້າ-ຂີດຂຽນ ເພື່ອນຳໄປພັດທະນາໃນຂົງເຂດວຽກງານທີ່ຕົນເອງຮັບຊອບ. ແນ່ນອນວ່າ ໃນການດຳເນີນການຄົ້ນຄວ້າ-ຂີດຂຽນຕົວຈິງ ອາດພົບບັນຫາຂໍ້ຫຍຸ້ງຍາກ ແຕ່ກໍເຊື່ອໝັ້ນວ່າ ບັນດາສະຫາຍກໍຈະໄດ້ສຸມຫົວຄິດປະດິດສ້າງ ຂອງຕົນ ແລະໝູນໃຊ້ທ່າແຮງພາຍໃນທີ່ມີຢູ່ ເພື່ອຍົກສູງຄຸນນະພາບການຄົ້ນຄວ້າ-ຂຽນໃຫ້ມີປະສິດທິພາບກວ່າເກົ່າ ແລະແກ້ໄຂບັນດາຂໍ້ຫຍຸ້ງຍາກຕ່າງໆຢ່າງຖືກຕ້ອງ.

ຫຼັງຈາກນັ້ນ ແຕ່ລະພາກສ່ວນກໍໄດ້ປະກອບຄຳເຫັນ ອັນສະແດງອອກໃຫ້ເຫັນເຖິງຄວາມສົນໃຈ ແລະໃຫ້ຄວາມສຳຄັນຕໍ່ກັບວິທີວິທະຍາໃນການຂຽນບົດວິທະຍາສາດ. ຕອນທ້າຍພິທີ ປະທານໄດ້ມີຄຳເຫັນສັງລວມບາງເນື້ອໃນດັ່ງນີ້:

ໜຶ່ງ, ກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຫົວຂໍ້ຂຽນບົດວິທະຍາສາດ ເຊິ່ງປະ ກອບມີ 9 ຫົວຂໍ້ຍ່ອຍທີ່ໄດ້ມອບໃຫ້ບັນດາກົມ, ຫ້ອງການ, ວາລະສານອາລຸນໃໝ່ ແລະໜັງສືພິມປະ ຊາຊົນ ເພື່ອໄປກະກຽມຄົ້ນຄວ້າ-ຂຽນ ເພື່ອສົ່ງໃຫ້ຄະນະຮັບຜິດຊອບກອງປະຊຸມສຳມະນາວິທະຍາ ສາດ; ບັນດາເນື້ອໃນຫົວຂໍ້ຍ່ອຍດັ່ງກ່າວລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນເຖິງການປະຕິບັດບົດບາດເປັນເສນາທິການໃຫ້ແກ່ພັກ ກໍຄືຄະນະພັກຄະນະໂຄສະນາອົບຮົມສູນກາງພັກ.

ສອງ, ການດຳເນີນກອງປະຊຸມແນະນຳວິທີວິທະຍາການຂຽນບົດວິທະຍາສາດໃນຄັ້ງນີ້ ຖືເປັນຄັ້ງທຳອິດ ທີ່ໄດ້ຈັດຕັ້ງຂຶ້ນເພື່ອແນໃສ່ແນະນຳຫຼັກການ, ວິທີການ ແລະຂັ້ນຕອນຕ່າງໆໃນການຂຽນ, ຮັບປະກັນເຮັດໃຫ້ເນື້ອໃນບົດຄົ້ນຄວ້າແຕ່ລະຫົວຂໍ້ທີ່ໄດ້ຮັບການມອບໝາຍແຕ່ລະພາກມີຄຸນນະພາບ ໂດຍສະເພາະຮັບປະກັນລັກສະນະພັກ, ຫຼັກສະນະວິທະຍາສາດ ແລະສ່ອງແສງໃຫ້ເຫັນເຖິງຄວາມຮັບຮູ້ທາງດ້ານທິດສະດີ-ພຶດຕິກຳ ໃນການເປັນເສນາທິການກະບອກສຽງໃຫ້ແກ່ພັກ.

ສາມ, ກອງປະຊຸມໄດ້ແລກປ່ຽນ, ສົນທະນາ ແລະປະກອບຄຳເຫັນ ຂອງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຢ່າງມີບັນຍາກາດ ແລະສ່ອງແສງໃຫ້ເຫັນໄດ້ເຖິງຄວາມສົນໃຈຕໍ່ກັບບັນດາບັນຫາຕ່າງໆທາງດ້ານທິດສະດີ-ພຶດຕິກຳ ກໍຄືວິທີວິທະຍາໃນການຂຽນບົດວິທະຍາສາດໃນຫົວຂໍ້ຕ່າງໆທີ່ໄດ້ຮັບການມອບໝາຍ ເພື່ອເປັນພື້ນຖານໃຫ້ບັນດາສະຫາຍນຳໄປກະກຽມຂຽນບົດ ຂອງຕົນໃຫ້ມີຄຸນນະພາບ ແລະສອດຄ່ອງກັບພາລະບົດບາດ ຂອງຕົນ; ພ້ອມທັງກະກຽມໃນການຈັດຕັ້ງດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ພາຍ​ໃຕ້​ຫົວ​ຂໍ້ “ທິດ​ສະ​ດີ-ພຶດ​ຕິ​ກຳ ໃນ​ການ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ​ກະ​ບອກ​ສຽງ​ໃຫ້​ແກ່​ພັກ” ໃນກາງປີ 2025 ນີ້.