ທ່ານ ຄໍາພັນ ເຜີຍຍະວົງ ຕ້ອນຮັບຫົວໜ້າວິທະຍຸໂທລະພາບສູນກາງຈີນ ປະຈໍາລາວ (CMG)

ທ່ານ ຄໍາພັນ ເຜີຍຍະວົງ ຕ້ອນຮັບຫົວໜ້າວິທະຍຸໂທລະພາບສູນກາງຈີນ ປະຈໍາລາວ (CMG)

     ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງ ແສງແກ້ວ ຫົວໜ້າວິທະຍຸ ໂທລະພາບສູນກາງຈີນ (CMG) ປະຈໍາ ສປປ ລາວ ໃນວັນທີ 3 ມີນາ 2025 ນີ້, ຢູ່ທີ່ຄະນະໂຄສະນາອົບຮົມສູນກາງພັກ.

ກ່ອນອື່ນ,ທ່ານ ນາງ ແສງແກ້ວ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງ CMG ປະຈຳລາວໃນຕະຫຼອດ1ປີຜ່ານມາ, ເຊິ່ງ CMG ໄດ້ມີການຮ່ວມມືກັບຫຼາຍພາກສ່ວນຂອງຝ່າຍລາວໃນການເຄື່ອນໄຫວເຮັດກິດຈະກຳຕ່າງໆ ທີ່ປິ່ນອ້ອມການພົວພັນລາວ-ຈີນ. ໃນນັ້ນ, ໄດ້ຮ່ວມມືກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈັດເວທີສົນທະນາລາວ-ຈີນ ກ່ຽວກັບການລົງເລິກປະຕິຮູບຂອງຈີນໃນຍຸກໃໝ່. ນອກນັ້ນ CMG ຍັງ ໄດ້ຮ່ວມມືກັບກົມຮູບເງົາ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຈັດເທດສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ ໂດຍເອົາຮູບເງົາທີ່ດີເດັ່ນຂອງຈີນແປ ແລະ ພາກສຽງເປັນພາສາລາວໄປສາຍຮອບປະຖົມ ມະເລີກຢູ່ນະຄອນຫຼວງວຽງຈັນແລ້ວ ຫຼັງຈາກນັ້ນໄດ້ເດີນສາຍຮູບເງົາແຕ່ເໜືອສຸດຮອດໃຕ້ສຸດຂອງປະເທດລາວ ເຊິ່ງໄດ້ຮັບການຕີລາຄາສູງຈາກການນໍາຂັ້ນສູງ ແລະ ການນໍາທ້ອງຖິ່ນ ລວມທັງປະຊາຊົນລາວບັນດາເຜົ່າຕ່າງກໍ່ວ່າເນື້ອໃນຮູບເງົາມີປະໂຫຍດຫຼາຍ ແລະ ມີຜູ້ເຂົ້າຮ່ວມຊົມຢ່າງຫຼວງຫຼາຍ ເຊິ່ງຜູ້ຊົມໄດ້ຮັບຄວາມສຸກ ແລະ ຄວາມເບີກບານມວ່ນຊື່ນໃນການເບີ່ງຮູບເງົາດັ່ງກ່າວ.

ທ່ານ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວວຽກງານຢ່າງຫ້າວຫັນຂອງວິທະຍຸໂທລະພາບສູນກາງຈີນປະຈຳລາວ ໃນ1ປີຜ່ານມາ, ເຊິ່ງເປັນຜົນງານໜຶ່ງໃນການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊາຕາກໍາສອງຊາດລາວ-ຈີນ ຕາມທິດຊີ້ນໍາຂອງສອງສະຫາຍເລຂາທິການໃຫຍ່ຄືສະຫາຍ ສີ ຈິ້ນຜິງ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ເຊັນແຜນແມ່ບົດຄູ່ຮ່ວມຊາຕາກໍາຂອງສອງຊາດລາວ-ຈີນ ສະບັບທີ່ສອງ ແລະ ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດສັງຄົມຕົວຈິງ. ພ້ອມນີ້, ທ່ານໄດ້ສະແດງຄວາມຊົມເຊີຍ CMG ປະຈໍາລາວ ທີ່ໄດ້ປະກອບສ່ວນເຄື່ອນໄຫວ ໂດຍສະເພາະທີ່ໄດ້ນໍາເອົາຮູບເງົາຈີນ ສາລະຄະດີ ໄປສາຍຢູ່ທ້ອງຖິ່ນຮາກຖານໃນທົ່ວປະເທດລາວແຕ່ເໜືອຈົນຮອດໃຕ້ ເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຄວາມເຂົ້າໃຈຕໍ່ການຮ່ວມມືມິດຕະພາບຂອງສອງຊາດລາວ-ຈີນນັບມື້ນັບເລິກເຊິ່ງ.

ໃນໂອກາດນີ້, ທ່ານ ນາງ ແສງແກ້ວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຕໍ່ທ່ານ ຄໍາພັນ ເຜີຍຍະວົງ ແລະ ຍັງໄດ້ນໍາເອົາປື້ມ ທີ່ມີຊື່ວ່າ: “ ເພິ່ນມາຈາກປະຊາຊົນ” ສະບັບພາສາລາວ ຈໍານວນ 200 ຫົວ ມອບໃຫ້ແກ່ທ່ານ ຄໍາພັນ ເຜີຍຍະວົງ ເພື່ອແຈກຢາຍຕໍ່ໃຫ້ພະນັກງານໂຄສະນາອົບຮົມຢູ່ສູນກາງ ແລະທ້ອງຖິ່ນໄດ້ອ່ານສຶກສາຄົ້ນຄວ້າເປັນບົດຮຽນຂອງປະທານສີຈິນຜີງໃນການຖືເອົາປະຊາຊົນເປັນກົກ.

ຂ່າວ: FM93