ກອງປະຊຸມໃຫຍ່ແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ VIII

ກອງປະຊຸມໃຫຍ່ແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ VIII

     ໃນວັນທີ 25 ມີນາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ ໄດ້ຈັດກອງປະຊຸມໃຫຍ່ແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ VIII ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ສະຫາຍ ນາງ ສິລິກິດ ບຸບຜາ ຄະນະພັກ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ,ເຂົ້າຮ່ວມມີບັນດາແຂກຖືກເຊີນ ແລະ ສະມາຊິກແມ່ຍິງໃນທົ່ວ ຄອສພ.

ໃນພິທີ ສະຫາຍ ນາງ ຈັກສຸກ ພິມມະວັນ ຮອງປະທານສະຫະພັນແມ່ຍິງ ຄອສພ ໄດ້ຂື້ນຜ່ານຮ່າງບົດລາຍງານການເມືອງ  ແລະ ທິດທາງແຜນການໃນຕໍ່ໜ້າ; ຫຼັງຈາກນັ້ນ ສະຫາຍ ນາງ ຈັນທະວົງ ຫຼວງລາດ ຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ຂຶ້ນຜ່ານແຜນພັດທະນາແມ່ຍິງ ຄອສພ ແຕ່ປີ 2025-2030 ແລະ ສະຫາຍ ນາງ ພວງມະລີ ອັກຄະມູນຕີ ປະທານສະຫະພັນແມ່ຍິງ ຄອສພ ຜ່ານບົດສຳຫຼວດນຳພາຂອງຄະນະສະຫະພັນແມ່ຍິງໃນຕະຫຼອດໄລຍະ5ປີຜ່ານມາ ແລະ ກ່າວລາໜ້າທີ່ ຊຶ່ງສະແດງໃຫ້ເຫັນຜົນງານທີ່ພົ້ນເດັ່ນ ແລະ ຜົນສໍາເລັດໃນຫຼາຍດ້ານ ທີ່ສະມາຊິກສະຫະພັນແມ່ຍິງ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້ ຍັງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ເພື່ອເປັນຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໂດຍຕິດພັນກັບການຈັດຕັ້ງປະຕິບັດຂະບວນການ 3 ດີ, ການນໍາພາ-ຊີ້ນໍາວຽກງານ ຂອງຄະນະສະຫະພັນແມ່ຍິງ ຄອສພ.

ໃນກອງປະຊຸມໃຫຍ່ຄັ້ງນີ້ຍັງ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ຊຸດໃໝ່ ພາຍຫຼັ້ງການເລືອກຕັ້ງ ແລະ ເປັນເອກະພາບກັນໃນກອງປະຊຸມຄັ້ງປະຖົມມະລຶກໄດ້ຄັດເລືອກເອົາ 7 ສະຫາຍລະອຽດດັ່ງນີ້:

  1. ສະຫາຍ ນາງ ຈັນສຸກ ພິມມະວັນ ເປັນປະທານສະຫະພັນແມ່ຍິງ ຄອສພ;
  2. ສະຫາຍ ນາງ ຈັນທະວົງ ຫຼວງລາດ ເປັນຮອງປະທານ;
  3. ສະຫາຍ ນາງ ມອນສະຫວັນ ແສນໄຕ ເປັນຮອງປະທານ ແລະ ເປັນປະທານກວດກາ;
  4. ສະຫາຍ ນາງ ອິດໄຊທອງ ສົມມະນີ ເປັນຄະນະ;
  5. ສະຫາຍ ນາງ ສູນທອນ ວິໄລຄູນເປັນຄະນະ;
  6. ສະຫາຍ ນາງ ມຸກດາວັນ ທຸມະອາໄພ ເປັນຄະນະ; ທັງເປັນຮອງປະທານກວດກາ
  7. ສະຫາຍ ນາງ ປ້ອມມະນີ ຫອມສະນິດ ເປັນຄະນະ.

ພ້ອມນັ້ນ, ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ຈໍານວນ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງລາວທົ່ວປະເທດ ຕື່ມອີກ.

ໃນໂອກາດດັ່ງກ່າວ ສະຫາຍ ນາງ ສິລິກິດ ບຸບຜາ ໄດ້ໃຫ້ກຽດໂອ້ລົມ ເພື່ອເປັນເຂັມຊີ້ທິດເຍືອງທາງແກ່ສະຫະພັນແມ່ຍິງ ຄອສພ ຊຸດໃໝ່ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ພາລະກິດ ຂອງສະມາຊິກສະຫະພັນແມ່ຍິງ ໃນການປະກອບສ່ວນເຂົ້າໃນໜ້າທີ່ວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາສຶກສາອົບຮົມ, ເພື່ອໃຫ້ພວກເຮົາໄດ້ນໍາໄປຄົ້ນຄວ້າເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ຊຶ່ງສະຫາຍໄດ້ເນັ້ນບາງບັນຫາດັ່ງນີ້:

  1. ຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ຊຸດໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ຮັກສາໄດ້ມູນເຊື້ອອັນດີງາມ ຂອງສະຫະພັນແມ່ຍິງລາວ ເພື່ອສ້າງໃຫ້ແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ປະຕິິບັດໜ້າທີ່ວຽກງານ ທີ່ຄະນະພັກ-ຄະນະນຳ ຄອສພ ກໍຄື ສູນກາງສະຫະພັນແມ່ຍິງລາວ ມອບໝາຍໃຫ້ບັນລຸຜົນສຳເລັດຕາມຄາດໝາຍ.
  2. ສືບຕໍ່ເປັນເຈົ້າການໃນການປັບປຸງການຈັດຕັ້ງ ຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ ໃຫ້ນັບມື້ນັບເຂັ້ມແຂງ, ໂດຍເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກຳແໜ້ນສິດ, ໜ້າທີ່ຂອງສະມາຊິກແມ່ຍິງ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວ.
  3. ການພັດທະນາແມ່ຍິງ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແມ່ນເປັນນະໂຍບາຍຂອງພັກ ແລະ ລັດຖະບານ, ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງແມ່ຍິງລາວທົ່ວປະເທດ. ສະນັ້ນ, ຄະນະບໍລິຫານງານສະຫະພັນແມ່ຍິງ ຕະຫຼອດຮອດສະມາຊິກແມ່ຍິງ ຈະຕ້ອງເອົາໃຈໃສ່ ແລະ ເປັນເຈົ້າການໃນການພັດທະນາຕົນເອງ ທາງດ້ານຄວາມຮູ້, ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານແມ່ຍິງ ກໍຄືການພັດທະນາວຽກງານ ຂອງຄະນະໂຄສະນາອົບຮົມສູນກາງພັກໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
  4. ຄະນະບໍລິຫານງານສະຫະພັນແມ່ຍິງ ຕ້ອງຖືເອົາຂໍ້ແຂ່ງຂັນ 3 ດີ ຄື: (ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ) ຕິດພັນກັບຂະບວນເຄື່ອນໄຫວວຽກງານດ້ານວິຊາສະເພາະຂອງຕົນ ເພື່ອເປັນການປະກອບສ່ວນເຂົ້າໃນການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບແມ່ຍິງ, ຄອບຄົວ ແລະ ສັງຄົມໃຫ້ນັບມື້ນັບດີຂຶ້ນ;
  5. ເອົາໃຈໃສ່ຊຸກຍູ້ສົ່ງເສີມ, ສະໜັບສະໜູນ, ຍ້ອງຍໍພະນັກງານ-ລັດຖະກອນເພດຍິງ ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຜົນງານດີເດັ່ນ. ເພື່ອສ້າງໃຫ້ແມ່ຍິງໄດ້ມີໂອກາດເທົ່າທຽມກັບເພດຊາຍໃນດ້ານວິຊາສະເພາະ, ດ້ານການຄຸ້ມຄອງ-ນຳພາ ແລະ ການຕັດສິນບັນຫາໃຫ້ມີຈຳນວນນັບມື້ນັບເພີ່ມຂຶ້ນ.

ຄະະນະຊຸດໃໝ່