ກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ.
ໃນວັນທີ 13 ກຸມພາ 2025, ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ V ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າຮ່ວມມີ: ຄະນະພັກ ຄອສພ, ຕາງໜ້າບັນດາກົມພາຍໃນ ຄອສພ, ຕາງໜ້າກົມຈັດຕັ້ງພະນັກງານທີ່ມາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຊາວໜຸ່ມບັນດາອົງການພັກອ້ອມຂ້າງສູນກາງ ແລະ ບັນດາ,ສະມາຊິກຊາວໜຸ່ມ ຄອສພ ທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງພ້ອມທັງຜ່ານຮ່າງບົດລາຍງານການເມືອງ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມ ຄອສພ ຄັ້ງທີ IV ຕໍ່ກອງປະຊຸມ. ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຜົນງານ ແລະ ການເຄື່ອນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ຄະນະບໍລິຫານງານຊາວໜຸ່ມ ຄອສພ ໃນໄລຍະ 5 ປີຜ່ານມາ , ທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ( 2025-2029); ໃນຕະຫຼອດໄລຍະ 5 ປີຜ່ານມາ ໂດຍພາຍໃຕ້ການຊີ້ນໍາໆພາຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ກໍຄືຄະນະບໍລິຫານງານຊາວໜຸ່ມ ຄອສພ ສະມາຊິກຊາວໜຸ່ມ ຄອສພ ໄດ້ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານຊາວໜຸ່ມ ຄອສພ ຄັ້ງທີ IV ຂອງຕົນ ແລະ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນຊາວໜຸ່ມທົ່ວປະເທດ; ສຸມໃສ່ປະຕິບັດຂໍ້ແຂ່ງຂັນ 4 ບຸກ , ຂໍ້ແຂ່ງຂັນຮັກຊາດຮັກພັດທະນາຂອງລັດຖະບານ ຕິດພັນກັບໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າປັບປຸງກົງຈັກການຈັດຕັ້ງພາຍໃນໜ່ວຍ ແລະ ພັດທະນາຄະນະບໍລິຫານງານຊາວໜຸ່ມ ຄອສພໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເປັນກ້າວໆ.
ກອງປະຊຸມຍັງໄດ້ຮັບກຽດຈາກ ສະຫາຍ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ,ປະທານສະຫະພັນກຳມະບານ ຄອສພ ຕາງໜ້າອົງການຈັດຕັ້ງມະຫາຊົນມີຄໍາເຫັນຕໍ່ກອງປະຊຸມເຊິ່ງເປັນການຢັ້ງຢືນເຖິງຜົນສໍາເລັດອັນໃຫຍ່ຫຼວງໃນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານໂຄສະນາອົບຮົມ, ນອກຈາກນັ້ນ ກອງປະຊຸມຍັງໄດ້ຄົ້ນຄວ້າປຶກສາຫາລື ແລະ ເປັນເອກະພາບຮັບ ຮອງເອົາທິດທາງ ແລະ ແຜນພັດທະນາໃນ 5 ປີຕໍ່ໜ້າ ໂດຍສຸມໃສ່ການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ;
ຫຼັງຈາກນັ້ນ ສະຫາຍ ພັນສີ ທິບພະມູນ ຮອງເລຂາໜ່ວຍຊາວໜຸ່ມຫ້ອງການ ຂື້ນມີຄຳເຫັນໃນນາມຊາວໜຸ່ມຕົວແບບ 4 ບຸກ ຂອງຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ; ຫຼັງຈາກນັ້ນໄດ້ຜ່ານບົດສໍາຫຼວດນໍາພາລວມ ຂອງ ຄະນະບໍລິຫານງານຊາວ ໜຸ່ມ ຄອສພ ຊຸດເກົ່າ ແລະ ກ່າວລາໜ້າທີ່ພ້ອມທັງມອບຂອງທີ່ລະນຶກໃຫ້ຄະນະບໍລິຫານງານຊາວໜຸ່ມຊຸດເກົ່າ ແລະ ປະດັບຫຼຽນໄຊຕະລຸມບອນໃຫ້ບັນດາສະຫາຍທີ່ມີຜົນງານດີເດັ່ນຈາກສູນກາງຊາວໜຸ່ມປປ ລາວ.
ຫຼັງຈາກນັ້ນ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ຄອສພ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງເປັນ ຄະນະບໍລິຫານງານຊາວໜຸ່ມຄອສພ ຊຸດ ໃໝ່ຈໍານວນ 13 ສະຫາຍ, ໃນນັ້ນເລືອກເອົາ 11 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງບັນດາສະມາ ຊິກຊາວໜຸ່ມ ຄອສພ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມທີເພື່ອຄັດເລືອກເອົາ 11 ສະຫາຍ. ຜົນການຄັດເລືອກໃນກອງປະຊຸມຄັ້ງປະຖົມມາລຶກໄດ້ຮັບຮອງເປັນເອກະພາບດັ່ງນີ້:
- ສະຫາຍ ພູວຽງ ພົງສະຫວັດດີ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ.
- ສະຫາຍ ບຸນອຸ້ມ ລາດຊະວົງ ເປັນຮອງທັງເປັນປະທານກວດກາ
- ສະຫາຍ ສອນໄພ ບົວຄຳໄຊ ເປັນຮອງ
- ສະຫາຍ ນ.ສຸພາພອນ ເທບວິໄລ ເປັນຮອງ
- ສະຫາຍ ບຸນຊູ ວື່ ເປັນຮອງປະທານກວດກາ
- ສະຫາຍ ສຸກິນດາ ທອງດາລາ ເປັນຄະນະ
- ສະຫາຍ ສຸກສະຫວາດ ຈິດລະພົນ ເປັນຄະນະ
- ສະຫາຍ ເມກ ສີແສງຈັນ ເປັນຄະນະ
- ສະຫາຍ ກົງເພັດ ສີອຸດົມ ເປັນຄະນະ
- ສະຫາຍ ນ. ວິໄລພອນ ໄຊຍະຊ່າງ ເປັນຄະນະ
- ສະຫາຍ ພູທອນ ແກ້ວສີຫາວົງ ເປັນຄະນະ
ຄະນະບໍລິຫານງານຊຸດເກົ່າ
ຄະນະບໍລິຫານງານຊຸດໃໝ່
ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ແລະ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຊາວໜຸ່ມ ຄອສພ ຍາດມາໄດ້ໃນໄລຍະ5 ປີຜ່ານມາຢ່າງສຸດອົກສຸດໃຈ ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ສືບຕໍ່ຊີ້ນໍາໆພາວຽກງານຂອງຊາວໜຸ່ມ ໂດຍສະເພາະວຽກງານການເມືອງແນວຄິດໃຫ້ມີຄວາມໜັກແໜ້ນ, ມີບາດກ້າວໃໝ່ໃຫຍ່ຫຼວງກວ່າເກົ່າ, ນໍາເອົາມະຕິກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ໃຫ້ໄດ້ຮັບຜົນສໍາເລັດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ສຶກສາຮໍ່າຮຽນ ບັນດາທິດສະດີ, ແນວທາງ, ມະຕິຄໍາສັ່ງ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ແນ່ໃສ່ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຢ່າງປະດິດສ້າງໄດ້ຮັບຜົນສໍາເລັດຕົວຈິງ.