ກົມ​ອົບຮົມ​ໄດ້​ສໍາ​ເລັດ​ການ​ຝຶກ​ອົບຮົມວຽກງານ ການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ແຂວງ ​ອຸດົມໄຊ

ກົມ​ອົບຮົມ​ໄດ້​ສໍາ​ເລັດ​ການ​ຝຶກ​ອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ແຂວງ ​ອຸດົມໄຊ

ໃນ​ວັນ​ທີ 4 ເມສາ 2025 ກົມ​ອົບຮົມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ຮ່ວມ​ກັບ ຄະນະ​ໂຄສະນາ​ອົບຮົມ ​ແຂວງອຸດົມໄຊ ແລະ ຄະນະໂຄສະນາອົບຮົມ ເມືອງໄຊ ​ໄດ້​ຈັດ​​​ຊຸດ​ອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາ​ ຢູ່ທີ່ສະໂມສອນຂອງກຸ່ມບ້ານຫົວນໍ້າງາ ​ເມືອງ ໄຊ ​ແຂວງ​ ອຸດົມໄຊ.

​​          ໂດຍພາຍໃຕ້ການເປັນປະທານ​ຂອງ​ ສະ​ຫາຍ ນາງ ມະນີຈັນ  ວິໄລຈິດ ກໍາມະການ​ປະ​ຈໍາ​ພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ມີຄະນະຮັບຜິດຊອບຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍນັກສໍາມະນາກອນ​ເຂົ້າຮ່ວມ​ທັງໝົດ 41 ສະຫາຍ, ຍິງ 2 ສະຫາຍ.

ຈຸດປະສົງຂອງ​ການ​​ອົບຮົມແມ່ນ ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ໃນການເຮັດວຽກງານການ​ເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຮັບຮູ້, ເຂົ້າໃຈ ກ່ຽວກັບບົດບາດໜ້າທີ່ ຂອງຜູ້ຊົງຄຸນວຸດທິບັນດາເຜົ່າ, ການເສີມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ.

ຜ່ານການອົບຮົມ ນັກສໍາມະກອນສ່ວນຫຼາຍ ມີຄວາມ​ຮັບ​ຮູ້​, ເຂົ້າ​ໃຈ ຊຶ່ງສະແດງອອກໃນ​ການ​ແລກ ປ່ຽນຄໍາ​ຄິດ​ຄໍາ​ເຫັນເຊິ່ງກັນ ແລະ ກັນ ​ຢ່າງມີບັນຍາກາດຟົດຟື້ນ.