ກົມກວດກາຄະນະໂຄສະນາອົມຮົມສູນກາງພັກ ລົງຕິດຕາມກວດກາປົກກະຕິ ປະຈໍາປີ 2024ຢູ່ໜງັສືພິມປະຊາຊົນ
ປະຕິບັດຕາມແຜນການເຄື່ອນໄຫວວຽກງານ ຂອງກົມກວດກາ ໃນຕອນເຊົ້າ ວັນທີ 25 ເມສາ 2025 ທີ່ຫ້ອງການໜັງສືພິມປະຊາຊົນ ນໍາໂດຍ ສະຫາຍ ນ ອໍາພອນ ເຮືອງຄໍາ ຮອງຫົວໜ້າກົມກວດກາ ໄດ້ນໍາພາທີມງານກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວ ກວດກາ ຕາມແຜນປົກກະຕິ ປະຈໍາປີ 2024 ຢູ່
ໜັງສືພິມປະຊາຊົນ ຄອສພ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວັນໄຊ ຕະວິຍານ, ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະບ ແລະ ພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ວັນໄຊ ຕະວິຍານ ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ລາຍງານຜົນສໍາເລັດທີ່ພົ້ນເດັ່ນ ໃນການເຄື່ອນ ໄຫວ ຊີ້ນໍາ-ນໍາພາວຽກງານ ໜັງສືພິມປະຊາຊົນ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະແມ່ນວຽກງານການເມືອງແນວຄິດໃຫ້ແກ່ພະນັກງານ; ນໍາພາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ໜ້າທີ່, ສິດຂໍ້ຫ້າມຂອງສະມາຊິກພັກ ດໍາເນີນຊິວິດການເມືອງພາຍໃນໜ່ວຍພັກປົກກະຕິແຕ່ລະເດືອນ. ຄຽງຄູ່ກັບດ້ານດີແຕ່ຍັງບາງດ້ານຄວນເອົາໃຈໃສ່ເປັນຕົ້ນ ມີພະນັກງານສະມາຊິກພັກຈໍານວນໜຶ່ງທີ່ຍັງຂາດຄວາມເອົາໃຈໃສ່ໃນການປະຕິບັດລະບຽບຂອງລັດຖະກອນຍັງບໍ່ທັນເຂັ້ມງວດ ເປັນຕົ້ນການປະຕິບັດໂມງເວລາ, ການຕໍານິຕິຊົມເຊິ່ງ ກັນ ແລະ ກັນ ໃນເວລາຮ່ວມຊີວິດພັກ ຍັງມີລັກສະ ນະຈົ່ງຈຽມ, ການປະຕິບັດແຜນງົບປະມານຕາມລາຍຮັບວິຊາການໃນໄລຍະຜ່ານມາ ຍັງມີຄວາມຫຍຸ້ງຍາກພໍສົມຄວນ ຍ້ອນການເກັບລາຍຮັບບໍ່ໄດ້ຕາມແຜນ ( ນໍາໃຊ້ເງິນວິຊາການ ) ສາຂາຈໍາໜ່າຍ ແລະ ລູກຄ້າຈາກການໂຄສະນາເຮັດໃຫ້ມີລາຍຈ່າຍຫຼາຍກ່ອນລາຍຮັບ ເນື່ອງຈາກວ່າລາຍຮັບຈາກການໂຄສະນາມີຈໍານວນຫຼຸດໜ້ອຍຖອຍລົງ.
ໃນຕອນທ້າຍ ສະຫາຍ ນ ອໍາພອນ ເຮືອງຄໍາ, ຮອງຫົວໜ້າກົມກວດກາ ສະແດງຄວາມຊົມເຊີຍ ຕໍ່ຄະນະ ໜ່ວຍພັກໜັງສືພິມປະຊາຊົນ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານກໍຄືປະຕິບັດພາລະບົດບາດຂອງຕົນດ້ວຍຄວາມຮັບຜິດ ຊອບສູງ ຈົນສາມາດຍາດມາໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ, ພ້ອມນັ້ນ ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະ ກິດປັດຈຸບັນ ສະຫາຍຍັງໄດ້ເນັ້ນໃຫ້ສຶບຕໍ່ນໍາພາແນວຄິດຂອງພະນັກງານ, ສະມາຊິກພັກ, ມີຄວາມສາມັກ ຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັັນ, ພ້ອມກັນສູ້ຊົນຈັດຕັ້ງປະຕິບັດທິດທາງແຜນການທີ່ໜ່ວຍພັກວາງອອກໃຫ້ມີຜົນສໍາເລັດຕາມແຜນການ.