ພິທີປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ  ແລະ  ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ

ພິທີປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ  ແລະ  ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ

ໃນຕອນເຊົ້າວັນທີ 21 ພຶດສະພາ 2025 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນປະຫວັດສາດສອງວັນ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ  ແລະ  ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີສະຫາຍ ວັນໄຊ ຕະວິນຍານ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ບັນດາຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ວິຊາການທັງໝົດພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດປາຖະກະຖາໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສອງວັນປະຫວັດສາດຂອງຊາດຕະຫຼອດໄລຍະຫຼາຍປີຜ່ານມາ.

ໃນພິທີ ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນຜ່າວົງປິດລ້ອມຂອງກອງພັນທີ 2 ໃນວັນທີ 18/5 – 2/6/1959 ໃນໄລຍະການເຄື່ອນທັບ 10 ກວ່າວັນ ກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ ເພື່ອຜ່າວົງປິດລ້ອມທີ່ໜາ ແໜ້ນຂອງສັດຕູໄປສູ່ ເຂດທີ່ຫມັ້ນ ດ້ວຍຄວາມປອດໄພ ນັ້ນສະແດງໃຫ້ເຫັນການນໍາພາຂອງພັກຖືກຕ້ອງສະຫລາດສ່ອງໃສ, ຂະບວນການຕໍ່ສູ້ ຂອງພວກ ເຮົາແມ່ນເປັນທຳ. ສະນັ້ນ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນ ຢ່າງຈະແຈ້ງວ່າ: ” ສິນທໍາຍາມໃດກໍ່ຊະນະອະທໍາ “; ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກໍາລັງປະກອບອາວຸດ ເຮົາທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລ້ຳຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາ. ພ້ອມດຽວກັນນັ້ນກໍ່ເຮັດໃຫ້ກຳລັງປະຕິວັດ, ໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.

ຫຼັງຈາກນັ້ນສະຫາຍສືບຕໍ່ ຍົກໃຫ້ເຫັນວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ 24/05/1960 – 24/05/2025 ຄົບຮອບ 65 ປີ ໂດຍສະເພາະ ສະພາບການ ແລະ ການເຄື່ອນໄຫວປະຕິວັດຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດໃນໄລຍະປີ 1957 – 1959; ຍ້ອນມີການນໍາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວະຫານ; ນ້ໍາໃຈຮັກຊາດ  ອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ,  ຕັດສິນໃຈຕໍ່ສູ້ຍອມເສຍສະຫລະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ ເຫັນໄດ້ອຳນາກການປົກຄອງຫຸ່ນປະຕິການທີ່ຮ້າຍກາດ ແລະ ພ້ອມເດີນຕາມການປະຕິວັດເຮົາ ກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງຜູ້ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງ ອອກໄປຢ່າງປອດໄພ.