ອົບຮົມການເມືອງ-ແນວຄິດໃຫ້
ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ເມືອງລອງ ແຂວງຫຼວງນໍ້າທາ
ໂດຍ: ສີວອນ ຈັນສຸລີ
ໃນວັນທີ 13 ພຶດສະພາ 2025 ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງລອງ ຈັດຕັ້ງອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສິງໄຊ ວັນຄໍາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ສະຫາຍ ສາລີ ບັອບບີ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງລອງ ແລະ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ,
ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 39 ຄົນ, ຍິງ 6 ຄົນ ຊຶ່ງເປັນຜູ້ມີຊົງຄຸນວຸດທິບັນດາຊົນເຜົ່າ ທີ່ມາຈາກ 11 ບ້ານຂອງເມືອງລອງ. ເນື້ອໃນເອກະສານອົບຮົມຄັ້ງນີ້ປະກອບມີ 3 ບົດ ຄື: ບົດທີ 1 ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ, ບົດທີ 2 ບົດບາດ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ແລະ ບົດທີ 3 ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ.
ຈຸດປະສົງໃນການຈັດຊຸດອົບຮົມໃນຄັ້ງນີ້ ແນໃສ່ບໍາລຸງ-ຍົກລະດັບທາງດ້ານທິດສະດີແນວທາງໃຫ້ແກ່ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ເພື່ອນຳເອົາເນື້ອໃນເອກະສານ ກໍຄື ແນວທາງນະໂຍບາຍຂອງພັກ ໄປສຶກສາອົບຮົມໃຫ້ແກ່ລູກຫຼານ ແລະ ພໍ່ແມ່ປະຊາຊົນ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ຮັບຮູ້-ເຂົ້າໃຈ ແລະ ຕື່ນຕົວຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ປະກົດຜົນເປັນຈິງ ແລະ ມີຂະບວນການຟົດຟື້ນ.