ພິທີ ທາບທາມບຸກຄະລະກອນຮັບສະໝັກເຂົ້າໃນຄະນະບໍລິຫານງານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VII ຮອບທີ I
ໃນວັນທີ 21 ພຶດສະພາ 2025 ຢູ່ທີ່ ຫ້ອງປະຊຸມໃຫຍ່ ໄດ້ຈັດພິທີທາບທາມບຸກຄະລະກອນຮັບສະໝັກເຂົ້າໃນຄະນະບໍລິຫານງານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VII ຮອບທີ I ໃຫ້ກຽດເປັນປະທານ ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳ3ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ: ຄະນະບໍລິຫານງານສະຫະພັນກຳມະບານ ພ້ອມດ້ວຍສະມາຊິກທັງໝົດ.
ໃນພິທີ ສະຫາຍ ນ. ຈັນສຸກ ພິມມະວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານໄດ້ຂຶ້ນຜ່ານມາດຖານເງື່ອນໄຂຮັບສະໜັກເຂົ້າໃນຄະນະບໍລິຫານງານສະຫະພັນກຳມະບານ. ຫຼັງຈາກນັ້ນ ປະທານ ໄດ້ມີຄຳເຫັນຊີ້ນຳໂດຍເນັ້ນໜັກໃຫ້ສະມາຊິກກຳມະບານທັງໝົດຈົ່ງເລືອກເອົາຜູ້ແທນຕາມເງື່ອນໄຂທີ່ກຳນົດໂດຍສະເພາະທາງດ້ານການເມືອງແນວຄິດ, ການນຳພາແບບແຜນວິທີເຮັດວຽກ, ອາຍຸ, ເພດ, ມີຄວາມຮັບຜິດຊອບສູງ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານເພື່ອກຽມຄວາມພ້ອມທາງດ້ານບຸກຄະລາກອນທີ່ມີຄຸນນະພາບ ແລະ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ VII ຂອງສະມາຊິກສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳ3ອົງການຈັດຕັ້ງມະຫາຊົນ
ສະຫາຍ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກຳມະບານລາວ ຄະນະໂຄສະນາອົບຮົມສູນກາງພັກ
ບັນດາສະມາຊິກສະຫະພັນກຳມະບານລາວ ຄະນະໂຄສະນາອົບຮົມສູນກາງພັກ