ບົດຄໍາເຫັນ ຂອງ ທ່ານ ນາງ ຟ່າງຫົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 64 ປີພາຍໃຕ້ຫົວຂໍ້ “ສືບທອດຢືນສີແດງ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ”.
ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າ ຮ່ວມກອງປະຊຸມສໍາມະນາຮ່ວມກັນ ລະຫວ່າງ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ເພື່ອພ້ອມກັນຫວນຄືນ ປະຫວັດສາດແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ.
ກ່ອນໜ້ານີ້ບໍ່ດົນ, ພັກປະຊາຊົນປະຕິວັດລາວ ໄດ້ສະເຫຼີມສະຫຼອງວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ຢ່າງເປັນຂະບວນຟົດຟື້ນ, ສູນ ກາງພັກກອມມູນິດຈີນ ກໍ່ໄດ້ສົ່ງສານຊົມເຊີຍສະເພາະ.
ຕະຫຼອດ ໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວໄດ້ເຕົ້າໂຮມຄວາມ ສາມັກຄີນໍາພາປະຊາຊົນລາວ ຕໍ່ສູ້ຢ່າງພີລະອາດຫານເພື່ອຕ້ານກັບພວກລັດທິ ລ່າເມືອງຂຶ້ນຝຣັ່ງ ແລະ ລັດທິຈັກກະພັດອາເມລິກາ, ສາມາດປົດປ່ອຍຊາດ ແລະ ເຕົ້າໂຮມຄວາມເປັນເອກະພາບແຫ່ງຊາດ, ຊຸກຍູ້ການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ເຮັດໃຫ້ພາລະກິດການກໍ່ສ້າງສັງຄົມນິຍົມ ແລະ ພາລະກິດການປ່ຽນແປງໃໝ່ຍາດໄດ້ຜົນສໍາເລັດອັນສະຫງ່າງາມ. ນັບແຕ່ ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ, ສູນ ກາງພັກປະຊາຊົນປະຕິວັດລາວໄດ້ສຸມກໍາລັງເຂົ້າໃນການສ້າງຄວາມເຂັ້ມແຂງ ແລະ ບູລະນະການນໍາພາຂອງພັກ, ເຮັດໃຫ້ມີຄວາມສະຫງົບທາງດ້ານ ການເມືອງ ແລະ ສັງຄົມ, ເສດຖະກິດມີທ່າອ່ຽງດີຂຶ້ນ ແລະ ນັບມື້ໝັ້ນທ່ຽງ, ບົດບາດໃນເວລາສາກົນນັບມື້ຮັບການຍົກສູງຂຶ້ນ.
ຕະຫຼອດໄລຍະ 64 ປີຜ່ານມາ, ສອງປະເທດ ຈີນ-ລາວ ຍາມໃດກໍ່ໄດ້ຮ່ວມເຮືອລໍາດຽວກັນຜ່ານຜ່າພາຍຸລົມແດງ, ຈັບມືກັນຕໍ່ສູ້ ແລະ ໄດ້ ສະໜັບສະໜູນເຊິ່ງກັນ ແລະກັນອັນໄດ້ກາຍມາເປັນຄວາມຊົງຈໍາທາງປະຫວັດສາດ ແລະ ເປັນຊັບສົມບັດ ອັນລໍ້າຄ່າຂອງທັງສອງປະເທດ. ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ອອກ ວ່ານໍ້າໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວ ໄດ້ກຳເກີດຂຶ້ນແຕ່ດົນນານແລ້ວນັບ ແຕ່ໃນໄລຍະທີ່ສອງປະເທດດໍາເນີນການຕໍ່ສູ້ປະຕິວັດ ເພື່ອພາລະກິດປົດປ່ອຍ ຊາດ ແລະ ປົດປ່ອຍປະຊາຊົນອອກຈາກແອກຄອບຄອງຂອງພວກຈັກກະພັດຮຸກຮານ. ອາດິດການນໍາສູງສຸດຂອງປະເທດລາວ ໄດ້ຕີລາຄາສູງຕໍ່ ປະໂຫຍກ ຄໍາເວົ້າວ່າ “ຮ່ວມເປັນຮ່ວມຕາຍ, ຮ່ວມທຸກຮ່ວມສຸກ” ໄດ້ຖືກສັງລວມມາເປັນນໍ້າໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວໃນປັດຈຸບັນ, ເພື່ອສຳພັດໄດ້ເຖິງນໍ້າໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວນັ້ນ.
ການພົວພັນທີ່ເລິກເຊິ່ງລະຫວ່າງ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ກັບ ຕະກຸນພົນເສນາ ໃນຊຸມປີ 60 ແມ່ນ ທ່ານ ກິນິມ ພົລເສນາ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຖືກພວກຝ່າຍ ຂວາທີ່ມີອາເມລິກາເປັນຜູ້ບັນຊາລອບສັງຫານ, ລູກຫຼານຂອງເພິ່ນ ຈໍານວນໜຶ່ງໄດ້ຖືກສົ່ງໄປຮຽນໜັງສືຢູ່ປັກກິ່ງ. ຢູ່ທີ່ໂຮງຮຽນ 81 ຢູ່ປັກກິ່ງ, ພວກເພິ່ນ ແລະ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເປັນໝູ່ຮຽນນໍາກັນ, ເຊິ່ງໄດ້ຜູກມິດຈິດມິດໃຈກາຍເປັນມິດຕະພາບຂ້າມຜ່ານເຄິ່ງສະຕະວັດ. ໃນ
ໄລຍະປີ 2010 ແລະ ປີ 2017 ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ມາ ຢ້ຽມຢາມປະເທດລາວ 2 ຄັ້ງນັ້ນ ລ້ວນແຕ່ໄດ້ພົບກັບເອື້ອຍອ້າຍນ້ອງຕະກຸນ ພົລເສນາ. ມິດຕະພາບຂອງເພື່ອນມິດສະຫາຍຮຽນຮ່ວມຫ້ອງດຽວກັນນັ້ນໄດ້ຖືກຖ່າຍທອດສະແດງໃຫ້ເຫັນເຖິງມິດຕະພາບອັນພິເສດ ຖານສະຫາຍ ອ້າຍນ້ອງ ຈີນ-ລາວ, ທັງເປັນຕົວແບບລະຫວ່າງປະເທດ ໃນການເວົ້າເຖິງຄວາມສະເໝີ ພາບ ແລະ ການຖືສໍາຄັນຕໍ່ຄວາມຮູ້ສຶກເປັນມິດຈິດມິດໃຈ.
ໃນໄລຍະສົງຄາມປົດປ່ອຍຊາດຂອງລາວ, ຝ່າຍຈີນໄດ້ສ້າງຕັ້ງ ໂຮງຮຽນຫຼັງໜຶ່ງຢູ່ນະຄອນນານນິງ ເຂດກວາງຊີ ໃນປີ 1967 ແລະ ຕັ້ງຊື່ວ່າ ໂຮງຮຽນ “67”, ໂຮງຮຽນຫ້ອງນີ້ໄດ້ສ້າງລູກຫຼານນັກປະຕິວັດລາວໃຫ້ແກ່ປະເທດຈໍານວນ 1.074 ຄົນ, ໃນນັ້ນມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ສະຫາຍການນໍາອື່ນໆຂອງລາວ ກໍ່ລ້ວນແຕ່ແມ່ນອາດີດນັກຮຽນທີ່ດີເດັ່ນ ຂອງໂຮງຮຽນ, ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດເຄີຍເປັນຄູ ອາຈານນໍາພານັກຮຽນລາວມາເຂົ້າຮຽນຢູ່ໂຮງຮຽນແຫ່ງນີ້. ຝ່າຍຈີນຍັງໄດ້ກຳ ນົດໃຫ້ໂຮງໝໍຈ່ຽນປິ່ນກວາງຊີຮັບເອົາພະນັກງານ ແລະ ຄອບຄົວຂອງພັກປະຊາ ຊົນປະຕິວັດລາວ ຈໍານວນ 100 ກວ່າຄົນ ມາຮັກສາປິ່ນປົວສຸຂະພາບຢູ່ໂຮງໝໍ ແຫ່ງນີ້. ເດືອນມີນາ ປີ 1976, ໃນເວລາທີ່ ທ່ານປະທານ ໄກສອນ ພົມວິຫານມາຢ້ຽມຢາມປະເທດຈີນກໍ່ໄດ້ເດີນທາງໄປຢ້ຽມຢາມນັກຮຽນ ແລະ ຄູອາຈານຢູ່ກວາງຊີ, ທັງໄດ້ໄປຢ້ຽມຢາມຄົນເຈັບຂອງລາວຢູ່ທີ່ໂຮງໝໍຈ່ຽງປິ່ນ ແລະ ໄດ້ປູກຕົ້ນດອກປາຍຢູລານ ທີ່ເປັນສັນຍະລັກແຫ່ງມິດຕະພາບ ຈີນ-ລາວ ທີ່ໂຮງໝໍອີກດ້ວຍ. ປັດຈຸບັນ, ອາດີດໂຮງຮຽນ 67 ແລະ ໂຮງໝໍຈ່ຽງປິ່ນ ໄດ້ກາຍເປັນສັກຂີພະຍານສໍາຄັນຂອງມິດຕະພາບ ຈີນ-ລາວ.
ໃນຊຸມປີ 60 ນາຍທະຫານວິ ສາວະກຳ ແລະ ນາຍທະຫານອາກາດຂອງຈີນ ຈໍານວນໜຶ່ງແສນສິບພັນຄົນ ໄດ້ເດີນທາງມາຊ່ວຍປະເທດລາວຕ້ານອາເມລິກາ, ທະຫານຈີນໄດ້ ສ້ອມແປງ ແລະ ສ້າງເສັ້ນທາງຫຼວງ ໄລຍະທາງ 822 ກິໂລແມັດ ພາຍໃຕ້ຄວັນ ໄຟຈາກການຖິ້ມລະເບີດທໍາລາຍຂອງກອງທັບອາເມລິກາ, ນັ້ນກໍ່ແມ່ນເສັ້ນທາງ ເລກທີ 13 ເໜືອທີ່ນໍາໃຊ້ຢູ່ໃນປັດຈຸບັນ. ກອງທັບປືນຄົກຈີນໄດ້ເຂົ້າຮ່ວມ ການຕໍ່ສູ້ເປັນຈໍານວນ 95 ຄັ້ງ ແລະ ສາມາດຍິງເຮືອບິນຂອງອາເມລິກາຕົກ 35 ລໍາ. ຄະນະທີ່ປຶກສາດ້ານການທະຫານຂອງຈີນໄດ້ເຮັດວຽກຢູ່ໃນຖໍ້າຊ່ຽວຊານ ຈີນ ຢູ່ຖານທີ່ໝັ້ນການປະຕິວັດເມືອງຊຳເໜືອ ແຂວງຫົວພັນ, ໄດ້ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ການນໍາອາວຸໂສຂອງລາວທ່ານອື່ນໆ ຮ່ວມກັນ ຄົ້ນຄວ້າການແຜນສູ້ຮົບ, ທັງໄດ້ສ້າງນັກຮົບຂອງລາວອີກດ້ວຍ. ວິລະຊົນຂອງຈີນ 269 ຄົນ ໄດ້ເສຍສະຫຼະຊິວິດຢູ່ປະເທດລາວ ແລະ ຕັ້ງສຸສານຢູ່ບ້ານນາໝໍ້, ເມືອງ ໄຊ ແຂວງອຸດົມໄຊ ແລະ ເມືອງໂພນສະຫວັນ ແຂວງຊຽງຂວາງທັງສາມບ່ອນເປັນສຸສານທະຫານຈີນ, ໄດ້ກາຍເປັນຂີດໝາຍຂອງມິດຕະພາບຈີນ-ລາວ ທີ່ບໍ່ເຄີຍຖືກດັບມອດເປັນຈັນເທື່ອ. ເມື່ອຮອດຍາມບຸນເມັງຈີນ ແຕ່ລະປີ, ສະຖາທູດຈີນປະຈຳສ ປປລາວກໍ່ຈະຮ່ວມກັບສະຫາຍລາວໄປໄວ້ອາໄລລະນຶກເຖິງພວກເພີ່ນ.
ໃນປີ 2020 ໃນເວລາທີ່ການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19 ປະເຊີນກັບຄວາມຫຍຸ້ງຍາກທີ່ສຸດຂອງປະເທດຈີນ, ປະເທດລາວໄດ້ໃຫ້ການຊ່ວຍເຫຼືອສ ປຈີນເງິນສົດຈໍານວນ 700.000 ໂດລາສະຫະລັດ ແລະ ເຄື່ອງໃຊ້ຕ່າງໆຫຼາຍຊຸດດ້ວຍຄວາມຈິງໃຈ. ນອກຈາກນັ້ນ ຝ່າຍລາວຍັງໄດ້ໃຊ້ເວລາ 10 ກວ່າມື້ອັນສັ້ນທີ່ສຸດ ພ້ອມກັນ ກະກຽມ ແລະ ເຮັດສຳເລັດການຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຈີນ-ອາຊຽນ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເຊິ່ງໄດ້ສົ່ງສຽງອັນເຂັ້ມແຂງທີ່ສຸດໃຫ້ ບັນດາປະເທດໃນພາກພື້ນ ຈັບມືກັນຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19, ອັນໄດ້ເປັນການຈັດຕັ້ງປະຕິບັດແນວຄິດຂອງການເປັນຄູ່ຮ່ວມຊາຕາກໍາ ຂອງມວນມະນຸດໄດ້ຢ່າງມີຊີວິດຊີວາ.
ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ຊີ້ອອກວ່າ “ປະຫວັດສາດ ເປັນຕົວຕັດສິນພວກເຮົາ”, “ການລືມປະຫວັດສາດກໍ່ໝາຍຄວາມວ່າ ເປັນການທໍລະຍົດ”. ທ່ານ ອັງແກນ ເຄີຍໄດ້ເວົ້າວ່າ “ປະຫວັດສາດກໍ່ ແມ່ນທຸກສິ່ງທຸກຢ່າງຂອງພວກເຮົາ”. ສອງພັກ ຈີນ-ລາວ ລ້ວນແຕ່ ແມ່ນພັກການເມືອງລັດທິມາກ, ລ້ວນແຕ່ຢຶດໝັ້ນວັດຖຸນິຍົມປະຫວັດວິພາກ, ລ້ວນແຕ່ໄດ້ອອກແຮງນໍາພາສະມາຊິກ ແລະ ພະນັກງານທັງຫຼາຍ ມສະເພາະແມ່ນໄວໜຸ່ມສ້າງໃຫ້ມີທັດສະນະປະຫວັດວັດຖຸນິຍົມ, ຈາກປະຫວັດສາດໄດ້ເຫັນຢ່າງຈະແຈ້ງວ່າເປັນຫຍັງພວກເຮົາຈິ່ງປະສົບ ຜົນສໍາເລັດ.
ການຮຽນປະຫວັດສາດຍິ່ງເຮັດໃຫ້ເຫັນເຖິງສັດຈະທຳອັນ ແທ້ຈິງ. ພັກກອມມູນິດຈີນສ້າງຕັ້ງຂຶ້ນໃນໄລຍະທີ່ປະຊາຊາດຈີນພວມ ຕົກຢູ່ໃນຄວາມອັນຕະລາຍ, ຕະຫຼອດໄລຍະໜຶ່ງຮ້ອຍກັບສີ່ປີຜ່ານມານີ້ ຍາມໃດກໍ່ໄດ້ຢຶດໝັ້ນຖືເອົາການສະແຫວງຫາຄວາມຜາສຸກໃຫ້ແກ່ປະ ຊາຊົນ ແລະ ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ ເປັນພາລະກຳເບື້ອງຕົ້ນຂອງພັກ, ໄດ້ເຕົ້າໂຮມຄວາມສາມັກຄີ ແລະ ນໍາພາປະຊາຊົນຈີນບັນລຸການກ້າວກະໂດດອັນຍິ່ງໃຫຍ່ ຈາກການ “ຢືນຂຶ້ນມາ”, “ຮັ່ງມີຂຶ້ນມາ” ຈົນຮອດ “ເຂັ້ມແຂງຂຶ້ນມາ”. ມາຈາກ ປະຊາຊົນ, ອາໄສປະຊາຊົນ ແລະ ເຮັດເພື່ອປະຊາຊົນ ແມ່ນລະຫັດລັບ ແຫ່ງໄຊຊະນະຂອງພັກກອມມູນິດຈີນ. ຍອມຮັບຕໍ່ການຕິດຕາມຈາກ ປະຊາຊົນ, ກ້າຫານປະຕິວັດຕົນເອງ, ຢຶດໝັ້ນການຄຸ້ມຄອງພັກຢ່າງ ເຂັ້ມງວດ ລ້ວນແຕ່ແມ່ນຂໍກະແຈສໍາຄັນຂອງພັກກອມມູນິດຈີນ ໃນ ການຖະໜຸຖະໜອມຮັກສາລັກສະນະກ້າວໜ້າ ແລະ ລັກສະນະຜ່ອງ ໃສຂອງພັກ, ຮັກສາຄວາມມີຊີວິດຊີວາຂອງພັກ. ພັກປະຊາຊົນປະຕິ ວັດລາວ ກໍ່ເປັນພັກການເມືອງລັດທິມາກ, ໃນໄລຍະດໍາເນີນການຕໍ່ສູ້
ຕ້ານການຮຸກຮານຂອງຕ່າງປະເທດ ແລະ ໄລຍະການສ້າງສາປະເທດ ຊາດ ຍາມໃດກໍ່ໄດ້ຖືເອົາຜົນປະໂຫຍດຂອງປະຊາຊົນຕັ້ງຢູ່ຕຳແໜ່ງທີ່ ສູງທີ່ສຸດ ໃນພາລະກິດປ່ຽນແປງໃໝ່ ແລະ ເປີດກວ້າງ ໄດ້ຖືເອົາການລົບ ລ້າງຄວາມທຸກຍາກ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເປັນເປົ້າໝາຍສໍາຄັນ. ການຮຽນປະຫວັດສາດ ກໍ່ຕ້ອງໄດ້ ເລີ່ມຕົ້ນຈາກຫຼັກສັດຈະທໍາເຫຼົ່ານີ້ ເພື່ອເຂົ້າໃຈແຈ້ງຕື່ມຕໍ່ພາລະກິດ ເບື້ອງຕົ້ນຂອງພັກ ໃນການຮັບໃຊ້ປະຊາຊົນ, ເພື່ອຮ່ວມກັນຮັກສາ ວັດຖຸປະສົງການຕໍ່ສູ້ຂອງພັກ.
ການຮຽນປະຫວັດສາດຍິ່ງເຮັດໃຫ້ມີຄວາມໝັ້ນໃຈຫຼາຍ ຂຶ້ນ. ໃນໄລຍະຕົ້ນຂອງການສ້າງຕັ້ງພັກກອມມູນິດຈີນ ມີສະມາຊິກພັກພຽງແຕ່ 50 ກວ່າຄົນ ທີ່ອາໄສຢືນສັ້ນນ້ອຍ ກໍ່ ສາມາດຕີຕ້ານກໍາລັງຕ້ານການປະຕິວັດພາຍໃນປະທເດ ແລະ ສາມາດ ຕີຕ້ານການປິດລ້ອມຮອບດ້ານຂອງຈັກກະພັດຍີ່ປຸ່ນ ແລະ ຈັກກະພັດ ອາເມລິກາ, ປັດຈຸບັນ ພັກກອມມູນິດຈີນ ມີສະມາຊິກພັກ 99 ລ້ານ ກວ່າຄົນ, ໂດຍມີການນໍາພາອັນເຂັ້ມແຂງຂອງສູນກາງພັກທີ່ຖື ສະຫາຍ ສີຈິ້ນຜິງ ເປັນແກນກາງ, ມີການສະໜັບສະໜູນຂອງປະຊາຊົນທົ່ວທັງ ຊາດ, ມີລະບົບການຜະລິດອຸດສາຫະກຳທີ່ໃຫຍ່ທີ່ສຸດໃນໂລກ ແລະ ມີ ຄວາມສາມາດດ້ານການປະດິດສ້າງໃໝ່ເຕັກໂນໂລຊີທີ່ກ້າວໜ້າທີ່ ໃນປະຫວັດສາດ 70 ຂອງພັກປະຊາຊົນປະຕິວັດລາວ ຍາມໃດກໍ່ໄດ້ຮັກສາມານະຈິດການຕໍ່ສູ້ທີ່ເຂັ້ມແຂງຢູ່ສະເໝີ, ໃນເວລາຢູ່ຖໍ້າ ແລະ ໃນປ່າດົງ ກໍ່ໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນ ບັນດາເຜົ່າທົ່ວທັງຊາດຕໍ່ສູ້ເອົາຊະນະພວກລ່າເມືອງຂຶ້ນຝຣັ່ງ, ພວກຮຸກ ຮານອາເມລິກາ ແລະ ກຳລັງຕ້ານການປະຕິວັດຢູ່ພາຍໃນປະເທດ, ພາຍຫຼັງດໍາເນີນການປ່ຽນແປງໃໝ່ ແລະ ເປີດກວ້າງກໍ່ໄດ້ປະກາດ ສົງຄາມກັບຄວາມທຸກຍາກ, ສາມາດຍາດໄດ້ຜົນສໍາເລັດອັນຍິ່ງໃຫຍ່.
ໃນໄລຍະມໍ່ໆມານີ້, ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ກໍ່ໄດ້ສົ່ງສານສະແດງຄວາມເສົ້າສະຫລົດ ໃຈ ເຖິງ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຕໍ່ການເສຍຊີວິດຂອງ ສະຫາຍ ຄໍາໄຕ ສີພັນດອນ, ທັງໄດ້ເນັ້ນໜັກວ່າ ສະຫາຍ ຄໍາໄຕ ສີພັນດອນ ແມ່ນນັກລັດທິກອມມູນິດທີ່ໜັກແໜ້ນ, ແມ່ນການນໍາ ອາວຸໂສທີ່ໂດດເດັ່ນຂອງພັກ ແລະ ຂອງລັດລາວ, ແມ່ນເພື່ອນມິດ ສະຫາຍທີ່ສະໜິດສະໜົມຂອງພັກ ແລະ ປະຊາຊົນຈີນ, ພັກ, ລັດຖະບານ ແລະ ປະຊາຊົນຈີນ ຈະລະນຶກເຖິງເພິ່ນຊົ່ວກາລະນານ. ພວກເຮົາຍັງຈະຖືເອົານັກປະຕິວັດລຸ້ນອາວຸໂສເປັນແບບຢ່າງຂອງຕົນ ຢ່າງສະເໝີຕົ້ນສະເໝີປາຍ, ຮໍ່າຮຽນເອົາຄຸນສົມບັດອັນສູງສົ່ງຂອງພວກ ເພິ່ນໃນການຈົງຮັກພັກດີຕໍ່ພັກ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ມີລະບຽບວິໄນໃຫ້ແກ່ຕົນເອງ, ໃນເວລາພົບພໍ້ກັບໜ້າທີ່ອັນໜັ ກໜ່ວງກໍ່ຈະເຮັດໃຫ້ພວກເຮົາສາມາດແບກຫາບໜ້າທີ່ໃນຍຸກສະໄໝ ໃໝ່ໄດ້ດີກວ່າເກົ່າ.
ໃນໄລຍະຢ້ຽມຢາມຫວຽດນາມ, ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຮ່ວມກັບຝ່າຍຫວຽດນາມ ຢັ້ງຢືນຢ່າງເປັນເອກະພາບຮ່ວມກັນວ່າ ຕາມເປົ້າໝາຍລວມ “6 ຂໍ້ໃຫ້ ດີຂຶ້ນ” ຄື: ເຮັດໃຫ້ຄວາມເຊື່ອໝັ້ນທາງດ້ານການເມືອງນັບມື້ສູງຂຶ້ນ, ການຮ່ວມມືດ້ານຄວາມໝັ້ນຄົງຫັນເປັນຕົວຈິງຫຼາຍຂຶ້ນ, ເຮັດ ໃຫ້ການຮ່ວມມືຮູບປະທຳໃຫ້ເລິກເຊິ່ງຂຶ້ນ, ເຮັດໃຫ້ພື້ນຖານຄວາມ ເຂົ້າອົກເຂົ້າໃຈຂອງປະຊາຊົນນັບມື້ແໜ້ນແກ່ນຂຶ້ນ, ມີການປະສານ ສົມທົບກັນໃນຂອບຫຼາຍຝ່າຍສະໜິດແໜ້ນຂຶ້ນ, ການຄວບຄຸມ ແລະ ແກ້ໄຂຂໍ້ຂັດແຍ່ງໃຫ້ໄດ້ດີຂຶ້ນ; ເລັ່ງລັດການສ້າງຄູ່ຮ່ວມຊາຕາກຳ ທີ່ມີ ຄວາມໝາຍຍຸດທະສາດ ລະຫວ່າງ ຈີນ-ຫວຽດນາມ ໂດຍໄວ, ຮ່ວມ ກັນຊຸກຍູ້ໃຫ້ພາລະກິດສັງຄົມນິຍົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເຂັ້ມແຂງ ໃນທ່າມກາງການປ່ຽນແປງຂອງໂລກໃນ ຮອບຮ້ອຍປີ, ຝ່າຍຫວຽດນາມ ໄດ້ຈັດເອົາການຢ້ຽມຢາມເທື່ອນີ້ເປັນ ວາລະວຽກງານການຕ່າງປະເທດທີ່ສໍາຄັນທີ່ສຸດຂອງປີນີ້.
ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ກ່າວວ່າ ການພັດທະນາສາຍພົວພັນ ກັບປະເທດຈີນ ແມ່ນຄວາມຮຽກຮ້ອງພາວະວິໄສ, ເປັນການເລືອກ ຍຸດທະສາດ ແລະ ເປັນບູລິມະສິດອັນດັບທໍາອິດຂອງຫວຽດນາມ, ຝ່າຍຫວຽດນາມ ຕັດສິນໃຈຈະເດັດດ່ຽວຊຸກຍູ້ການສ້າງຄູ່ຮ່ວມ ຊາຕາກຳ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ, ສ້າງອະນາ ຄົມທີ່ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງສອງປະເທດ. ການຢ້ຽມຢາມກຳປູເຈຍ, ສະຫາຍປະທານປະເທດ ສີຈິ້ນຜິງ ແລະ ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ຖະແຫຼງການຮ່ວມກັນ ໂດຍຍົກລະດັບການພົວພັນ ລະຫວ່າງ ຈີນ-ກຳປູເຈຍ ຂຶ້ນເປັນ ຄູ່ຮ່ວມ ຊາຕາກຳຮອບດ້ານໃນຍຸກສະໄໝໃໝ່ ລະຫວ່າງ ຈີນ-ກຳປູເຈຍ. ນີ້ ແມ່ນການຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ລະດັບສູງຮອບດ້ານ ຄັ້ງທໍາອິດ ລະຫວ່າງ ຈີນ ກັບ ປະເທດໃນອາຊີຕາເວັນອອກສ່ຽງໃຕ້, ທັງເປັນການສ້າງຄູ່ຮ່ວມຊາຕາກໍາຮອບດ້ານໃນຍຸກສະໄໝຄູ່ທໍາອິດ ໃນລະດັບສອງຝ່າຍ. ຝ່າຍກຳປູເຈຍເນັ້ນໜັກວ່າ, ປະເທດຈີນ ແມ່ນຜູ້ ສະໜັບສະໜູນທີ່ໜັກແໜ້ນທີ່ສຸດ, ເປັນຄູ່ຮ່ວມມືທີ່ສາມາດໄວ້ວາງໃຈໄດ້ທີ່ສຸດຂອງກຳປູເຈຍ, ຫວັງວ່າຈະໄດ້ຮ່ວມກັບຝ່າຍຈີນລົງເລິກການຮ່ວມມືໃນແຕ່ລະຂົງເຂດ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳສອງປະເທດ ທີ່ເປັນຫົວຫອກໃຫ້ມີຄວາມຄືບໜ້າຕື່ມອີກບາດກ້າວໜຶ່ງ.
ປະເທດອ້ອມຂ້າງ ແມ່ນພື້ນຖານສຳຄັນໃນການເຮັດໃຫ້ປະເທດຈີນບັນລຸການພັດທະນາຢ່າງຈະເລີນຮຸ່ງເຮືອງ, ເປັນຈຸດສຳຄັນຂອງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຈີນ, ເປັນບູລິມະສິດໃນການຂັບເຄື່ອນລວມຂອງວຽກງານຕ່າງປະເທດຂອງຈີນ, ເປັນຂໍກະແຈສຳຄັນຂອງການຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ປະເທດລາວ ແມ່ນປະເທດສັງຄົມນິຍົມ ທີ່ເປັນບ້ານໄກ້ເຮືອນຄຽງ ແລະ ມີສາຍພູສາຍນ້ຳຕິດຈອດກັບປະເທດຈີນ, ມີສະຫາຍອ້າຍນ້ອງທີ່ພິເສດຂອງຈີນ.
ຝ່າຍຈີນຍາມໃດກໍ່ຈະສືບຕໍ່ຊຸກຍູ້ການພົວພັນ ຈີນ-ລາວ ຈາກທິດທາງບູລິມະສິດຂອງວຽກງານການຕ່າງປະເທດຕໍ່ປະເທດອ້ອມຂ້າງ ແລະ ມູມມອງຍູດທະສາດທີ່ຮ່ວມຊາຕາກຳດຽວກັນສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມກັບຝ່າຍລາວຢຶດໝັ້ນຖືເອົາຄວາມຮັບຮູ້ຮ່ວມກັນຂອງການນຳສູງສຸດຂອງສອງພັກ, ສອງລັດເປັນທິດນຳ, ຮຽນຮູ້ຈາກປະຫວັດສາດເພື່ອມີສະຕິປັນຍາກຳແໜ້ນສະພາບປັດຈຸບັນ ແລະ ບຸກເບີກມື້ອຶ່ນ ແລະ ມື້ຕ່ໍໆໄປ, ເຮັດໃຫ້ການພົວພັນ ຈີນ-ລາວ ນັບມື້ແໜ້ນແກ່ນ ແລະ ນັບມື້ມີຊີວິດຊີວາເລື້ອຍໆໄປ.
ພວກເຮົາຍິນດີຮ່ວມກັບຝ່າຍລາວຊຸກຍູ້ການສ້າງແລວເສດຖະກິດ ຈີນ-ລາວ, ດໍາເນີນວຽກງານທາງລົດໄຟ ຈີນ-ລາວໃຫ້ດີ ແລະ ເຂັ້ມແຂງ, ເລັ່ງ ການພັດທະນາກວມລວມຕາມເຂດລຽບຕາມເສັ້ນທາງລົດໄຟ ລາວ-ຈີນ, ບຸກເບີກການຮ່ວມມືໃນຂົງເຂດພະລັງງານ, ຫຸ່ນຍົນອັດສະລິຍະ, ເສດຖະກິດດີຈິຕອນ ແລະ ຂົງເຂດອື່ນໆ; ນໍາເອົາຄວາມແນ່ນອນຂອງ ການຮ່ວມມື ຈີນ-ລາວ ມາຮັບມືຕໍ່ຄວາມບໍ່ແນ່ນອນທີ່ເກີດຈາກ ຝ່າຍ ອາເມລິກາເພີ່ມ “ພາສີທີ່ເທົ່າທຽມກັນ”. ສາມ, ສືບທອດມິດຕະພາບ ອັນເປັນມູນເຊື້ອ, ລົງເລິກການຂຸດຄົ້ນ ແລະ ໝູນໃຊ້ ໂຮງຮຽນ 67 ຢູ່ກວາງ, “ຖໍ້າຊ່ຽວຊານຈີນ” ຢູ່ແຂວງຫົວພັນ, ສຸສານວິລະຊົນຈີນ ແລະ ຊັບພະຍາກອນການປະຕິວັດອື່ນໆ, ເພີ່ມທະວີການສຶກສາອົບຮົມ ໃຫ້ແກ່ປະຊາຊົນສອງປະເທດ ໂດຍສະເພາະແມ່ນຊາວໜຸ່ມລຸ້ນໃໝ່, ຮັບປະກັນໃຫ້ພາລະກິດສັງຄົມນິຍົມໄດ້ມີຜູ້ສືບທອດ. ສີ່, ຮັກສາການ ປະສານງານດ້ານການປະຕິບັດກົດໝາຍ ແລະ ການຮ່ວມມືຫຼາຍຝ່າຍ, ສຸມກໍາລັງແຮງປາບປາບການຕົວະຍົວທາງອິນເຕີເນັດ, ການພະນັນ ແລະ ການກະທຳຜິດຂ້າມແດນ, ຮ່ວມກັນຮັກສາສັນຕິພາບ, ຄວາມໝັ້ ນຄົງ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.